ຄຳວ່າ “ສະບູຝຸ່ນ” ແລະ “ແຟັບ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຂອງ​ຄຳ​ວ່າ “ສະບູຝຸ່ນ” ແລະ ແຟັບ”.

ຄໍາວ່າ ​“ສະບູຝຸ່ນ” ແມ່ນສະບູປະເພດນຶ່ງທີ່ເປັນຜົງ ເມັດນ້ອຍໆຈໍານວນຫຼາຍ ບໍ່ແມ່ນສະບູກ້ອນທີ່ໃຊ່ຮຸກຕົນໂຕເວລາອາບນໍ້າ. ​“ສະບູຝຸ່ນ” ໃຊ້ເພື່ອຊັກເສື້ອຜ້າ ແລະ ແຜ່ນແພ ຕ່າງໆ ອາດຈະໃຊ້ຊັກດ້ວຍມື ຫຼື ໃຊ້ຊັກດ້ວຍຈັກຊັກຜ້າ. ສະບູຝຸ່ນຜະລິດໃນຫຼາຍປະເທດ ແລະ ມີຫຼາຍຍີ່ຫໍ້ແຕກຕ່າງກັນໄປ.

ໃນເມື່ອກ່ອນຢູ່ລາວແມ່ນໄດ້ນໍາເຂົ້າຈາກປະເທດເພື່ອນບ້ານ ໜຶ່ງໃນນັ້ນແມ່ນຍີ່ຫໍ້ນຶ່ງ ​“ແຟັບ” ທີ່ໂດ່ງດັງ ແລະ ໃຊ້ທົ່ວ ທຸກພາກຈົນຫຼາຍຄົນ ໄດ້ຝັງລົງໃຕ້ຈິດສໍານຶກໂດຍອັດໂຕໂນມັດ ແລະ ນິຍົມເອີ້ນສະບູຝຸ່ນວ່າ ​“ແຟັບ” ຕັ້ງແຕ່ນັ້ນມາ ແລະ ບໍ່ຄ່ອຍໃຊ້ຄໍາວ່າ ​“ສະບູຝຸ່ນ”. ສ່ວນຄໍາວ່າ ​“ແຟັບ” ໃນໄວຍະກອນລາວແມ່ນບໍ່ມີ.

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳ​ວ່າ “ສະບູຝຸ່ນ”.

“ສະບູຝຸ່ນ” (3. ຄໍານາມ) ເຄື່ອງປະສົມຂຶ້ນໃຊ້ຊັກຟອກເສື້ອຜ້າໃຫ້ສະອາດ, ສະບູປະເພດນຶ່ງ ແຕ່ເປັນຜົງ ເມັດນ້ອຍໆຈໍານວນຫຼາຍ.

ຕົວ​ຢ່າງ:

  • ໂຮງງານສະບູຝຸ່ນ ບໍລິສຸດ ແມ່ນໂຮງງານຂອງຄົນລາວ ຕັ້ງຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ໄດ້ສົ່ງໄປຈໍາໜ່າຍຢູ່ທຸກໆແຂວງ ແຕ່ເຖິງແນວໃດກໍດີຍັງບໍ່ສາມາດຕອບສະໜອງໄດ້ຢ່າງທົ່ວເຖິງ. ເພື່ອໃຫ້ມີທາງເລືອກ ແລະ ມີການແຂ່ງຂັນ ລັດຖະບານລາວ ໄດ້ເປີດກວ້າງໃຫ້ມີການນໍາເຂົ້າສະບູຝຸ່ນຈາກຕ່າງປະເທດ ຊຶ່ງຄົນລາວສ່ວນໃຫຍ່ແມ່ນນິຍົມນໍາເຂົ້າຈາກປະເທດໄທ ເປັນຕົ້ນຍີ່ຫໍ້ ແຟັບ, ອີຊີ, ໂອໂມ, ແອກແທກ, ເປົາ, ບຣິດສ໌ ເປັນຕົ້ນ.
  • ​“ແຟັບ”ແມ່ນເປັນຊື່ສະບູຝຸ່ນສັນຊາດອາເມລິກາ ຍີ່ຫໍ້ນຶ່ງ ທີ່ລາວນໍາເຂົ້າຈາກປະເທດໄທ ແລະ ໄທກໍນໍາເຂົ້າມາປະມານ 70 ກວ່າປີ ຈົນຫຼາຍຄົນທັງໄທ ແລະ ລາວ ເອີ້ນແທນຄໍາວ່າ ​“ສະບູຝຸ່ນ” ຈົນເຖິງທຸກມື້ນີ້.

ຄວາມໝາຍຄຳ​ວ່າ “ແຟັບ”.

“ແຟັບ” ແມ່ນເປັນຊື່ສະບູຝຸ່ນສັນຊາດອາເມລິກາ ທີ່ນໍາເຂົ້າຈາກປະເທດໄທ, ແຕ່ທາງດ້ານຫຼັກການຂຽນໃນໄວຍະກອນລາວ ແມ່ນບໍ່ມີ.

ສະ​ຫຼຸບ.

ຄຳ​ວ່າ “ສະບູຝຸ່ນ” ແມ່ນສະບູຜົງໃຊ້ສໍາລັບຊັກສົ້ງ ຊັກເສື້ອ ຊັກຜ້າແພຕ່າງໆ. ສ່ວນຄຳ​ວ່າ “ແຟັບ” ແມ່ນຊື່ຂອງສະບູຝຸ່ນຍີ່ຫໍ້ໜຶ່ງຂອງອາເມລິກາ ທີ່ໄທ ແລະ ລາວນໍາເຂົ້າມາ ເພື່ອໃຊ້ຈົນເອີ້ນແທນຄໍາວ່າ ​“ສະບູ ຝຸ່ນ” ຈົນເຖິງທຸກມື້ນີ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo