ລາວ ໂທລະຄົມຮ່ວມ​ພັດ​ທະ​ນາ​ການ​ສື​ສານ​ກັບບໍລິສັດ ອໍາມະຕະ ຊິຕີ້ ລາວ

SA Game

ປະກາດ Pakaad

LTC ເຊັນສັນຍາ ການໃຫ້ບໍລິການສື່ສານໂທລະຄົມມະນາຄົມ ກັບ ບໍລິສັດ ອໍາມະຕະ ຊິຕີ້ ລາວ ຈໍາກັດຜູ້ດຽວ.

ລາວ ໂທລະຄົມ ໄດ້ຮັບຄວາມໄວ້ວາງໃຈ ແລະ ຄວາມເຊື່ອຫມັ້ນຈາກທາງ Amata City Lao ໃນການຮ່ວມມືຍຸດທະສາດທາງທຸລະກິດ ເພື່ອຮ່ວມລົງທຶນ ແລະ ໃຫ້ບໍລິການດ້ານວຽກງານໂຄງລ່າງພື້ນຖານໂທລະຄົມມະ ນາຄົມ ໃນພື້ນທີ່ໂຄງການດັ່ງກ່າວເປັນຕົ້ນແມ່ນ ການສະໜອງບໍລິການໂທລະສັບມືຖື ແລະ ການບໍລິການອິນເຕີເນັດ

ທັງໃນຮູບແບບ ມີສາຍ (Fixed Broadband) ແລະ ບໍ່ມີສາຍ (Mobile Broadband) ເຊັ່ນ: 3G, 4G, 5G, Internet ຄວາມໄວສູງ ພາຍໃນປະເທດ ແລະ ລະຫວ່າງປະເທດ.

ນອກ​ຈາກ​ນີ້​ຍັງລວມໄປເຖິງການສະຫນອງ Technology Digital, IOT, Cloud AI, Enterprise Solutions ຕ່າງໆ ເພື່ອຮອງຮັບຫົວຫນ່ວຍທຸລະກິດທີ່ມາລົງທຶນໃນເຂດໂຄງການ Amata Smart and Eco City ນອກຈາກນີ້ ລາວ ໂທລະຄົມ ຈະເປັນຜູ້ສະຫນອງ, ດູແລບໍາລຸງຮັກສາ ແລະ ໃຫ້ເຊົ່າໂຄງສ້າງພື້ນຖານໂທລະຄົມມະນາຄົມ ໃນຂອບເຂດພື້ນທີ່ໂຄງການດັ່ງກ່າວດ້ວຍ.

SA Game
ປະກາດ Pakaad

ວັນທີ 24/01/2022 ທີ່ສຳນັກງານໃຫ່ຍ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພີທີເຊັນສັນຍາ ການຮ່ວມມືຍຸດທະສາດທາງທຸລະກິດ ການໃຫ້ບໍລິການສື່ສານໂທລະຄົມມະນາຄົມ ລະຫວ່າງ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດ ອໍາມະຕະ ຊິຕີ້ ລາວ ຈໍາກັດຜູ້ດຽວ ຮ່ວມລົງນາມເຊັນສັນຍາໃນຄັ້ງນີ້ ມີ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ວະລົງ ຕັງປະພຶດກຸນ ຜູ້ອຳນວຍການບໍລິສັດ ອໍາມະຕະ ຊິຕີ້ ລາວ ຈໍາກັດຜູ້ດຽວ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ແລະ ສະແດງຄວາມຍິນດີ ຂອງ ທ່ານ ປະລິນຍາເອກ ສັນຕິສຸກ ສີມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ສົມດີ ດວງດີ ອາດີດຮອງນາຍົກລັດຖະມົນຕີ ທີ່ປຶກສາໂຄງການ AMATA Smart & Eco-City Lao ພ້ອມດ້ວຍແຂກຮັບເຊີນ ມີຄະນະຜູ້ບໍລິຫານທັງສອງຝ່າຍ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ບໍລິສັດ ອໍາມະຕະ ຊິຕີ້ ລາວ ຈໍາກັດຜູ້ດຽວ ໄດ້ຮັບອະນຸຍາດສໍາປະທານການລົງທຶນ ໃນໂຄງການພັດທະນາເມືອງທັນສະໄຫມ ແລະ ເປັນມິດຕໍ່ສິ່ງແວດລ້ອມ ທີ່ບ້ານນາເຕີຍ ເມືອງຫຼວງນໍ້າທາ ແຂວງຫລວງນໍ້າທາ ຈາກລັດຖະບານແຫ່ງ ສປປ ລາວ ເພື່ອລົງທຶນສ້າງເປັນເຂດອຸດສາຫະກຳສະອາດ ເປັນມິດຕໍ່ສິ່ງແວດລ້ອມ

ໂດຍມີເນື້ອທີ່ດິນສໍາປະທານທັງຫມົດ 410 ເຮັກຕາ, ມີອາຍຸສຳປະທານ 50 ປີ ມູນຄ່າການລົງທຶນ 70 ລ້ານໂດລາສະຫະລັດ, ເຊິ່ງເປັນ​ໂຄງການລົງທຶນຂະຫນາດໃຫຍ່ (Mega Project) ​ອີກໂຄງການໜຶ່ງໃນ ສປປ ລາວ

SA Game
ປະກາດ Pakaad

ໂຄງການນີ້ຈະສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ກໍ່ຄື ແຂວງຫລວງນໍ້າທາ ແລະ ແຂວງໃກ້ຄຽງໂດຍຫມູນໃຊ້ທ່າແຮງທາງດ້ານຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ທີ່ຕັ້ງທາງພູມມີສາດອັນເຫມາະສົມຂອງ ສປປ ລາວ ໃນການເຊື່ອມຈອດທາງດ້ານຄົມນະນາຄົມຂົນສົ່ງ ກັບບັນດາປະເທດພາກພື້ນ ແລະ ສາກົນ

ໂດຍສະເພາະການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາພັດທະນາໂຄງການຕ່າງໆ ຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ແລະ ແລວທາງເສດຖະກິດເຫນືອ-ໃຕ້ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ຂະຫຍາຍ ຕົວ ແລະ ຈະເລີນເຕີບໂຕຢ່າງຫມັ້ນຍືນ.

ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ເປັນບໍລິສັດຊັ້ນນໍາທາງດ້ານ ການບໍລິການໂທລະຄົມມະນາຄົມ ແລະ ການສື່ສານ ໃນ ສປປ ລາວ ມາເປັນເວລາ 25 ປີ ໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າທັງພາກລັດ ແລະ ເອກະຊົນ, ລວມເຖິງໄດ້ເຂົ້າໄປເປັນຄູ່ຮ່ວມທຸລະກິດໃນການໃຫ້ບໍລິການສື່ສານໂທລະຄົມມະນະຄົມ ໃນໂຄງການລົງທຶນຂະຫນາດໃຫຍ່ໃນເຂດເສດຖະກິດພິເສດທົ່ວ ສປປ ລາວ.

ການຮ່ວມມືຍຸດທະສາດທາງທຸລະກິດຂອງທັງສອງອົງກອນໃນຄັ້ງນີ້ ຈະຊ່ວຍຂັບເຄື່ອນໃຫ້ເກີດວຽກງານການພັດທະນາເສດຖະກິດ ແລະ ສັງຄົມໃນພື້ນທີ່ໃຫ້ເກີດໝາກຜົນ ແລະ ມີຄວາມຫມັ້ນຍືນ ຕາມແຜນພັດທະນາເສດຖະກິດ-ສັງຄົມ ທີ່ລັດຖະບານ ສປປ ລາວ ວາງອອກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ປະກາດ Pakaad