Pfizer ມາ​ອີກ​ແລ້ວ! ສ​ປ​ປ ລາວ ໄດ້​ຮັບ​ວັກ​ຊີນ​ຊ່ວຍ​ເຫຼືອ​ຈາກອາ​ເມ​ລິ​ກາ

SA Game

ຂ​ປ​ລ

​ອາ​ເມ​ລິ​ກາ​ສົ່ງວັກຊິນ Pfizer ມາຮອດ ສປປ ລາວ ແລ້ວໂດ​ຍ​ຜ່ານ COVAX Facility

ນັບ​ວ່າ​ເປັນ​ຂ່າວ​ດີ, ສ​ປ​ປ ລາວ ຍັງ​ຄົງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​​ວັກ​ຊີນ​ຕ້ານ​ໂຄວິດ-19 ຈາກ​ບັນ​ດາ​ປະ​ເທດ​ຕ່າງໆເພື່ອ​ປ້ອງ​ກັນ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໃນ​ວັນ​ທີ່24 ມັງ​ກອນ 2022 ນີ້ ວັກ​ຊີນ Pfizer ຈ່ຳ​ນວນເກືອບ 9 ແສນໂດຍ​ໄດ້​ມາ​ເຖິງ ສ​ປ​ປ ລາວຮຽບ​ຮ້ອຍ​ແລ້ວ ແລະ ຄິດ​ວ່າ​ຍັງ​ຄົງ​ຈະ​ມີ​ເຂົ້າ​ມາ​ເລື້ອຍໆ​ອີກ​ໃນ​ອາ​ນາ​ຄົດ​ອັນ​ໃກ້​ນີ້, ເຊິງ​ເຊືອ​ແນ​ວ່າ​ການ​ຊ່ວຍ​ເຫຼືອ​​ຈາກ​ບັນ​ດາ​ປະ​ເທດ​ຕ່າງໆເຮັດ​ໃຫ້ປະ​ຊາ​ຊົນ​ລາວ​ອຸ່ນ​ໃຈ​ກັນ​ທົ່ວ​ໜ້າ.

ຕາມ​ກາ​ນ​ລາຍ​ງານ​ຂ່າວ​ຂອງ​ສຳ​ນັກ​ຂ່າວ ປະເທດລາວ Pathedlao ໃນວັນທີ 24 ມັງກອນ 2022 ວັກຊີນ Pfizer ໄດ້ເດີ່ນທາງມາຮອດ ສປປ ລາວ, ເຊິ່ງເປັນການຊ່ວຍເຫລືອຈາກລັດຖະບານສະຫະລັດອາເມລິກາ ຜ່ານໂຄງການ COVAX Facility, ການຈັດສັນວັກຊິນກັນພະຍາດໂຄວິດ-19 ຄັ້ງນີ້, ເປັນຊຸດທີສອງໃນຈຳນວນທັງໝົດປະມານ 1,7 ລ້ານໂດສ ຈາກລັດ ຖະບານສະຫະລັດອາເມລິກາ ມອບໃຫ້ແກ່ ສປປ ລາວ.

SA Game
ຂ​ປ​ລ

ການຂົນສົ່ງຄັ້ງນີ້, ປະກອບດ້ວຍວັກຊິນ Pfizer BioNTech ຈຳນວນ 899.730 ໂດສ, ຊຶ່ງເປັນຄັ້ງທີ 2, ສ່ວນການຂົນສົ່ງຄັ້ງທຳອິດ ມີຈຳນວນ 799.110 ໂດສ ໄດ້ມາຮອດ ສປປ ລາວ ໃນວັນທີ 2 ມັງກອນ 2022. ລວມຍອດການຈັດສົ່ງທັງໝົດໃນປີນີ້ແມ່ນ 1.698.840 ໂດສ.

ໃນໂອກາດັ່ງກ່າວ, ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ວ່າການກະຊວງສາທາ ລະນະສຸກ ໄດ້ໃຫ້ກຽດຕ້ອນຮັບວັກຊິນ ດັ່ງກ່າວ ທີ່ສະໜາມບິນສາກົນວັດໄຕ ຮ່ວມກັບ ທ່ານ ປີເຕີ ເຮມອນ (Peter M. Haymond) ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ, ທ່ານ ໄມໂຄ ຮອນນີ້ງ (Mr. Michael Ronning), ຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ, ທ່ານ ນາງ ບີອາເຕ້ ດັສເທວ (Ms. Beate Dastel), ຮັກສາການຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ແລະ ທ່ານ ດຣ. ຢູ ລີ ປາກ (Dr. Yu Lee Park), ຮັກສາການຫ້ອງການ ອົງການອະນາ ໄມໂລກ ປະຈຳ ສປປ ລາວ.

SA Game
ຂ​ປ​ລ

ເຊິ່ງພິທີມອບ-ຮັບ ການຊ່ວຍເຫລືອວັກຊີນ Pfizer BioNTech ຂອງທັງສອງຄັ້ງຢ່າງເປັນທາງການລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານສະຫະລັດອາເມລິກາ ຈະໄດ້ຂື້ນໃນ ວັນທີ 26 ມັງກອນ 2022 ທີ່ ກະຊວງສາທາລະນະສຸກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  ຂປລ.