ມອບ​ຮັບ​ລາງວັນ​ທຸ​ລະ​ກິດ​ລາວຊັ້ນ​ນຳ​ດີ​ເດັ່ນ ໃນ​ປີ 2021 ນີ້​

SA Game

ຂ​ປ​ລ.

ພິ​ທີ່ມອບ​ຮັບລາງວັນທຸລະກິດຊັ້ນນໍາດີເດັ່ນ ຂ​ອງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

ໄດ້​ມ​ີ​ພິ​ທີ​ມອບ​ຮັບ​ລາງວັນ​ຂອງ​ທຸ​ລະ​ກິດ​ດີ​ເດັນ​ໃນວັນທີ 29 ທັນວາ 2021 ນີ້ ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ, ຊ່ວຍເຫລືອສັງຄົມ ໃນໄລຍະໂຄວິດ-19 ປີ 2021

ຕາງໜ້າມອບໂດຍ ທ່ານ ຄຳແພງ ໄຊສົມແພງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ເຂົ້າຮ່ວມ.

ການມອບລາງວັນທຸລະກິດດີເດັ່ນ ໃຫ້ນັກທຸລະກິດ ລາວ ໃນຄັ້ງນີ້, ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ເປັນຂວັນກໍາລັງໃຈ ໃຫ້ບັນດາຫົວໜ່ວຍທຸລະກິດ ທີ່ເປັນສະມາຊິກຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທີ່ສາມາດນໍາພາວິສາຫະກິດຂອງຕົນ ຂ້າມຜ່ານວິກິດຕ່າງໆ ທີ່ເກີດຂຶ້ນ ຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19

SA Game
ຂ​ປ​ລ.

ຊົມເຊີຍ ບັນດາວິສາຫະກິດ ທີ່ມີທ່າແຮງ ປະກອບສ່ວນທາງດ້ານທຶນຮອນ, ວັດຖຸ ປັດໄຈຕ່າງໆ ສົມທົບໃຫ້ແກ່ລັດຖະບານ ໃນການສະກັດກັ້ນ ແລະ ຕ້ານການແພ່ລະບາດຂອງເຊື້ອພະຍາດໂຄວິດ-19, ທັງເປັນການປະກອບສ່ວນອັນສໍາຄັນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ.

ບັນດາບໍລິສັດ ທີ່ຜ່ານການຄັດເລືອກ ຂອງຄະນະຮັບຜິດຊອບ ລວມມີທັງໝົດ 106 ບໍລິສັດ, ຈາກ 6 ແຂວງ ເຊັ່ນ:

ແຂວງສາລະວັນ, ຈໍາປາສັກ, ສະຫວັນນະເຂດ, ບໍລິຄໍາໄຊ, ນະຄອນຫລວງວຽງຈັນ ແລະ ແຂວງຫລວງນໍ້າທາ ໂດຍແບ່ງອອກເປັນ 13 ຂະແໜງການ, ເຊິ່ງບໍລິສັດທີ່ໄດ້ຮັບລາງວັນໃນຄັ້ງນີ້, ລ້ວນແລ້ວແຕ່ແມ່ນບໍລິສັດ ທີ່ມີຄວາມສາມາດໂດດເດັ່ນ, ປະກອບສ່ວນພັນທະອາກອນໃຫ້ແກ່ລັດ, ມີຜົນງານໃນການປະກອບສ່ວນຊ່ວຍເຫລືອສັງຄົມ, ມີການບໍລິຫານທີ່ມີປະສິດທິຜົນ, ປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ ສະພາການຄ້າ ແລະ ອຸດສາຫະກໍາ ແລະ ສາມາດນໍາພາ ວິສາຫະກິດຂອງຕົນ ຜ່ານວິກິດທີ່ເກີດຈາກສະພາບເສດຖະກິດ ແລະ ການແພ່ລະບາດຂອງພະຍາດໂຄວິດ-19 ໄດ້.

SA Game
ຂ​ປ​ລ.

ໂອກາດດັ່ງກ່າວ, ທ່ານ ພັນຄໍາ ວິພາວັນ ໄດ້ມີຄຳເຫັນໂອລົມ ແລະ ໃຫ້ທິດຊີ້ນໍາຕໍ່ນັກທຸ ລະກິດລາວ ໃນການດຳເນີນທຸລະກິດ ໃນດ້ານຕ່າງໆ ຢູ່ ສປປ ລາວ ໃຫ້ໄດ້ຮັບການພັດທະນາ ເພື່ອຍູ້ແຮງ, ຂັບເຄື່ອນ, ປະກອບສ່ວນພັດທະນາ ເສດຖະກິດ ຂອງ ສປປ ລາວ ໃຫ້ສູງຂຶ້ນເລື້ອຍໆ, ພ້ອມທັງໃຫ້ທິດຊີ້ນຳກ່ຽວກັບ ທິດທາງແຜນການຂອງ ລັດຖະບານ ກໍຄື ການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ແລະ ທິດທາງແກ້ໄຂບັນຫາທີ່ເປັນອຸປະສັກຕໍ່ການດໍາເນີນທຸລະກິດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.