ຄວາມ​ໝາຍ​ຂອງຄໍາວ່າ “ຄ້ານ” ມີຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຄ້ານ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຄ້ານ” ແມ່ນມີຫຼາຍຄວາມໝາຍນຶ່ງໃນນັ້ນໝາຍເຖິງ ຫັກ ເປັນຕົ້ນ ຕົ້ນໄມ້ຫັກລົ້ມ, ເສົາຫັກ. ໝາຍເຖິງການຕ່າວກັບຄືນ ຫຼື ຖອຍຫຼັງ ກົງກັນຂ້າມກັບການເດີນໜ້າ. ພ້ອມກັນນັ້ນ, ຍັງໝາຍເຖິງຄວາມກຽດຄ້ານ ຫຼື ຂີ້ຄ້ານ ທີ່ກົງກັນຂ້າມກັບຄວາມດຸໝັ່ນ.

ອີກຄວາມໝາຍນຶ່ງ ແມ່ນໝາຍເຖິງການຄັດຄ້ານ ຫຼື ບໍ່ເຫັນດີ ນັ້ນເອງ. ເພື່ອ​​ໃຫ້ເຂົ້າໃຈການນໍາໃຊ້ຄໍາດັ່ງກ່າວໃຫ້ດີຂຶ້ນ ແລະ ຖືກຕ້ອງເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າ “ຄ້ານ”.

“ຄ້ານ” (1. ຄໍາກິລິຍາ) ຫັກ, ຕ່າວຄືນໂດຍບໍ່ສູ້: “ໄມ້ໂຄ່ນຄ້ານເດັຍລະດາດດອຍດົງ” (ສິນໄຊ), (2. ຄໍາກິລິຍາວິເສດ) ບໍ່ໝັ່ນ, ທໍ້ຖອຍ. ກຽດຄ້ານ, ຂີ້ກຽດ, ຄ້ານ, ແບະ, ມັກງ່າຍ, ຂີ້ຄ້ານ. (3. ຄໍາກິລິຍາ) ທ້ວງ, ຫ້າມ, ບໍ່ເຫັນດີນໍາ.

ຕົວ­ຢ່າງ: 

  • ໃນສະໜາມຮົບມີການສູ້ກັນຢ່າງດຸເດືອດ ແລະ ເອົາເປັນເອົາຕາຍ ໃນທ່າມການມໍລະສຸມແຫ່ງລູກປືນທະຫານເສິກຖືກແພ້ພ້ອມກັນຄ້ານ.
  • ໃນວັນທີ 2 ມິຖຸນາ ປີ ຄສ 2021 ພະຍຸໂຊນຮ້ອນ ສອຍຫວັ່ນ ໄດ້ເຄື່ອນທີ່ເຂົ້າໄກ້ແຂວງ ອັນໄບ ທາງຕາເວັນອອກສ່ຽງໃຕ້ຂອງເກາະລູຊອນ ປະເທດຟີລິບປີນ ຊຶ່ງທາງການປະເທດດັ່ງກ່າວໄດ້ສັ່ງອົບ ພະຍົບຜູ້ຄົນໄປຍັງທີ່ປອດໄພ ເພາະຢ້ານໄດ້ຮັບອັນຕະລາຍຈາກຝົນຕົກໜັກ ແລະ ມີລົມແຮງເຮັດຕົ້ນໄມ້ຄ້ານ, ນໍ້າຖ້ວມ ແລະ ຄື່ນທະເລສູງ.
  • ຍ້ອນລາວເປັນຄົນດຸໝັ່ນ ແລະ ບໍ່ໄດ້ຂີ້ຄ້ານຮຽນ ແຕ່ນ້ອຍຈົນໃຫຍ່ ຈຶ່ງເຮັດໃຫ້ລາວເສັງໄດ້ທຶນໄປຮຽນຕ່າງປະເທດ ພໍແຕ່ຈົບມາກໍໄດ້ເຂົ້າເຮັດວຽກນໍາອົງການສາກົນ ໄດ້ເງິນເດືອນຫຼາຍ ດັ່ງຕັ້ງໃຈ.
  • ປະຊາຊົນເກືອບທົ່ວປະເທດມຽນມາ ໄດ້ອອກມາປະທ້ວງ ຂັດຄ້ານການເຮັດລັດຖະປະຫານຂອງທະຫານ ເຮັດໃຫ້ມີການປາບປາມກັນຢ່າງນອງເລືອດ ມີການຍິງຜູ້ປະທ້ວງຕາຍຫຼາຍຮ້ອຍຄົນ ແລະ ມີຜູ້ທີ່ຄັດຄ້ານ ໄດ້ເຂົ້າຮ່ວມການຕໍ່ສູ້ຂອງກໍາລັງທະຫານຊາດຕິພັນ ຫຼື ຊົນກຸ່ມນ້ອຍ ເພື່ອຕ້ານລັດ ຖະບານ ຊຶ່ງປະຈຸບັນ ຍັງບໍ່ມີທ່າທີວ່າຈະຢຸດຕິການຂັດຄ້ານດັ່ງກ່າວ.
  • ເນື່ອງຈາກວ່າການດໍາເນີນໂຄງການກໍ່ສ້າງເສັ້ນທາງໃໝ່ແມ່ນສ້າງຄວາມສະດວກແກ່ການເດີນທາງ, ມີປະໂຫຍດຕໍ່ປະຊາຊົນ ແລະ ບ້ານເມືອງ ດັ່ງນັ້ນ ໃນກອງປະຊຸມໄດ້ຕົກລົງເຫັນດີເປັນເອກະສັນ ແລະ ບໍ່ມີຄົນຄັດຄ້ານ.
  • ໃນຫຼາຍປະເທດທີ່ມີພັກຝ່າຍຄ້ານ ເວລາປະຊຸມສະພາ ມັກມີການຄັດຄ້ານແບບເອົາຫົວຊົນຝາ ບໍ່ຟັງເຫດຜົນ ຈິ່ງເຮັດໃຫ້ມີການຖົກຖຽງ ແລະ ໃສ່ຮ້າຍປ້າຍສີກັນແບບເດັກນ້ອຍ. ສະຫຼຸບແລ້ວເຮັດໃຫ້ກອງປະຊຸມເສຍເວລາ ແລະ ໄດ້ຄຸນະພາບ ເທົ່າທີ່ຄວນ.

ສະຫຼຸບ.

ຄໍາວ່າ “ຄ້ານ”​ ຄວາມໝາຍການຫັກການລົ້ມຂອງຕົ້ນໄມ, ໝາຍເຖິງການຖອຍກັບຄືນ ບໍ່ເດີນໜ້າ. ນອກ ຈາກນັ້ນ, ຍັງໝາຍເຖິງຄວາມຂີ້ຄ້ານບໍ່ດຸໝັ່ນ ແລະ ອີກຄວາມໝາຍນຶ່ງໝາຍເຖິງການຄັດຄ້ານ ການບໍ່ເຫັນດີນໍາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo