ສປປ ລາວ ສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ປາຊີຟິກ

SA Game

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ປາຊີຟິກ

ໃນວັນນີ້ 23 ເມສາ 2022 ຜ່ານ​ມາ​ນີ້, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນຳ້ ຄັ້ງທີ 04 ເມືອງຄຸມາໂມໂຕະ, ປະເທດ ຍີ່ປຸ່ນ ພາຍໃຕ້ຫົວຂໍ້ “ນຳ້ເພື່ອການພັດທະນາແບບຍືນຍົງ-ບົດຮຽນທີ່ດີ ແລະ ອະນາຄົດຕໍ່ໄປ” (Water for Sustainable Development-Best Practices and the Next Generation)”.

(1). ໃນພິທີເປີດ ໄດ້ມີລະດັບປະມຸກລັດ/ຫົວໜ້າລັດຖະບານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ຈາກປະເທດໃນພາກພື້ນອາຊີ-ປາຊີຟິກ ເຂົ້າຮ່ວມ ແລະ ຜັດປ່ຽນກັນຂຶ້ນກ່າວປາໄສ ແລະ ສະແດງທັດສະນະຂອງບັນດາປະເທດ ເພື່ອແນໃສ່ຮ່ວມມືກັນເພື່ອຮັບມືກັບໄພພິບັດ ໂດຍສະເພາະຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19, ການຟື້ນຟູເສດຖະກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການນຳໃຊ້ງົບປະມານ, ການບໍລິຫານການປົກຄອງ ແລະ ການນຳໃຊ້ເຕັກໂນໂລຊີວິທະຍາສາດເຂົ້າໃສ່ວຽກງານການຄຸ້ມຄອງນຳ້ ເພື່ອບັນລຸການພັດທະນາແບບຍືນຍົງ, ທົດສະວັດສາກົນໃນການຈັດຕັ້ງປະຕິບັດວຽກງານນຳ້ ເພື່ອການພັດທະນາແບບຍືນຍົງ;

SA Game
Sourioudong Sundara

(2). ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ຂຶ້ນກ່າວປາໄສ ຢູ່ກອງປະຊຸມສຸດຍອດດັ່ງກ່າວ ໃນວັນທີ 23 ເມສາ 2022:

1. ຢໍ້າຄືນເຖິງຄວາມສຳຄັນຂອງນໍ້າ ແລະ ຊັບພະຍາກອນນໍ້າ ຖືເປັນປັດໄຈສຳຄັນຍິ່ງ ສຳລັບຊີວິດຂອງມວນມະນຸດ ກໍຄືການຄົງຕົວຂອງໂລກ ແລະ ມີຄວາມສຳຄັນ ຢ່າງສູງຕໍ່ການຄໍ້າປະກັນທາງດ້ານສະບຽງອາຫານ ແລະ ເຮັດໃຫ້ ສິ່ງແວດລ້ອມອຸດົມສົມບູນ;

2. ການເພີ່ມຂຶ້ນຂອງພົນລະເມືອງໃນທົ່ວໂລກ, ຄວາມຕ້ອງການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ການປ່ຽນແປງດິນຟ້າອາກາດ ເປັນສາເຫດຕົ້ນຕໍ ເຮັດໃຫ້ ຜົນກະທົບຈາກໄພພິບັດທາງທໍາມະຊາດນັບມື້ນັບຮຸນແຮງຂຶ້ນ ພ້ອມທັງສົງຜົນຕໍ່ ຄວາມຍືນຍົງຂອງ ນໍ້າ ແລະ ຊັບພະຍາກອນນໍ້າ;

3. ອັນຮຽກຮ້ອງໃຫ້ພວກເຮົາຕ້ອງຮີບຮ້ອນໃຫ້ມີການຈັດການນໍ້າ ແລະ ຊັບພະຍາກອນນໍ້າ ຢ່າງມີປະສິດທິພາບ ແລະ ຍືນຍົງ ເຊິ່ງວົງຄະນາຍາດສາກົນ ກໍຄື ອົງການສະຫະປະຊາຊາດ ຈຶ່ງໄດ້ກຳນົດເອົາວຽກງານການຄຸ້ມຄອງ ແລະ ນຳໃຊ້ນໍ້າ ແບບຍືນຍົງໃຫ້ເປັນໜຶ່ງ ໃນ 17 ເປົ້າໝາຍການພັດທະນາແບບຍືນຍົງ (SDG 6) ເຊິ່ງພວກເຮົາໝົດທຸກຄົນມີພັນທະໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ;

4. ສປປລາວ ເປັນໜຶ່ງໃນປະເທດທີ່ມີຄວາມອຸດົມສົມບູນໄປດ້ວຍນຳ້ ແລະ ຊັບພະຍາກອນນໍ້າ ເຊິ່ງໄດ້ກາຍເປັນທ່າແຮງອັນສຳຄັນ ສຳລັບການພັດທະນາເສດຖະກິດ-ສັງຄົມ;

5. ສະນັ້ນ, ເພື່ອຄຸ້ມຄອງ ແລະ ນຳໃຊ້ແຫລ່ງນ້ຳເຫລົ່ານີ້ ໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ, ລັດຖະບານ ໄດ້ວາງຍຸດທະສາດ ແລະ ແຜນການຄຸ້ມຄອງຢ່າງເປັນລະບົບ;

6. ພ້ອມດຽວກັນນີ້, ຍັງເຫັນໄດ້ຄວາມສຳຄັນຂອງການຮ່ວມມືທາງດ້ານນຳ້ (Water Diplomacy) ໂດຍຮ່ວມມືຢ່າງກວ້າງຂວາງກັບວົງຄະນາຍາດສາກົນ ແລະ ພາກພື້ນໃນວຽກງານນໍ້າ ໂດຍໄດ້ຫັນເອົາມາດຕະການຂອງສາກົນກ່ຽວກັບການຄຸ້ມຄອງນຳ້ ເຂົ້າມາເປັນມາດຕະການແຫ່ງຊາດ ເຊັ່ນ ໄດ້ເຊື່ອມສານ SDG 6 ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ;

SA Game
Sourioudong Sundara

(3). ກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນຳ້ ຄັ້ງທີ 04 ໄດ້ຮັບຮອງເອົາຖະແຫລ່ງການຄຸມາໂມໂຕະ (Kumamoto Declaration) ທີ່ໄດ້ເນັ້ນໜັກຄືນຄວາມສຳຄັນຂອງນຳ້ ແລະ ການແກ້ໄຂບັນຫາທີ່ກ່ຽວກັບນຳ້ເພື່ອຄຸ້ມຄອງ ແລະ ນຳໃຊ້ແຫລ່ງນ້ຳໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ (ກົມການຂ່າວ ກະຊວງການຕ່າງປະເທດແຫ່ງ ສປປລາວ).

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Sourioudong Sundara