​ສິ່ງ​ເສບ​ຕິດ! ປກ​ສ ແຂວງ​ບໍ​ລິ​ຄຳ​ໄຊ ທຳ​ລາຍ​ສວນ​ກັນ​ຊາ​ຢູ່​ໃນ 3 ເມືອງ

SA Game

ສື່ມວນຊົນກະຊວງ ປກສ.

ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ ແຂວງບໍລິຄຳໄຊ ນຳກຳລັງຈູດທຳລາຍສວນກັນຊາ.

ແຂວງບໍລິຄຳໄຊ ໄດ້ເນັ້ນການແກ້ໄຂບັນຫາຢາເສບຕິດ ຢ່າງເຂັ້ມງວດ, ໃນລະຫວ່າງທ້າຍເດືອນພະຈິກ ຫາ ຕົ້ນເດືອນທັນວາ 2021, ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ທຳລາຍສວນກັນຊາ ທີ່ປະຊາຊົນ ລັກລອບປູກໃນເຂດຫ່າງໄກສອກຫລີກຢູ່ 3 ເມືອງ ຄື:

ເມືອງຄຳເກີດ, ໄຊຈຳພອນ ແລະ ເມືອງວຽງທອງ ລວມເນື້ອທີ່ 100 ກວ່າເຮັກຕາ.

ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ເພື່ອຕອບສະໜອງການ ຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຄະນະບັນຊາ ປກສ ແຂວງ ໄດ້ນຳພາ-ຊີ້ນຳ ກຳລັງວິຊາສະເພາະທົ່ວ ປກສ ແຂວງ ເຂັ້ມງວດໃນການຈັດຕັ້ງປະຕິບັດໜ້າທີ່ໂດຍສະເພາະການແກ້ໄຂບັນຫາຢາເສບຕິດ; ໃນນີ້, ໄດ້ຊີ້ນຳບັນດາ ປກສ ເມືອງຊອກຄົ້ນຫາເປົ້າໝາຍ ແລະ ພື້ນທີ່ສ່ຽງທີ່ປະຊາຊົນລັກລອບປູກກັນຊາ ໃນຂອບເຂດແຂວງບໍລິຄຳໄຊ ແລະ ສາມາດກວດພົບ ຢູ່ເຂດທີ່ຫ່າງໄກສອກຫລີກຢູ່ 3 ເມືອງດັ່ງກ່າວ.

SA Game
ສື່ມວນຊົນກະຊວງ ປກສ.

ຈາກນັ້ນ, ຈິ່ງໄດ້ຊີ້ນຳໃຫ້ທຳລາຍສວນກັນຊາຖິ້ມ ໂດຍເຫລົ່າຮົບວິຊາສະເພາະ ປກສ ແຂວງ, ປກສ ເມືອງ ປະສານສົມທົບກັບກໍາລັງ ປກຊ, ໄອຍະການ ແລະ ປ່າໄມ້ ເຂົ້າທຳລາຍສວນກັນຊາ.

ສະເພາະເມືອງຄຳເກີດ: ກວດພົບ ພື້ນທີ່ປູກກັນຊາ ທັງໝົດ 140 ສວນ ເນື້ອທີ່ລວມ 135,68 ເຮັກຕາ ໂດຍເຈົ້າໜ້າທີ່ ປກສ ເມືອງ ໄດ້ແບ່ງຈຸດເຂົ້າຈູດທຳລາຍຈຳນວນ 4 ຄັ້ງ ຄື: ຄັ້ງທີ 1 ໃນວັນທີ 27 ພະຈິກ 2021 ຈູດທຳລາຍຢູ່ເຂດໜອງກອກ ຈຳນວນ 45 ສວນ ໃນເນື້ອທີ່ປະມານ 32,2 ເຮັກຕາ;ຄັ້ງທີ 2 ໃນວັນທີ 5 ທັນວາ 2021 ຈູດທຳລາຍຢູ່ເຂດເມືອງຄຳເກີດ ຈຳນວນ 62 ສວນ ເນື້ອທີ່ປະມານ 43,58 ເຮັກຕາ; ຄັ້ງທີ 3 ວັນທີ 11 ທັນວາ 2021 ຈູດທຳລາຍ 3 ຈຸດຄື: ຈຸດທີ 1 ຈຳນວນ 10 ສວນ ໃນເນື້ອທີ່ປະມານ 16,2 ເຮັກຕາ, ຈຸດທີ 2 ທໍາລາຍສວນກັນຊາໄດ້ 15 ສວນ ປະມານ 28,7 ເຮັກຕາ ແລະ ຈຸດທີ 3 ທໍາລາຍສວນກັນຊາໄດ້ 10 ສວນ ປະມານ 16,2 ເຮັກຕາ; ຄັ້ງທີ 4, ໃນວັນທີ 26 ທັນວາ 2021 ໄດ້ແບ່ງອອກ ເປັນ 2 ຈຸດຄື: ຈຸດທີ 1 ຈຸດທຳລາຍຢູ່ເຂດໜອງກອກ ບ້ານນາຄໍາ ທໍາລາຍສວນກັນຊາໄດ້ 8 ສວນ 7 ເຮັກຕາ ແລະ ຈຸດທີ 2 ຄຸ້ມຄໍາມ່ວນ ບ້ານໂພນທອງ ສາມາດທໍາລາຍສວນກັນຊາໄດ້ 10 ສວນ ມີ 8 ເຮັກຕາ.

SA Game
ສື່ມວນຊົນກະຊວງ ປກສ.

ຢູ່ເມືອງໄຊຈຳພອນ ກວດພົບສວນກັນຊາ ຈຳນວນ 53 ສວນ ໃນເນື້ອທີ່ ປະມານ 30.05 ເຮັກຕາ ຢູ່ບ້ານຄຳກູນາ ເຂດນາແຈງ, ກຳລັງ ປກສ ເມືອງ ສົມທົບກັບອົງການປົກຄອງເມືອງ ເຂົ້າຈູດທຳລາຍຖິ້ມ ນັບແຕ່ວັນທີ 12-23 ທັນວາ ຈິ່ງສຳເລັດ ໂດຍໄດ້ຕັດປະໄວ້ໃຫ້ແຫ້ງ ແລ້ວຈູດ, ສ່ວນສວນໃດບໍ່ທັນແຫ້ງແມ່ນໄດ້ໃຊ້ນຳມັນຫົດ ແລ້ວໃຊ້ໄຟຈູດ, ມີບາງສວນກຳລັງອັດແທ່ງ ແຕ່ເຈົ້າໜ້າທີ່ໄດ້ເກັບກູ້ພ້ອມທຳລາຍຖິ້ມຈົນໝົດ.

ສຳລັບຢູ່ເມືອງວຽງທອງ ການຈູດທຳລາຍສວນກັນຊາ ແມ່ນຈະໄດ້ຈູດໃນວັນທີ 29 ທັນວາ 2021, ເຊິ່ງເນື້ອທີ່ທຳລາຍແມ່ນກຳລັງເກັບກຳຂໍ້ມູນຕົວຈິງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ສື່ມວນຊົນກະຊວງ ປກສ.