​ເອ​ກະ​ສານ​ທີ່​ຕ້ອງ​ໄດ້​ມີ​ກ່ອນ​ຈະ​ເຂົ້າ ສ​ປ​ປ ລາວ ແບບ​ຖືກ​ຕ້ອງ

SA Game

laoedaily.com

ຂັ້ນຕອນການປະກອບເອກະສານ​ເພື່ອ ເຂົ້າ-ອອກ ສປປ ລາວ.

ປະຈຸບັນ ສ​ປ​ປ ລາວ ແມ່ນໄດ້ເປີດຮັບເອົານັກທ່ອງທ່ຽວເຂົ້າປະ​ເທດໄດ້ແລ້ວລວມ 31 ປະເທດ ຕາມ​ຂໍ້​ມູນ​ກ່ອນ​ໜ້າ​ນີ້, ແຕ່​ການ​ຈະ​ເຂົ້ກໍ່ມີເງື່ອນໄຂໃຫ້ຜູ້ທີ່ຈະເຂົ້າມາຕ້ອງປະຕິບັດ ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ຍັງບໍ່ເປັນທີ່ໄວ້ວາງໃຈເທື່ອ ດັ່ງນັ້ນຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ COVID-19 ຂອງກະຊວງການຕ່າງປະເທດ, ຈິ່ງອອກແຈ້ງການ ກ່ຽວກັບຂັ້ນຕອນລະອຽດໃນການປະກອບເອກະສານຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ ຕາມນີ້.

ກ່ອນຈະເດີນທາງເຂົ້າ ສປປ ລາວ
• ກະຊວງ ແລະ ອົງການທຽບເທົ່າ ທີ່ມີຄວາມຈຳເປັນອັນຮີບດ່ວນຮັບເອົາຊ່ຽວຊານ, ວິຊາການ, ອາສາສະ ໜັກ ແລະ ນັກສຶກສາຕ່າງປະເທດ ໃຫ້ສະເໜີເປັນລາຍລັກອັກສອນເຖິງ ຄະນະສະເພາະກິດກະຊວງການ ຕ່າງປະເທດ ໂດຍຜ່ານຂະແໜງການທີ່ກ່ຽວຂ້ອງ ເພື່ອພິຈາລະນາອະນຸມັດ (ສະຖານທີ່ປະຈຳການ ຢູ່ກົມ ກົງສຸນ, ກະຊວງການຕ່າງປະເທດ)

• ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຄວາມຈໍາເປັນຈະເອົານັກລົງທຶນ ແລະ ນັກທຸລະກິດ ເຂົ້າ ສປປ ລາວ ເພື່ອ ດຳເນີນການສຶກສາການລົງທຶນເຊັນສັນຍາ ຫຼື ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຕ້ອງດໍາເນີນ ຕາມຂັ້ນຕອນຂອງຂະແໜງການທີ່ກ່ຽວຂ້ອງ ກ່ອນຈະສະເໜີເປັນລາຍລັກອັກສອນເຖິງ ຄະນະສະເພາະ ກິດກະຊວງການຕ່າງປະເທດ, ເອກະສານປະກອບມີ: ໃບອະນຸຍາດລົງທຶນພາຍໃນ ແລະ ຕ່າງປະເທດ; ໃບທະບຽນວິສາຫະກິດ; ໃບຢັ້ງຢືນການມອບພັນທະອາກອນປະຈຳປີ

SA Game
laoedaily.com

• ສຳລັບພົນລະເມືອງລາວ ທີ່ມີຈຸດປະສົງຢາກເດີນທາງກັບ ສປປ ລາວ ໃຫ້ລົງທະບຽນຢູ່ສະຖານເອກອັກຄະ ລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ປະເທດທີ່ຕົນອາໄສຢູ່ ໂດຍແຈ້ງຂໍ້ມູນລະອຽດ ຂອງບຸກຄົນ, ຊື້ ແລະ ເບີໂທລະສັບຜູ້ຕິດຕໍ່ປະສານງານຢູ່ ສປປ ລາວ, ສາເຫດການຕົກຄ້າງຄາດຄະເນ ວັນເວລາການເດີນທາງພາຫະນະໃນການເດີນທາງ, ດ່ານທີ່ຈະເດີນທາງເຂົ້າສະຖານທີ່ຈະເຂົ້າຈຳກັດ ບໍລິເວນ (ໂຮງແຮມ ຫຼືສູນຈຳກັດບໍລິເວນ ຕາມການກຳນົດຂອງຄະນະສະເພາະກິດສູນກາງ ແລະ ທ້ອງຖິ່ນ) ເພື່ອຄະນະສະເພາະກິດ ຄົ້ນຄວ້າພິຈາລະນາຊອກຫາຊ່ອງທາງໃນການອຳນວຍຄວາມສະດວກ ໃນການເດີນທາງກັບ ສປປ ລາວ

• ສຳນັກງານຜູ້ຕາງໜ້າການທູດ, ອົງການຈັດຕັ້ງສາກົນຕ່າງໆ ທີ່ມີຄວາມຈຳເປັນອັນຮີບດ່ວນຮັບເອົານັກ ການທູດ ແລະ ພະນັກງານ ເຂົ້າມາປະຕິບັດໜ້າທີ່ທັງໄລຍະສັ້ນ ແລະ ໄລຍະຍາວ ຢູ່ ສປປ ລາວ.
• ສະເໜີເປັນລາຍລັກອັກສອນ ເຖິງກົມກ່ຽວຂ້ອງ ຂອງກະຊວງການຕ່າງປະເທດ ໂດຍລະບຸລາຍລະອຽດ ເຊັ່ນຊື່ ແລະ ນາມສະກຸນຄາດຄະເນວັນເວລາການເດີນທາງພາຫະນະໃນການເດີນທາງດ່ານທີ່ຈະເດີນທາງ ເຂົ້າ, ທີ່ຢູ່ຈະເຂົ້າຈຳກັດບໍລິເວນ ແລະ ປະເທດທີ່ຈະເດີນທາງຜ່ານ, ຫຼັງຈາກນັ້ນ ກົມກົງສຸນ, ກະຊວງການ ຕ່າງປະເທດ ຈະພິຈາລະນາໄປຕາມລະບຽບການ ແລະ ຂັ້ນຕອນພາຍໃນ ຂອງ ສປປ ລາວ;• ທຸກການສະເໜີເຂົ້າ ສປປ ລາວ ຕ້ອງສົ່ງ ເຖິງຄະນະສະເພາະກິດກະຊວງການຕ່າງປະເທດ ລ່ວງໜ້າຢ່າງ ໜ້ອຍ 07 ວັນລັດຖະການ ກ່ອນມື້ຈະເດີນທາງເຂົ້າ ສປປ ລາວ.

SA Game
laoedaily.com

+ ພາຍຫຼັງໄດ້ຮັບອະນຸຍາດຈາກ ຄະນະສະເພາະກິດ ຂອງກະຊວງການຕ່າງປະເທດ ໃຫ້ເຂົ້າ ສປປ ລາວ ແລ້ວ ຕ້ອງປະຕິບັດດັ່ງນີ້:
• ບຸກຄົນທີ່ມີວີຊາ ທີ່ຍັງມີອາຍຸນຳໃຊ້ ແມ່ນສາມາດເດີນທາງເຂົ້າມາ ສປປ ລາວ ໄດ້ (ແຕ່ຕ້ອງໄດ້ຮັບການອະນຸຍາດຈາກ ຄະນະສະເພາະກິດກະຊວງການຕ່າງປະເທດກ່ອນ)
• ສຳລັບບຸກຄົນທີ່ຍັງບໍ່ທັນມີວີຊາເຂົ້າ ສປປ ລາວ, ພາຍຫຼັງທີ່ໄດ້ຮັບອະນຸຍາດປະເພດວີຊາຈາກກົມກົງສຸນກະຊວງການຕ່າງປະເທດ ຈື່ງສາມາດຍື່ນຂໍວີຊາທີ່ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ປະເທດຕົ້ນທາງ

ກ່ຽວກັບການເດີນທາງອອກ ສປປ ລາວ ສໍາລັບພົນລະເມືອງລາວ ແລະ ພົນລະເມືອງຕ່າງປະເທດ ທີ່ຕ້ອງການເດີນທາງໄປຕ່າງປະເທດ (ໃນທຸກ ກໍລະນີ)ສາມາດແຈ້ງອອກກັບເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈຳດ່ານທີ່ຈະເດີນທາງ ໂດຍຕ້ອງຂໍອະນຸຍາດກັບຄະນະສະເພາະກິດ ແລະ ຕ້ອງໄດ້ກະກຽມເອກະສານຕາມເງື່ອນໄຂ ແລະ ມາດຕະການຂອງ ປະເທດປາຍທາງທີ່ກຳນົດໄວ້ຢ່າງຄົບຖ້ວນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com