ລາວ-ໄທ ​ຫາ​ລື​ການຮ່​ວມ​ມື​ກັນ​ລາດ​ຕະ​ເວນ​ຕາມ​ລຳ​ແມ່​ນ້ຳ​ຂອງ

SA Game

​ຂ​ປ​ລ

ກອງ​ປະ​ຊຸມ​ຮ່ວມ​ມື ລາວ-ໄທ ໃນ​ການກວດ​ກາ​ສາຍ​ທາງນ້ຳ ຕາມລໍາແມ່ນ້ຳຂອງ.

ເພື່ອ​ແກ້​ໄຂ​ບັນ​ຫາ​ການ​ຂົນ​ສົ່ງ​ການຄ້າ​ຂາຍ​ຢາ​ເສບ​ຕິດ, ການ​ລັກ​ລອບຂົນ​ສົ່ງ​ສິນ​ຄ້າ​ເຖືອນ ຕາມ​ລຳ​ແມ່​ນ້ຳ​ຂອງ ແລະ ການ​ລັກ​ລອບ​ເຂົ້າ​-ອອກ​ປະ​ເທດ​ແບບ​ຜິດ​ກົດ​ໜາຍ ແລະ ອື່ນ​ໆ​ອີກ, ຈາກ​ທີ່​ຜ່ານ​ມາ​ທາງ​ເຈົ້າ​ໜ້າ​ທີ່​ເຄີຍ​ໄດ້​ພົບ​ເຫັນ ແລະ ກັກ​ຕົວ​ມາ​ອົບ​ໂຮມ​ຕະ​ຫລອດ ແຕ່​ຍັງ​ເຫັນ​ວ່າ​ຍັງ​ມີ​ຜູ້​ທີ່​ພະ​ຍາ​ຍາມ​ລັກ​ລອບ​ເຂົ້າ-ອອກ ແລະ ຂົນ​ສິ​ນ​ຄ້າ​ເພື່ອ​ຫລີກ​ລ​່ຽງ​ການ​ເສຍ​ພາ​ສີ​ຈາກ​ດ່ານ​ຕ່າ​ງໆ.

ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້, ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມກຽມຄວາມພ້ອມວຽກງານລາດຕະ ເວນຮ່ວມຕາມລໍາແມ່ນ້ຳຂອງ ຊາຍແດນ ລາວ-ໄທ, ໄທ-ລາວ ລະຫວ່າງ ແຂວງບໍ່ແກ້ວ ສປປ ລາວ ກັບ ອຳເພີຊຽງຂອງ ຈັງຫວດຊຽງລາຍ ຣາຊະອານາຈັກໄທ ຄັ້ງປະຖົມມະລຶກ ປະຈຳປີ 2021 ເຊິ່ງໄດ້ຈັດຂຶ້ນໃນວັນທີ 28 ທັນວາ 2021 ຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ປະເທດໄທ

SA Game
​ຂ​ປ​ລ

ໂດຍການເປັນປະທານຂອງທ່ານ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ, ຫົວໜ້າຄະນະປະສານງານປະຈຳພື້ນທີ່ຊາຍແດນລາວ-ໄທ ແລະ ທ່ານ ນາວາເອກ ຈິລັດ ຜູກທອງ ຜູ້ບັງຄັບໜ່ວຍເຮືອຮັກສາຄວາມສະຫງົບຮຽບຮ້ອຍ ຕາມລໍາແມ່ນໍ້າຂອງເຂດຊຽງລາຍ,

ຮອງຫົວໜ້າຊຸດປະສານງານປະຈຳພື້ນທີ່ຊາຍແດນ ໄທ-ລາວ ພື້ນທີ່ພາກເໜືອຂອງໄທ ແລະ ພາກສ່ວນທີ່ກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມ ໄດ້ກຳນົດຈຸດຂອບເຂດທີ່ຈະອອກເຄື່ອນໄຫວລາດຕະເວນຮ່ວມຄັ້ງນີ້ ເປັນ 6 ຈຸດ ໂດຍໃຊ້ເຮືອລາດຕະເວນ 5 ລຳ, ເຮືອລາດຕະເວນຝ່າຍລາວ 2 ລຳ ແລະ ເຮືອລາດຕະເວນຝ່າຍໄທ 3 ລຳ ໃນການໄຫວຕົວຈິງແມ່ນເລີ່ມແຕ່ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ເມືອງຫ້ວຍຊາຍ ລົງໄປຮອດ ບ້ານຄົກຫລວງ ເມືອງຫ້ວຍຊາຍ ລວມໄລຍະທາງ 20 ກິໂລແມັດ.

SA Game
ຂ​ປ​ລ

ຈາກນັ້ນ ທັງສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນ ແລະ ປຶກສາຫາລື ຈຸດປະສົງໃນການອອກເຄື່ອນໄຫວລາດຕະເວນຮ່ວມໃນຄັ້ງນີ້ ກໍເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮອຍຕາມລໍາແມ່ນ້ຳຂອງຕອນເໜືອ ຂອງສອງປະເທດ ລາວ-ໄທ, ທັງເປັນການແກ້ໄຂການລັກລອບຂົນສົ່ງຢາເສບຕິດ, ການຂົນສົ່ງສິນຄ້າເຖື່ອນ, ການລັກລອບເຂົ້າ-ອອກເມືອງແບບຜິດກົດໝາຍ ແລະ ບັນຫາອື່ນໆທີ່ອາດຈະເກີດຂຶ້ນຕາມຊາຍແດນ ອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.