ເວົ້າ​ຄວາມ​ໝາຍ​ຂອງຄໍາວ່າ “ກົມ” ໃນພາສາລາວແມ່ນ​ຫຍັງ?

SA Game

DooDiDo

ອະທິບາຍຄໍາວ່າ “ກົມ” ມີຄວາມໝາຍແນວໃດ?

​ຄໍາວ່າ “ກົມ” ແມ່ນມີຫຼາຍຄວາມໝາຍເປັນຊື່ເພັງ ຫຼື ລາຍການດົນຕີດັງບູຮານ. ໝາຍເຖິງກົມກອງຂອງ ກະຊວງໃດຫນຶ່ງ ຊຶ່ງໃນນຶ່ງກະຊວງຈະແບ່ງອອກມີຫຼາຍກົມຕາມພາລະບົດບາດຂອງແຕ່ລະກະຊວງຕົວຢ່າງເຊັ່ນ: ກົມຈັດຕັ້ງ, ກົມການເງິນ, ກົມແຜນການ, ກົມກວດກາ, ກົມວິຊາການ, ກົມກໍາລັງພົນ, ກົມສູ້ຮົບ, ກົມໃຫຍ່ເຕັກນິກ, ກົມໂຄສະນາ ແລະ ກົມອື່ນໆ.

ພ້ອມນັ້ນຄໍາວ່າກົມຍັງນໍາໄປປະສົມກັບຄໍາອື່ນເປັນຕົ້ນ: ກົມກຽວ, ກົມມະທັນ, ກົມກ່ອມ, ກົມກືນ, ກົມກຽວ, ກົມການເມືອງ, ກົມອຸ້ມລຸ້ມ ແລະ ອື່ນໆ. ອີກນຶ່ງຄວາມໝາຍແມ່ນສິ່ງທີ່ກົມມົນບໍ່ເປັນລ່ຽມ ຊຶ່ງເຫັນໄດ້ຈາກການເອີ້ນ: ທໍ່ກົມ, ທ້ອງກົມ, ແມ່ທ້ອງກົມ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ກົມ

“ກົມ” (1. ຄໍານາມ) ຊື່ເພັງ ຫຼື ລາຍການດົນຕີບູຮານລາຍນຶ່ງຮຽກວ່າ “ກົມ” ໃຊ້ລະນາດ ແລະ ຟາດຄ້ອງຕີເສບ. (2. ຄໍານາມ) ໝວດ, ໝູ່, ກອງ, ພະແນກໃຫຍ່ຂອງລັດຖະການ ຮອງຈາກກະຊວງລົງມາ. (3. ຄໍາກິລິຍາ) ມີລັກສະນະບໍ່ເປັນລ່ຽມ, ກົງກັນຂ້າມກັບລ່ຽມ.

ຕົວ­ຢ່າງ: 

  • ເພັງກົມແມ່ນດົນຕີແບບບູຮານ ຊອກຟັງໄດ້ຍາກ, ແຕ່ເມື່ອໄດ້ຟັງແລ້ວເຮັດໃຫ້ຮູ້ສຶກຢ້ອນກັບໄປໃນອາ ດິດ.
  • ກະຊວງການເງິິນແມ່ນມີຫຼາຍກົມ ແລະ ສະຖາບັນ ເພາະເປັນກະຊວງໃຫຍ່ ເຊັ່ນ: ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມການເງິນຕ່າງປະເທດ, ກົມພາສີ, ກົມສ່ວຍສາອາກອນ, ກົມບັນຊີ, ກົມນະໂຍບາຍການເງິນ ແລະ ນິຕິກໍາ, ກົມງົບປະມານແຫ່ງລັດ, ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພ, ກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ອື່ນໆ.
  • ທໍ່ນໍ້າແມ່ນເປັນຮູບກົມ ຜະລິດຈາກພະລາສະຕິກ, ເຫຼັກ ແລະ ອື່ນໆ ເພື່ອໃຫ້ຫຼາກຫຼາຍ ແລະ ສະດວກໃນການນໍາໃຊ້.
  • ໂຮງງານເຫຼັກ VKK ຜະລິດເຫຼັກຫຼາຍຊະນິດມີທັງ ເຫຼັກຮູບທໍ່ກົມ, ເຫຼັກສີ່ລ່ຽມ, ເຫຼັກຮູບໂຕວີ, ເຫຼັກຮູບໂຕຫັດ ແລະ ຜະລິດໂລຕ່າງໆ.
  • ລາວມານລູກໄດ້ 7 ເດືອນແລ້ວ ທ້ອງກົມອຸ້ມລຸ້ມ ເບີ່ງແລ້ວຄືໄດ້ 9 ເດືອນນີ້ລະ.

ສະຫຼຸບ.

ຄໍາວ່າ “ກົມ”​ ໝາຍເຖິງຊື່ເພັງ, ກົມກອງ ຫຼື ພະແນກໃຫຍ່ ນ້ອຍກວ່າກະຊວງ ແລະ ໝາຍເຖິງສິ່ງບໍ່ເປັນລ່ຽມ ເປັນສິ່ງທີ່ມົນກົມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo