ກຳມະການກົມການເມືອງສູນກາງພັກຈີນ ຕ້ອນ​ຮັບ​ທູດ​ລາວ​ປະ​ຈຳ​ ສ​ປ ຈີນ

SA Game

ຂ​ປ​ລ

ເອກອັກຄະລັດຖະທູດລາວ ປະຈຳ ສປ ຈີນ ເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຢ໋າງເຈຍສື

ສະຫາຍ ຢ໋າງເຈຍສື ກຳມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດ ຂອງສູນກາງພັກກອມມູນິດຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາເຕັມແຫ່ງ ສປປ ລາວ ປະຈຳ ສປ ຈີນ ໃນວັນທີ 20 ເມສາ 2022 ນີ້, ທີ່ນະຄອນຫລວງປັກກິ່ງ,

ສະຫາຍ ຢ໋າງເຈຍສື ໄດ້ກ່າວວ່າ: ສາຍພົວພັນຈີນ-ລາວ ໝັ້ນຄົງຂະໜົງແກ່ນ ແລະ ປະຊາຊົນສອງຊາດ ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ສອງປະເທດໄດ້ກ້າວເຂົ້າສູ່ຍຸກໃໝ່ ຍຸກແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ພາຍຫລັງເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ແລ້ວ, ເຫັນວ່າມີປະສິດທິພາບທີ່ດີ, ສອງຝ່າຍໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ

SA Game
ຂ​ປ​ລ

ໃນບັນຫາທີ່ເປັນຜົນປະໂຫຍດໃຈກາງຂອງແຕ່ລະຝ່າຍ, ສອງຝ່າຍຈະສືບຕໍ່ຈັດຕັ້ງປະຕິບັດຄຳເຫັນທີ່ສຳຄັນ ເຊິ່ງເປັນເອກະພາບຮ່ວມກັນຂອງຜູ້ນຳສອງປະເທດ, ຍົກລະດັບ ແລະ ຄຸນນະພາບການຮ່ວມມືດ້ານເສດຖະກິດການຄ້າ, ຊຸກຍູ້ການຮ່ວມມືໃນຂົງເຂດຕ້ານກັບການລະບາດຂອງພະຍາດໂຄວິດ-19 ລວມທັງຊຸກຍູ້ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ວັດທະນະທຳ ແລະ ຂົງເຂດອື່ນໆ ໃຫ້ປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ.

ໂອກາດນີ້, ສະຫາຍ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫລີອອັນລ້ຳຄ່າແກ່ ສປປ ລາວ ໃນການຕ້ານການລະບາດຂອງພະຍາດໂຄວິດ-19 ແລະ ການພັດທະນາເສດຖະກິດ-ສັງຄົມ. ພ້ອມທັງໄດ້ກ່າວຕື່ມວ່າ:

ສປປ ລາວ ໄດ້ຍຶດໝັ້ນການສະໜັບສະໜູນຫລັກໝັ້ນທີ່ເປັນທຳຂອງຈີນ ໃນຜົນປະໂຫຍດໃຈກາງ ແລະ ບັນຫາສາກົນທີ່ສຳຄັນ, ຫວັງວ່າຈະສືບຕໍ່ຮ່ວມກັບຝ່າຍຈີນ ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ລາວຈະຕັ້ງໜ້າຊຸກຍູ້ການພັດທະນາ ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ – ຈີນ ໃຫ້ຂະຫຍາຍຕົວກວ່າເກົ່າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂປລ.