​ແບັດ​ເຕີ​ຣີ​ອາຊຽນ! ສຳຫລວດໂຄງການພະລັງງານລົມຢູ່​ແຂວງ​ເຊກອງ

SA Game

ຂ​ປ​ລ

ເຊັນ MOU ໂຄງການສຳ​ຫລ​ວດພະລັງງານລົມ 1.600 ເມກາວັດ ທີ່ແຂວງເຊກອງ.

ພະລັງງານລົມເປັນອີກໜຶ່ງຊັບພະຍາກອນທີ່ມີຄວາມສໍາຄັນຂອງ ສປປ ລາວ ແລະໂຄງການດັ່ງກ່າວນີ້ ຈະສະແດງໃຫ້ເຫັນເຖິງວິໄສທັດ ແລະ ຄວາມເປັນເລີດທາງດ້ານການຄຸ້ມຄອງບໍລິຫານອາຍແກ໊ສເຮືອນແກ້ວຂອງ ສປປ ລາວ, ພວກເຮົາພ້ອມທີ່ຈະເປັນສ່ວນໜຶ່ງກັບ ສປປ ລາວ ໃນການຕໍ່ສູ້ກັບສະພາວະການປ່ຽນແປງສະພາບອາກາດຂອງໂລກ ແລະ ຍັງຈະຮ່ວມເປັນສ່ວນໜຶ່ງຂອງການພັດທະນາຊຸມຊົນໃນທ້ອງຖິ່ນ ທີ່ຢູ່ອ້ອມຮອບເຂດພື້ນທີ່ໂຄງການເພື່ອຄວາມຍືນຍົງຕະຫລອດໄປ.

ໃນວັນທີ 20 ມັງກອນ 2022 ຜ່ານມານີ້, ໄດ້ມີພິທີລົງນາມ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສຳຫລວດຄວາມເປັນໄປໄດ້ ໃນການພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ເຂດເມືອງລະມາມ ແລະ ເມືອງດາກຈຶງ ແຂວງເຊກອງ ໃນເນື້ອທີ່ທັງໝົດ 81.700 ເຮັກຕາ

ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ທ່ານນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ພາຣາໄດ ສືບມາ ປະທານບໍລິສັດ Impact Energy Asia Limited (IEA)

SA Game
ຂ​ປ​ລ

ແລະ ເຊັນເປັນພະຍານໂດຍທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ແລະ ທ່ານ ວໍຣະມົນ ຂຳຂະນິດ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ Impact Electrons Siam(IES).

ໂຄງການໄຟຟ້າພະລັງງານລົມ ຢູ່ເຂດເມືອງລະມາມ ແລະ ເມືອງດາກຈຶງ ປະກອບມີສອງໂຄງການ ຄື:

ໂຄງການ“Sekong Wind Farm” ຂະໜາດ 1.000 ເມກາວັດ ແລະ ໂຄງການ Monsoon Wind Farm ຂະໜາດ 600 ເມກາວັດ ໃນຂອບເຂດພື້ນທີ່ບໍລິເວນດຽວກັນ ເຊິ່ງພັດທະນາໂດຍ ບໍລິສັດ IES ທີ່ເປັນບໍລິສັດໃນເຄືອຂອງ IEA, ປັດຈຸບັນໂຄງການ Monsoon ມີຄວາມຄືບໜ້າຢ່າງຫລວງຫລາຍ ແລະ ໄດ້ມີການລົງນາມໃນສັນຍາວ່າດ້ວຍການຊື້ຂາຍໄຟຟ້າ ຮ່ວມກັບການໄຟຟ້າແຫ່ງ ສສ ຫວຽດນາມ ເປັນທີ່ຮຽບຮ້ອຍແລ້ວ.

ທ່ານນາງ ພາຣາໄດ ສືບມາ ລາຍງານໃຫ້ຮູ້ວ່າ:

SA Game
ຂ​ປ​ລ

ບໍລິສັດ ມີຄວາມຍິນດີເປັນຢ່າງຍິ່ງ ຕໍ່ການໃຫ້ ການສະໜັບສະໜູນ ແລະ ຄວາມເຊື່ອໝັ້ນຕໍ່ບໍລິສັດຂອງ ລັດຖະບານ ສປປ ລາວ ໃນການພັດທະນາໂຄງການທີ່ມີຄວາມສໍາຄັນດັ່ງກ່າວ, ດ້ວຍທີ່ຕັ້ງທີ່ເປັນຍຸດທະສາດສໍາຄັນ, ຊັບພະຍາກອນທີ່ມີທ່າແຮງ ແລະ ການສະໜັບສະໜູນຢ່າງເຂັ້ມແຂງຈາກ ລັດຖະບານ ສປປ ລາວ. ບໍລິສັດ ມີຄວາມໝັ້ນໃຈວ່າ:

ໂຄງການ “Sekong Wind Farm” ຈະສາມາດຈັດຕັ້ງປະຕິບັດໂຄງການໄດ້ຢ່າງວ່ອງໄວ ໃນການຜະ ລິດພະລັງງານທີ່ສະອາດ ໃຫ້ແກ່ຂົງເຂດພາກພື້ນອາຊຽນໄດ້ ແລະ ຄາດວ່າຈະດໍາເນີນການຜະລິດກະແສໄຟຟ້າໄດ້ໃນປີ 2025.

ສໍາລັບໂຄງການ Sekong Wind Farm ແລະ ໂຄງການ Monsoon Wind Farm ຈະມີກໍາລັງການຜະລິດຕິດຕັ້ງລວມທັງໝົດຂະໜາດ 1.600 ເມກາວັດ ແລະ ເປັນໂຄງການທີ່ມີບົດບາດສຳຄັນໃນການຕໍ່ສູ້ກັບສະພາວະໂລກຮ້ອນ, ສາມາດຫລຸດຜ່ອນອາຍແກ໊ສຄາບອນໄດອ໊ອກໄຊດ໌ ຈຳນວນ 90 ລ້ານໂຕນຕະຫລອດອາຍຸຂອງໂຄງການ. ພ້ອມນັ້ນ, ຍັງເປັນການສົ່ງເສີມບົດບາດຄວາມສໍາຄັນຂອງ ສປປ ລາວ ທີ່ກຳນົດວິໄສທັດຫລັກໃນການພັດທະນາປະເທດໃຫ້ກ້າວໄປສູ່ການເປັນ “ໝໍ້ໄຟແຫ່ງອາຊີ” ອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ