ຂ່າວ​ດີ! ອົງ​ການ​ຢູ​ນິ​ເຊັບ​ຊ່ວຍ​ໃຫ້​ທືນ​ແກ່ເດັກ​ນ້ອຍ​ກ່ອນ​ໄວ​ຮຽນ​

ເດັກໆກ່ອນໄວຮຽນທີ່ໄດ້ຮັບທຶນຊວ່ຍເຫຼືອຈາກອົງການຢູນີເຊັບ

ຖື​ວ່າ​ເປັນ​ຂ່າວ​ທີ່​ໜ້າ​ຍິນ​ດີ​ຫລາຍທີ່​ນ້ອງ​ນ້ອຍ​ຈ່ຳ​ນວນຫຼາຍ​ຈະ​ໄດ້​ຮັບ​ທືນ​ຊ່ວຍ​ເຫຼືອ​ຈາກ​ອົງ​ການ​ຢູ​ນິ​ເຊັບ, ເນື່ອງ​ໃນ​ໂອ​ກາດ​ວັນ​ຄົບ​ຮອບ​ສະ​ເຫຼີມ​ສະຫຼອງວັນ​ຢູ​ນີ​ເຊັບ​ຄົບ​ຮອບ 75 ປີ ນັກ​ຂ່າວ​ມີ​ເດຍ​ລາວ ​ພ້ອມ​ດ້ວຍ​ວິ​ຊາ​ການ​ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ​ ແລະ ຊຸກ​ຍູ້​ນ້ອງໆ ​ນັກ​ຮຽນ (ເດັກ​ກ່ອນ​ໄວ​ຮຽນ) ຢູ່ 3 ໂຮງ​ຮຽນ​ຄື: ໂຮງ​ຮຽນ​ບ້ານ​ເພຍ, ໂຮງ​ຮຽນ​ບ້ານ​ກົກ​ງີ້ວ ແລະ ໂຮງ​ຮຽນ​ກີ່ວ​ກະ​ຈຳ ເມືອງ​ໃໝ່ ແຂວງ ຜົ້ງ​ສາ​ລີ ຄັ້ງ​ວັນ​ທີ່ 27 ທັນ​ວາ 2021.

ເພື່ອ​ເປັນ​ການ​ທົບ​ທວນ​ຄືນ​ຕໍ່​ກັບ​ການ​ຮຽນຂອງ​ເດັກ​ ແລະ ການ​ສອນ​ຂອງ​ຄູ​ອານ​ຈານ​ຢູ່​ພາຍ​ໃນ​ໂຮງ​ຮຽນ ໃນ​ໄລ​ຍະ​ຜ່ານ​ມາ​ຢູ່​ເມືອງ​ໃໝ່​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຊວ່ຍ​ເຫຼືອ​ຈາກ​ອົງ​ຢູ​ນີ​ເຊັບ​ ມີ 30 ໂຮງ​ຮຽນ ເປັນ​ຕົ້ນ​ແມ່ນ​ໄດ້​ຮັບ​ທຶນ​ສົ່ງ​ເສີມວຽກ​ງານ​ການລົງ​ນິ​ເທດ​ປະ​ຖົມ​ສຶກ​ສາ 7 ພາກ​ຮຽນ ເປັນ​ຈຳ​ນວນ​ເງິນທັງ​ໝົດ 170.759.000ກີບ.

SA Game
medialaos.com

ທຶນ​ສົ່ງ​ເສີມ​ວຽກ​ງານ​ສຸ​ຂະ​ພາບ​ຂອງ​ເດັກ​ໃນ​ໂຮງ​ຮຽນ,ວຽກ​ງານ​ສຸ​ຂະ​ອະ​ນາ​ໄມ​ເປັນ​ຈຳ​ນວນ​ເງິນ​ທັງ​ໝົດ 20.850.000ກີບ ສະ​ໜອງ​ລົດ​ຈັກ​ຈຳ​ນວນ 4 ຄັນ ລວມ​ມູນ​ຄ່າ 14.300.000 ກີບ, ເຄື່ອງ​ຮັບ​ໃຊ້​ຫ້ອງ​ການ​ເຊັ່ນ​ຄອມ​ພີ​ວ​ເຕີ​ຕັ້ງ​ໂຕະ, ຕູ້​ເລື່ອນ​ໃສ່​ເອ​ກະ​ສານ 2 ໜ​ວ່ຍ, ແຟ້ມ​ໃສ່​ເອ​ກະ​ສານ 108 ອ​ັນຫີບ​ອຸ​ປະ​ກອນ​ຫ້ອງ​ກຽມ 27 ຫີບ ລວມ​ມູນ​ຄ່າ 30.375.000ກີບ

SA Game
medialaos.com

ເຊີ່ງອົງ​ການ​ຢູ​ນີ​ເຊັບ​ ໄດ້​ເຂົ້າ​ມາ​ຊວ່ຍ​ເຫຼືອ​ຊຸກ​ຍູ້​ເດັກ​ກ່ອນ​ໄວ​ຮຽນ​ຢູ່​​ເມືອງ​ໃໝ່​ຂອ​ງ​ພວກ​ເຮົາ​ແຕ່ປີ 2017 ເປັນ​ຕົ້ນ​ມາ ຈຸດ​ປະ​ສົງ​ຂອງ​ການ​ລົງ​ເກັບ​ກຳ​ຂໍ້​ມູນ​ໃນ​ຄັ້ງ​ນີ້​ກໍ່​ເພື່ອ​​ເປັນ​ການ​ສະ​ເຫຼີມ​ສ​ະຫຼອງວັນ​ຄົບ​ຮອບ​ຂອງ​ອົງ​ການ​ຢູ​ນີ​ເຊັບ 75 ປີ ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ​ຕະຫຼອດ​ໄລ​ຍະ​ທີ່​ຜ່ານ​ມາ​ໄດ້​ຮັບ​ການ​ຊວ່ຍ​ເຫຼືອ​ຈາກ​ຢູ​ນີ​ເຊັບຫຼາຍ​ດ້ານ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເຂົ້າ​ໃນ​ການ​ຮຽນ-ການ​ສອນ​ຂອງ​ໂຮງ​ຮຽນ​ແຫ່ງ​ຕ່າງໆ​ ຢູ່​ພາຍ​ໃນ​ເມືອງ​ໃໝ່​ຂອງ​ພວກ​ເຮົາ ແລະ ເພື່ອ​ເປັນ​ການ​ປະ​ເມີນ​ການ​ຮຽນ-ການ​ສອນ​ຂອງ​ເດັກ ແລະ ຄູ​ອາ​ຈານ​ໃຫ້​ໄດ້​ຮັບ​ການ​ພັດ​ທະ​ນານັບ​ມື້​ນັບ​ດີ​ຂຶ້ນກວ່າ​ເກົ່າ ​ການ​ເກັບ​ກຳ​ຂໍ້​ມູນ​ໃນ​ຄັ້ງ​ນີ້ເຫັນ​ໄດ້ຫຼາຍ​ດ້ານ​ຄື: ບາງ​ໂຮງ​ຮຽນ​ຍັງ​ຂາດ​ເຂີນ​ໂຮງ​ຮຽນ​ຍັງ​ເປ່​ເພ, ຂາດ​ອຸ​ປະ​ກອນ​ການ​ຮຽນ-ການ​ສອນ, ຂາດ​ກະ​ດານ​ດຳ ແລະ ອື່ນໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: medialaos.com