ເລັ່ງ​ສະ​ຫລຸບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທົດ​ລອງກວດ​ກາ​ປະ​ຕູ​ດຽວ​ ຄັ້ງ​ດຽວ

ກະຊວງການຕ່າງປະເທດ

ສ​ປ​ປ ລາວ- ສ​ສ ຫວຽດນາມ ສະຫຼຸບການຈັດຕັ້ງປະຕິບັດທົດລອງຮູບແບບກວດກາປະຕູດຽວ ຄັ້ງດຽວ

ໃນວັນທີ 29 ທັນວາ 2021 ທີ່ ສສ ຫວຽດນາມ, ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການເຮັດທົດລອງຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ), ຊຶ່ງຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ແລະ ຄະນະຜູ້ແທນຝ່າຍຫວຽດນາມ ນຳໂດຍ ທ່ານ ບຸ່ຍ ແທງ ເຊິນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ.
ກອງປະຊຸມຄັ້ງນີ້ ສອງຝ່າຍເຫັນດີເປັນເອກະພາບກັນວ່າ ການຈັດຕັ້ງປະຕິບັດ ຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ)

– ລາວບາວ (ກວາງຈິ) ແມ່ນການຕັດສິນໃຈຂອງສອງລັດຖະບານ ເພື່ອແນ່ໃສ່ສ້າງເງື່ອນໄຂອັນສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າ, ການຄົມມະນາຄົມໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ແລະ ພາກສ່ວນທຸລະກິດຂອງສອງປະເທດ ກໍຄື ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງໃຫ້ມີຄວາມສະດວກວ່ອງໄວ ແລະ ທັງເປັນການປະຕິບັດຍຸດທະສາດແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ໝູນໃຊ້ທ່າແຮງທີ່ເປັນຈຸດໃຈກາງຂອງສູນກາງອາຊຽນໃຫ້ກາຍເປັນແລວທາງເສດຖະກິດຂອງພາກພື້ນ. ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ)

ກະຊວງການຕ່າງປະເທດ

– ລາວບາວ (ກວາງຈິ) ແມ່ນຄູ່ດ່ານສາກົນ ແຫ່ງທໍາອິດ ໃນຈໍານວນ 7 ຄູ່ດ່ານທີ່ໄດ້ຍົກຂຶ້ນໃນສົນທິສັນຍາ ກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຜູ້ຄົນໃນການໄປມາຂ້າມຜ່ານຊາຍແດນລະຫວ່າງບັນດາປະເທດ ໃນຂົງເຂດອານຸພາກພື້ນລຸ່ມແມ່ນໍ້າຂອງ (ເອີ້ນຫຍໍ້ວ່າສັນຍາ GMS-CBTA) ກໍຄື ການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານ ສາກົນແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ).

ວຽກງານດັ່ງກ່າວນີ້ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ, ທັງເປັນໜ້າທີ່ຄວາມຮັບຜິດຊອບຂອງບັນດາປະເທດທີ່ໄດ້ລົງນາມໃນສັນຍາ GMS-CBTA ຊຶ່ງເປັນການປະຕິຮູບວິທີການດຳເນີນເອກະສານຂົງເຂດພາສີ, ພ້ອມທັງເປັນການຖອດຖອນບົດຮຽນການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ດັ່ງກ່າວນີ້ ເພື່ອນຳໄປຈັດຕັ້ງປະຕິບັດຢູ່ບັນດາດ່ານຊາຍແດນອື່ນໆ ໃນຂັ້ນຕໍ່ໄປ.

ເຖິງແມ່ນວ່າການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາຍັງພົບຄວາມຫຍຸ້ງຍາກ ແລະ ອຸປະສັກບາງປະການ ໂດຍສະເພາະແມ່ນການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ສອງຝ່າຍກໍໄດ້ເອກະພາບກັນ ຈະສືບຕໍ່ເອົາໃຈໃສ່ຮ່ວມມືກັນຢ່າງສະໜິດແໜ້ນ ນັບແຕ່ລະດັບສູນກາງລົງຮອດຂັ້ນທ້ອງຖິ່ນ ເພື່ອແນ່ໃສ່ປັບປຸງຮູບແບບການກວດກາດັ່ງກ່າວໃຫ້ແທດເໝາະກັບສະພາບຕົວຈິງໃນອະນາຄົດ

ໂດຍສະເພາະການຊອກຫາວິທີທາງໃນການແກ້ໄຂຂໍ້ຄົງຄ້າງທີ່ມີໃນປັດຈຸບັນ, ປັບປຸງຮູບແບບທີ່ເໝາະສົມທີ່ສຸດໃຫ້ແກ່ຈຸດພິເສດ ແລະ ສະພາບຂອງຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ), ລົງນາມສົນທິສັນຍາລະດັບລັດຖະບານ ກ່ຽວກັບ ການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ), ພ້ອມທັງເພີ່ມການລົງທຶນດ້ານພື້ນຖານໂຄງລ່າງ, ປະກອບເຄື່ອງມືອຸປະກອນຮັບໃຊ້ທີ່ທັນສະໄໝ ເພື່ອຍົກລະດັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ກະຊວງການຕ່າງປະເທດ