ຄຳວ່າ “ສາຍ” ແລະ “ສວາຍ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຂອງ​ຄຳ​ວ່າ “ສາຍ” ແລະ ສວາຍ”.

ຄໍາວ່າ ​“ສາຍ” ແລະ ​“ສວາຍ” ແມ່ນມີຄວາມໝາຍແມ່ນແຕກຕ່າງກັນ ແລະ ການອອກສຽງກໍ່ຕ່າງກັນເລັກນ້ອຍ ເພາະ ​“ສວາຍ” ມີການເນັ້ນສຽງ “ວ” ເພື່ອມາເປັນຕົວຄວບເທົ່ານັ້ນ.

ຄໍາວ່າ ​“ສາຍ” ໝາຍເຖິງສິ່ງທີ່ເປັນເສັ້ນຍາວ ເຮັດຈາກວັດສະດຸຕ່າງໆ ເຊັ່ນ: ສາຍເບັດ, ສາຍເອັນ, ສາຍເຊືອກ, ສາຍລວດ, ສາຍກິຕ້າ, ສາຍພິນ, ສາຍຄໍ, ສາຍສ້ອຍ, ສາຍແຂນ, ສາຍໄຟ, ສາຍບື, ສາຍພານ, ເປັນຕົ້ນ. ນອກຈາກນັ້ນ, ຍັງມີຄໍາວ່າ ສາຍຕາ, ສາຍລົມ, ສາຍທານ, ສາຍນໍ້າ, ສາຍຝົນ, ສາຍພູ, ສາຍຟ້າ, ສາຍທາງ, ສາຍການບິນ, ສາຍດ່ຽວ ແລະ ອື່ນໆ. ​“ສາຍ” ຍັງໝາຍເຖິງ ເຊື້ອສາຍລາຍລ່ອງ ເປັນພີ່ນ້ອງດຽວກັນ ຊຶ່ງເຮົາມັກໄດ້ຍີນເລື້ອຍໆ ວ່າລາວໄດ້ດີຍ້ອນເສັ້ນສາຍ. ນອກຈາກນັ້ນ, ຍັງໝາຍເຖິງ ການສາຍຮູບເງົາ ຫຼື ວີດີໂອ ຫຼື ສາຍໜັງ.

ຄໍາວ່າ ​“ສວາຍ” ໝາຍເຖິງເວລາ 12 ໂມງທ່ຽງ ຫຼື ກາງເວັນ ຫຼື ຕອນທ່ຽງ ຊຶ່ງເຮົາມັກຍີນຄໍາເວົ້າກຽວກັບຕອນສວາຍເຊັ່ນ: ກິນເຂົ້າສວາຍ, ນອນສວາຍ, ມາສວາຍແທ້ (ມາບໍ່ທັນດວລານັດໝາຍ ຫຼື ມາຊ້າ), ສວາຍເກີນໄປ, ສວາຍເກີນແກ້ ເປັນຕົ້ນ.

SA Game
DooDiDo

ເພື່ອ​ໃຫ້ເຂົ້າໃຈການນນຳ​ໃຊ້​ໃຫ້ດີຂຶ້ນ ​ເຮົາເບີ່ງສຶກສາດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ສາຍ”.

“ສາຍ” (1. ຄຳນາມ) ເສັ້ນ, ແຖວ, ເຊື້ອ. ເຊືອກ, ສາຍເຊືອກ. ເສັ້ນດ້າຍ, ເສັ້ນໄໝ, ເສັ້ນລວດ. (1. ຄຳນາມ) ສາຍຕະກຸນ, ເຊື້ອ, ພີ່ນ້ອງ. (1. ຄຳກິລິຍາ) ຖ່າຍທອດຮູບພາບເຄື່ອນໄຫວ.

ຕົວ​ຢ່າງ:

  • ພະຍຸວານນີ້ ມີຝົນຕົກໜັກ ແລະ ລົມແຮງຫຼາຍ ເຮັດໃຫ້ສາຍໄຟຟ້າຂາດຢູ່ຫຼາຍຈຸດ ຈິ່ງເຮັດໃຫ້ບໍ່ມີໄຟໃຊ້ດົນພໍສົມຄວນ ກ່ອນເຂົາເຈົ້າຈະປ່ຽນສາຍໄຟແລ້ວ.
  • ມື້ກີ້ນີ້ປາໂຕບັກໃຫຍ່ໆກິນເບັດຂ້ອຍ ມັນດີ້ນແຮງຫຼາຍຂອ້ຍດຶງໄວ້ດົນເຕີບ ໃນທີ່ສຸດສາຍເບັດກໍຂາດຈົນໄດ້.
  • ເຊື້ອສາຍເຂົາເຈົ້າມີແຕ່ຄົນຜູ້ຈົບຜູ້ງາມ ແລະ ສະຫຼາດ ຈິ່ງເຮັດໃຫ້ໄດ້ເປັນດາລາ ແລະ ມີເງິນມີຄໍາ ເກືອບໝົດທຸກຄົນ.
  • ສະໄໝກ່ອນການສາຍຮູບເງົາແມ່ນໃຊ້ຟີມທີ່ເປັນກໍ້ມົນປີ່ນ ແລ້ວເອົາໄຟເຍືອງ ເພື່ອໃຫ້ສາຍເຫັນພາບ ແລະ ມັກຂັດຂ້ອງເລື້ອຍໆ ຕ່າງປະຈຸບັນທີ່ໃຊ້ແບບດິດຈິຕອນ ຈັ່ງແມ່ນສະບາຍ.

ຄວາມໝາຍຄຳ​ວ່າ “ສວາຍ”.

“ສວາຍ” (1. ຄໍານາມ) ເວລາກາງເວັນ, ຍາມກາງເວັນ, ເວລາຕາເວັນຂຶ້ນສູງແລ້ວ (ຄໍານີ້ໄທໃຊ້ວ່າສາຍ. ສໍານຽງລາວຝັ່ງໃຕ້ໃຊ້ວ່າສວຍ, ແຕ່ເດີມເປັນສວາຍ). (2. ຄໍານາມ) ທ່ຽງ, ຍາມທ່ຽງ, ຕາເວັນທ່ຽງ, ຕອນບ່າຍ, ເວລາ 12 ໂມງກາງເວັນ.

ຕົວ​ຢ່າງ:

  • ຄິດຍາກເດ! ຈັກຊິກິນຫຍັງຕອນສວາຍນີ້ ກິນເຝີທຸກມື້ຈົນເບື່ອ ຊິກິນລາບພັດຢ້ານຕັງຊົງຂຶ້ນ.
  • ຄືນນີ້ ບໍ່ໄດ້ນອນໝົດຄືນ ຄິດວ່າແລ້ວວຽກຕອນທ່ຽງ ຊິນອນສວາຍຈັກນ້ອຍ ພໍໃຫ້ມີແຮງ.
  • ແດດຕອນສວາຍນີ້ຈັ່ງແມ່ນຮ້ອນແທ້ຮ້ອນວ່າ! ຊິສັ່ງອາຫານມາກິນໃນຫ້ອງການນີ້ລະ ຂີ້ຄ້ານອອກໄປກິນເຂົ້າທາງນອກ ຢ້ານດໍາ.

ສະ​ຫຼຸບ.

ຄຳ​ວ່າ “ສາຍ” ແລະ “ສວາຍ” ມີຄວາມໝາຍແຕກຕ່າງກັນ. ຄຳ​ວ່າ “ສາຍ” ໝາຍເຖິງເສັ້ນຍາວ, ເສັ້ນເຊືອກ ຫຼື ສາຍເຊືອກ. ມາຍເຖິງເຊື້ອສາຍ. ໝາຍເຖິງການສາຍຮູບເງົາ. ສ່ວນຄຳ​ວ່າ “ສວາຍ” ໝາຍເຖິງ ຕອນບ່າຍ ຫຼື ເວລາ 12 ໂມງກາງເວັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo