ມາຮູ້ຈັກ ກັບຄວາມໝາຍ ຄໍາວ່າ “ປີ” ໃນພາສາລາວນຳກັນ
ອະທິບາຍຄໍາວ່າ “ປີ” ມີຄວາມໝາຍແນວໃດ?
ຄໍາວ່າ “ປີ” ແມ່ນອິງຕາມກົດເກນຄວາມເປັນຈິງ ຊຶ່ງນັບເອົາມື້ ຫຼື ວັນ ທີ່ໜ່ວຍໂລກ ໝູນອ້ອມດວງຕາເວັນ 1 ຮອບ ມີ 365 ວັນ ຫຼື 12 ເດືອນ. ແຕ່ການເອີ້ນ ແລະ ນໍາໃຊ້ເພື່ອນັບປີ ແມ່ນແບ່ງຕາມຄວາມເຊື່ອຂອງແຕ່ລະສາດສະໜາ ຫຼື ຂົງເຂດ ເຊັ່ນ:
ປີ ພ.ສ ຫຍໍ້ມາຈາກ ພຸດສັກກະລາດ ເລີ່ມຕົ້ນແຕ່ປີທີ່ທະພຸດທະເຈົ້າປະລິນິພານແລ້ວ 1 ປີ, ປີ ຄ.ສ ຫຍໍ້ມາຈາກ ຊື່ພະ ເຢຊູ ຄຣິສຕ໌ ຊຶ່ງໄດ້ນໍາໃຊ້ເປັນປະຕິທິນສາກົນ, ປີ ຈ.ສ ຫຍໍ້ມາຈາກ ຈຸນລະສັກກະລາດ ເລີ່ມປີ ພ.ສ 1181 (ຄ.ສ 638) ຊຶ່ງເປັນປີສັກ ກະລາດຕັ້ງໂດຍພະມ້າ ສັນນິຖານວ່າຕັ້ງໃນປີທີ່ກະສັດປະຍູຂຶ້ນຄອງລາດ ແລະ ຈົນເຖິງອານາຈັກພຸກາມ ຊຶ່ງໃຊ້ແພ່ຫຼາຍໃນຂົງເຂດສຸວັນນະພູມ ກ່ອນຈະປ່ຽນມາໃຊ້ ພ.ສ ແລະ ຄ.ສ. ຄໍາວ່າ “ປີ” ໃຊ້ບອກເວລາ ເຊັ່ນ:
ປີກ່ອນ, ປີກາຍ, ປີນີ້, ປີໜ້າ, ປີຕໍ່ໆໄປ, ຈັກປີ, ປີໃໝ່, ປີເກົ່າ, ປີດີ, ປີມີເຄາະ, ປີແລ້ວປີເລົ່າ, ປີເລີ່ມຕົ້ນ, ປີທີ 1, ປີສຸດທ້າຍ, ປີຮຽນ, ປີການ, ປີເກີດ, ປີເສຍຊີວິດ, ຫົວປີ, ກາງປີ, ທ້າຍປີ ແລະ ອື່ນໆ. ນອກຈາກນັ້ນ, ຄໍາວ່າ “ປີ” ຍັງໝາຍເຖິງປີກ້ວຍ ຫຼື ໝາກປີ ຫຼື ຫົວປີ ທີ່ເກີດຈາກຕົ້ນກ້ວຍ ຊຶ່ງປີຫຼາຍຊະນິດສາມາດນໍາມາບໍລິໂພກໄດ້.
ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:
ຄຳວ່າ “ປີ”.
“ປີ” (1. ຄໍານາມ) ເວລາລະຍະໂລກຫັນອ້ອມດວງຕາເວັນຮອບນຶ່ງມີ 365 ວັນ, ລະຍະ 12 ເດືອນ ຕາມສຸລິຍະຄະຕິ. ສັງກາດ. (2. ຄໍານາມ) ດອກກ້ວຍ, ກາບທີ່ຫຸ້ມດອກກ້ວຍ, ຍອດທາດທີ່ມີຮູບຄືປີກ້ວຍຮຽກ ດວງປີ.
ຕົວຢ່າງ:
- ປີ ພ.ສ ເກີດກ່ອນປີ ຄ.ສ 543 ປິ ເຖິງແນວໃດກໍດີສັງຄົມໂລກ ໄດ້ຖືເອົາປີ ຄ.ສ ເປັນປີສາກົນ ແລະ ນໍາໃຊ້ແຜ່ຫຼາຍໃນທຸກວັນນີ້.
- ປິໃໝ່ລາວແມ່ນມ່ວນຫຼາຍ ມີການຊູມາ ຫົດນໍ້າດໍາຫົວຜູ້ເຖົ້າຜູ້ແກ່, ມີການອວຍພອນກັນ, ມີການຫຼີ້ນ ນໍ້າ, ມີການຊຸມແຊວ ແລະ ອື່ນໆ.
- ໃນເມື່ອກ່ອນຫຼັກສູດການຮຽນຢູ່ມະຫາວິທະຍາໄລ ແມ່ນໃຊ້ເວລາ 5 ປີ ແຕ່ປະຈຸບັນ ໄດ້ມີການປັບປຸງຫຼຸດເວລາລົງໃຫ້ເຫຼືອເວລາ 4 ປີ.
- ການເຮັດຊ້າໝາກປີ ແມ່ນຕ້ອງຊອຍປີໃຫ້ບາງໆ ແລບໆ ແລ້ວນໍາໄປປຸງກັບສ່ວນປະສົມຕ່າງໆ.
- ໝາກປີມີປະໂຫຍດຫຼາຍແນວ ສາມາດນໍາໄປເປັນສ່ວນປະສົມຂອງເອາະຫຼາມ, ເຮັດຊ້າປີ, ກັບແຈ່ວ ແລະ ອື່ນໆ.
ສະຫຼຸບ.
ຄໍາວ່າ “ປີ” ໝາຍເຖິງການນັບວັນເວລາທີ່ໜ່ວຍໂລກໝູນອ້ອມດວງເວັນ ໜ່ວຍໂລກໝູນອ້ອມໄດ້ 1 ຮອບ ແມ່ນເອີ້ນ 1 ປີ ມີ 365 ວັນ ຫຼື 12 ເດືອນ. ນອກນັ້ນ ຍັງໝາຍເຖິງດອກກ້ວຍ ຫຼື ໝາກປີ ຫຼື ຫົວປີ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo