ມາ​ຮູ້​ຈັກ ກັບ​ຄວາມ​ໝາຍ ຄໍາວ່າ “ປີ” ໃນພາສາລາວນຳ​ກັນ

SA Game

DooDiDo

ອະທິບາຍຄໍາວ່າ “ປີ” ມີຄວາມໝາຍແນວໃດ?

​ຄໍາວ່າ “ປີ” ແມ່ນອິງຕາມກົດເກນຄວາມເປັນຈິງ ຊຶ່ງນັບເອົາມື້ ຫຼື ວັນ ທີ່ໜ່ວຍໂລກ ໝູນອ້ອມດວງຕາເວັນ 1 ຮອບ ມີ 365 ວັນ ຫຼື 12 ເດືອນ. ແຕ່ການເອີ້ນ ແລະ ນໍາໃຊ້ເພື່ອນັບປີ ແມ່ນແບ່ງຕາມຄວາມເຊື່ອຂອງແຕ່ລະສາດສະໜາ ຫຼື ຂົງເຂດ ເຊັ່ນ:

ປີ ພ.ສ ຫຍໍ້ມາຈາກ ພຸດສັກກະລາດ ເລີ່ມຕົ້ນແຕ່ປີທີ່ທະພຸດທະເຈົ້າປະລິນິພານແລ້ວ 1 ປີ, ປີ ຄ.ສ ຫຍໍ້ມາຈາກ ຊື່ພະ ເຢຊູ ຄຣິສຕ໌ ຊຶ່ງໄດ້ນໍາໃຊ້ເປັນປະຕິທິນສາກົນ, ປີ ຈ.ສ ຫຍໍ້ມາຈາກ ຈຸນລະສັກກະລາດ ເລີ່ມປີ ພ.ສ 1181 (ຄ.ສ 638) ຊຶ່ງເປັນປີສັກ ກະລາດຕັ້ງໂດຍພະມ້າ ສັນນິຖານວ່າຕັ້ງໃນປີທີ່ກະສັດປະຍູຂຶ້ນຄອງລາດ ແລະ ຈົນເຖິງອານາຈັກພຸກາມ ຊຶ່ງໃຊ້ແພ່ຫຼາຍໃນຂົງເຂດສຸວັນນະພູມ ກ່ອນຈະປ່ຽນມາໃຊ້ ພ.ສ ແລະ ຄ.ສ. ຄໍາວ່າ “ປີ” ໃຊ້ບອກເວລາ ເຊັ່ນ:

ປີກ່ອນ, ປີກາຍ, ປີນີ້, ປີໜ້າ, ປີຕໍ່ໆໄປ, ຈັກປີ, ປີໃໝ່, ປີເກົ່າ, ປີດີ, ປີມີເຄາະ, ປີແລ້ວປີເລົ່າ, ປີເລີ່ມຕົ້ນ, ປີທີ 1, ປີສຸດທ້າຍ, ປີຮຽນ, ປີການ, ປີເກີດ, ປີເສຍຊີວິດ, ຫົວປີ, ກາງປີ, ທ້າຍປີ ແລະ ອື່ນໆ. ນອກຈາກນັ້ນ, ຄໍາວ່າ “ປີ” ຍັງໝາຍເຖິງປີກ້ວຍ ຫຼື ໝາກປີ​ ຫຼື ຫົວປີ ທີ່ເກີດຈາກຕົ້ນກ້ວຍ ຊຶ່ງປີຫຼາຍຊະນິດສາມາດນໍາມາບໍລິໂພກໄດ້.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ປີ”.

“ປີ” (1. ຄໍານາມ) ເວລາລະຍະໂລກຫັນອ້ອມດວງຕາເວັນຮອບນຶ່ງມີ 365 ວັນ, ລະຍະ 12 ເດືອນ ຕາມສຸລິຍະຄະຕິ. ສັງກາດ. (2. ຄໍານາມ) ດອກກ້ວຍ, ກາບທີ່ຫຸ້ມດອກກ້ວຍ, ຍອດທາດທີ່ມີຮູບຄືປີກ້ວຍຮຽກ ດວງປີ.

ຕົວ­ຢ່າງ: 

  • ປີ ພ.ສ ເກີດກ່ອນປີ ຄ.ສ 543 ປິ ເຖິງແນວໃດກໍດີສັງຄົມໂລກ ໄດ້ຖືເອົາປີ ຄ.ສ ເປັນປີສາກົນ ແລະ ນໍາໃຊ້ແຜ່ຫຼາຍໃນທຸກວັນນີ້.
  • ປິໃໝ່ລາວແມ່ນມ່ວນຫຼາຍ ມີການຊູມາ ຫົດນໍ້າດໍາຫົວຜູ້ເຖົ້າຜູ້ແກ່, ມີການອວຍພອນກັນ, ມີການຫຼີ້ນ ນໍ້າ, ມີການຊຸມແຊວ ແລະ ອື່ນໆ.
  • ໃນເມື່ອກ່ອນຫຼັກສູດການຮຽນຢູ່ມະຫາວິທະຍາໄລ ແມ່ນໃຊ້ເວລາ 5 ປີ ແຕ່ປະຈຸບັນ ໄດ້ມີການປັບປຸງຫຼຸດເວລາລົງໃຫ້ເຫຼືອເວລາ 4 ປີ.
  • ການເຮັດຊ້າໝາກປີ ແມ່ນຕ້ອງຊອຍປີໃຫ້ບາງໆ ແລບໆ ແລ້ວນໍາໄປປຸງກັບສ່ວນປະສົມຕ່າງໆ.
  • ໝາກປີມີປະໂຫຍດຫຼາຍແນວ ສາມາດນໍາໄປເປັນສ່ວນປະສົມຂອງເອາະຫຼາມ, ເຮັດຊ້າປີ, ກັບແຈ່ວ ແລະ ອື່ນໆ.

ສະຫຼຸບ.

ຄໍາວ່າ “ປີ”​ ໝາຍເຖິງການນັບວັນເວລາທີ່ໜ່ວຍໂລກໝູນອ້ອມດວງເວັນ ໜ່ວຍໂລກໝູນອ້ອມໄດ້ 1 ຮອບ ແມ່ນເອີ້ນ 1 ປີ ມີ 365 ວັນ ຫຼື 12 ເດືອນ. ນອກນັ້ນ ຍັງໝາຍເຖິງດອກກ້ວຍ ຫຼື ໝາກປີ ຫຼື ຫົວປີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo