ຄໍາວ່າ “ຂົນ” ມີຄວາມໝາຍໃນພາສາລາວແນວໃດ?
ອະທິບາຍຄໍາວ່າ “ຂົນ” ມີຄວາມໝາຍແນວໃດ?
ຄໍາວ່າ “ຂົນ” ແມ່ນໝາຍເຖິງພາກສ່ວນໜຶ່ງຂອງຮ່າງກາຍເປັນເສັ້ນອ່ອນໆຢູ່ເທິງຜິວໜັງຂອງຄົນ ຫຼື ສັດ ແລະ ບາງເທືອເສັ້ນອ່ອນໆນ້ອຍໆ ທີ່ເກີດໃນຕົ້ນໄມ້ກໍເອີ້ນຂົນຄືກັນ. ສໍາລັບຮ່າງກາຍຂອງຄົນເຮົາເອີ້ນຂົນແຕກຕ່າງກັນຕາມບ່ອນທີ່ມັນເກີດຂຶ້ນຄື: ຂົນຄິ້ວ, ຂົນຕາ, ຂົນຫູ, ຂົນຂີ້ແຮ້, ຂົນຫຼັງ, ຂົນແຄ່ງ ຂົນຂາ, ຂົນແຂນ ເປັນຕົ້ນ. ສ່ວນສັດແມ່ນແບ່ງຕາມຊື່ເປັນສ່ວນໃຫຍ່ເຊັ່ນ: ຂົນນົກ, ຂົນມ້າ, ຂົນແກະ, ຂົນເປັດ, ຂົນໄກ່, ຂົນບົ້ງ ຍົກເວັ້ນຂົນບົ່ວ ຊຶ່ງແມ່ນຂົນທີ່ປົ່ງອອກໃໝ່ຂອງເປັດ ແລະ ໄກ່.
ນອກຈາກນັ້ນ, ຍັງໝາຍ ເຖິງການການລໍາລຽງ, ການຂົນສົ່ງສິ່ງຂອງ ຫຼື ຂົນເຄື່ອງ ຂຶ້ນເໜືອລ່ອງໃຕ້. ຄໍາວ່າ “ຂົນ” ຍັງສາມດນໍາໄປບວກກັບຄໍາອື່ນເປັນຕົ້ນ ຂົນລຸກ, ຂົນຄິງລຸກ, ຂົນຫົວລຸກ, ຂົນໜາວແຕກ, ຂົນຂວາຍ ແລະ ອື່ນໆ.
ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຖືກຕ້ອງຕາມຫຼັກໄວຍະກອນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:
ຄຳວ່າ “ຂົນ”.
“ຂົນ” (1. ຄໍານາມ) ສິ່ງທີ່ເປັນເສັ້ນປົ່ງອອກຈາກຮ່າງກາຍຂອງຄົນ ແລະ ສັດ ເວັ້ນຝ່າມື ແລະ ຝ່າຕີນ. ຂອງອື່ນໆ ທີ່ມີລັກສະນະຄ້າຍຄືຂົນ ມີຢູ່ນໍາໝາກໄມ້ ເປັນຕົ້ນ ກໍເອີ້ນຂົນ. (2. ຄໍາກິລິຍາ) ນໍາເອົາສິ່ງຂອງໄປ ຫຼື ມາ.
ຕົວຢ່າງ:
- ຂົນຄິ້ວແມ່ນໃຊ້ກັນນໍ້າໄຫຼລົງໃສ່ຕາ ແຕ່ເພື່ອຄວາມງາມ ຜູ້ຍິງຫຼາຍຄົນນິຍົມແຖຂົນຄິ້ວໃຫ້ກົ່ງ ແລະ ບາງຄົນກໍແຖໝົດ ແລ້ວສັກຄິ້ວຖາວອນ.
- ໃນຫຼາຍປະເທດທີ່ຢູ່ເຂດໜາວ ມັກລ້ຽງແກະ ເພາະມັນມີປະໂຫຍດຫຼາຍແນວ ຂົນແກະມີລາຄາແພງ ໃຊ້ເຮັດເສື້ອ ເຮັດພົມ, ຊີ້ນແກະ ແລະ ນົມໃຊ້ບໍລິໂພກ.
- ບົ້ງແປກ (ຢູ່ຕົ້ນແປກ) ເປັນບົ້ງທີ່ມີຂົນຍາວ ຖ້າຫາກຖືກຜິວໜັງຂອງຄົນແມ່ນຄາຍຫຼາຍ ເຮັດໃຫ້ ອອກຕຸ່ມເປັນຜື່ນຕາມຈຸດທີ່ຖືກ.
- ນົກຍຸງເປັນນົກທີ່ສວຍງາມ ມີຂົນຫຼາກຫຼາຍສີສັນ ແລະ ສາມາດພືຫາງຍາວຂອງມັນອອກໃຫ້ເປັນດັ່ງວີໄດ້.
- ບໍລິສັດຮຸ່ງອາລຸນ ຂົນສົ່ງດ່ວນ ສົ່ງເຄື່ອງແຕ່ວຽງຈັນ ຫາ ຕ່າງແຂວງດ້ວຍຄວາມວ່ອງໄວ ພຽງຄືນດຽວກໍສົ່ງຮອດ ແລະ ລາຄາກໍຖືກອີກດ້ວຍ.
- ປະຈຸບັນ ຄົນບໍນິຍົມຂີ່ລົດເມຂົນສົ່ງ ເພາະຫັນໄປຂີ່ລົດສ່ວນຕົວ ເພາະມັນສະດວກ ແລະ ວ່ອງໄວກວ່າ ເຮັດໃຫ້ຕ້ອງນໍາເຂົ້ານໍ້າມັນເປັນຈໍານວນຫຼວງຫຼາຍ ແລະ ສ້າງມົນລະພິດອີກດ້ວຍ.
ສະຫຼຸບ.
ຄໍາວ່າ “ຂົນ” ແມ່ນສິ່ງທີ່ເປັນເສັ້ນອ່ອນໆນ້ອຍໆປົ່ງອອກຈາກຮ່າງກາຍຂອງຄົນ ແລະ ສັດ ເສັ້ນນ້ອຍກວ່າ ຜົມ ແລະ ເອີ້ນກັນຕາມຈຸດພິດເສດຂອງບ່ອນມັນເກີດຂຶ້ນ ຫຼື ຕາມຊື່ຂອງສັດທີ່ມີຂົນ. ນອກຈາກນັ້ນ, ຍັງໝາຍເຖິງການລໍາລຽງ ຂົນສົ່ງສິ່ງໃດສິ່ງນຶ່ງ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo