​ຕ້ອງ​ໄດ້​ປະ​ຕິ​ຮູບ​ໃໝ່! ລັດຖະບານຕັ້ງຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ

SA Game

ຂ​ປ​ລ

ຕາມຂໍ້ຕົກລົງຂອງນາຍົກ ລັດຖະບານຈັດຕັ້ງຄະນະປະຕິຮູບ ລັດວິສາຫະກິດໄຟຟ້າລາວ

ລັດວິສາຫະກິດໄຟຟ້າລາວ, ໄດ້ມີພິທີ ປະກາດການຈັດຕັ້ງຄະນະປະຕິຮູບ ລັດວິສາຫະກິດໄຟຟ້າລາວ ຕາມຂໍ້ຕົກລົງຂອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໃນວັນທີ 22 ເມສາ 2022, ທີ່ສໍານັກງານໃຫຍ່ ໂດຍມີ ທ່ານ ດາວວົງ ພອນແກ້ວ ລັດຖະ ມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຄະນະອໍານວຍການ, ສະພາບໍລິຫານລັດ ວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ຜູ້ຕາງໜ້າລັດວິສາຫະກິດໄຟຟ້າລາວ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງນາຍົກລັດ ຖະມົນຕີ ເລກທີ 22/ນຍ ວ່າດ້ວຍການແຕ່ງຕັ້ງຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ ໂດຍແຕ່ງຕັ້ງ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ເປັນຫົວໜ້າຄະນະ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປັນຮອງຫົວໜ້າຄະນະ, ພ້ອມນີ້ ຍັງໄດ້ແຕ່ງຕັ້ງອີກ 7 ທ່ານເປັນຄະນະ.

SA Game
ຂ​ປ​ລ

ຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ ມີສິດ ແລະ ໜ້າທີ່ດັ່ງນີ້: ກໍານົດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງບໍລິສັດທີ່ປຶກສາ ທີ່ໄດ້ຮັບການຮັບຮອງໃຫ້າເນີນການປະຕິຮູບລັດິສາຫະກິດຮອບດ້ານ ທັງດ້ານການເງິນ, ໂຄງສ້າງທຸລະກິດ ແລະ ບຸກຄະລາກອນ; ກໍານົດຂັ້ນຕອນ, ວິທີການ, ດໍາເນີນການຄັດເລືອກ ແລະ ສ້າງແຜນຈັດຊື້-ຈັດຈ້າງບໍລິສັດ ທີ່ປຶກສາດ້ານການເງິນ-ບັນຊີ, ທີ່ປືກສາກວດສອບພາຍນອກ ແລະ ທີ່ປຶກສາທາງດ້ານກົດໝາຍ ໂດຍອີງຕາມກົດໝາຍ ແລະ ລະບຽບການ; ນໍາພາ-ຊີ້ນໍາ ບໍລິສັດທີ່ປຶກສາ ໃນການກໍານົດແຜນການປະຕິຮູບລັດວິສາຫະກິດໄຟຟ້າລາວ; ຂຶ້ນແຜນງົບປະມານ ເພື່ອ ນໍາໃຊ້ເຂົ້າໃນວຽກງານການປະຕິຮູບ ລັດວິສາຫະກິດໄຟຟ້າລາວ ແລະ ສ້າງແຜນງົບປະ ມານນໍາໃຊ້ໃນການວ່າຈ້າງບໍລິສັດທີ່ປຶກສາແຕ່ລະດ້ານ.

ພາຍຫລັງ ບໍລິສັດທີ່ປຶກສາສໍາເລັດການເກັບກໍາຂໍ້ມູນ ແລະ ການຄົ້ນຄວ້າ ການສ້າງແຜນປະຕິຮູບລັດວິສາຫະກິດໄຟຟ້າລາວ ແມ່ນ ຕ້ອງໄດ້ລາຍງານຄະນະນໍາກະຊວງການເງິນ ແລະ ລັດຖະບານ ເພື່ອຂໍການຮັບ ຮອງທາງດ້ານຫລັກການ; ອໍານວຍຄວາມສະດວກ ໃຫ້ບໍລິສັດທີ່ປຶກສາໃນການດໍາເນີນວຽກງານຮ່ວມກັບລັດວິສາຫະກິດໄຟຟ້າລາວ ເພື່ອໃຫ້ບັນລຸເປົ້າໝາຍໃນການປະຕິຮູບ; ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອຊີ້ນໍາໃຫ້ລັດວິສາຫະກິດໄຟຟ້າລາວ ຈັດຕັ້ງປະຕິບັດ ແຜນການປະຕິຮູບໃຫ້ສໍາເລັດຕາມແຜນການ; ຄັດເລືອກ ແລະ ພິຈາລະນາສະເໜີກະຊວງ ການເງິນ ເພື່ອແຕ່ງຕັ້ງຄະນອໍານວຍການ ແລະ ພະແນກການຂອງລັດວິສາຫະກິດໄຟຟ້າ ລາວຈາກພາຍນອກ, ພ້ອມທັງເຮັດສັນຍາການວ່າຈ້າງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ລາຍງານຜົນການຈັດຕັ້ງປະຕິບັດ ການປະຕິຮູບລັດວິສາຫະກິດໄຟຟ້າລາວໃຫ້ລັດຖະບານຮັບຊາບ ເປັນແຕ່ລະໄລຍະ; ແຕ່ງຕັ້ງຄະນະ ຫລື ກອງເລຂາຊ່ວຍວຽກ ເພື່ອໃຫ້ມີຄວາມສະດວກ ໃນການດໍາເນີນວຽກງານຂອງຄະນະປະຕິຮູບ ລັດວິສາຫະກິດໄຟ ຟ້າລາວ ແລະ ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມກົດໝາຍ ແລະ ລະບຽບການ.

ທ່ານ ດາວວົງ ພອນແກ້ວ ໄດ້ມີຄໍາເຫັນວ່າ: ຄະນະປະຕິຮູບນີ້, ຈະຊ່ວຍສ້າງສະ ພາບແວດລ້ອມ ແລະ ເງື່ອນໄຂໃໝ່ໃຫ້ແກ່ການປັບປຸງ, ພັດທະນາລັດວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນ ທັງເພື່ອຢຸດຕິ ແລະ ສະກັດກັ້ນ ການເກີດສະພາບບໍລິຫານເກື້ອກູນ, ການຟູມເຟືອຍຊັບສົມບັດຂອງລັດ ແລະ ລວມໝູ່, ລົບລ້າງທຸກອະພິສິດ ແລະ ຜົນປະໂຫຍດຂອງຄົນບາງກຸ່ມ.

SA Game
ຂ​ປ​ລ

ພ້ອມນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ມີຄໍາເຫັນວ່າ: ຄະນະຮັບຜິດຊອບການ ປະຕິຮູບໄຟຟ້າລາວນີ້, ຈະສຸມຄວາມພະຍາຍາມ, ຄວາມຮູ້ຄວາມສາມາດ, ບົດຮຽນ ແລະ ປະສົບການທີ່ມີເຂົ້າໃນການສ້າງແຜນປະຕິຮູບໃຫ້ຖືກຕ້ອງ ເພື່ອເປັນພື້ນຖານໃຫ້ໃຫ້ແກ່ ການຈັດຕັ້ງ ແລະ ການເຄື່ອນໄຫວດໍາເນີນທຸລະກິດຂອງໄຟຟ້າລາວ ມີຄຸນນະພາບ, ມີການຫັນປ່ຽນທີ່ດີຂຶ້ນ, ສາມາດຮອງຮັບຄວາມຮຽກຮ້ອງຕ້ອງການປະຕິບັດບົດບາດເປັນ ຫົວໜ່ວຍທຸລະກິດໄດ້ຢ່າງໜັກແໜ້ນ ແລະ ຕໍ່ເນື່ອງ ເພື່ອປະກອບສ່ວນເຂົ້າໃນຜົນສໍາເລັດ ລວມຂອງການພັດທະນາປະເທດຊາດ ໃນໄລຍະໃໝ່.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ