ໃນ​ພາ​ສາ​ລາວຄໍາວ່າ “ສູ້” ແລະ “ຊູ້” ມີຄວາມໝາຍຄືກັນບໍ່

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ສູ້” ແລະ “ຊູ້”

ຄໍາວ່າ “ສູ້” ແລະ “ຊູ້” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສູງກັບສຽງຕໍ່າ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້. ຄໍາວ່າ “ສູ້” ແມ່ນຊື່ໂຕສັດສີ່ຕີນແນວນຶ່ງຄ້າຍຄືໂຕແຮດ ແຕ່ມີນໍໆດຽວໜັງຄ້າຍຄືໜັງໂຕແຂ້.  “ສູ້” ຍັງໝາຍເຖິງ ການຕໍ່ສູ້ກັນ ອາດຍ້ອນເຫດຜົນໄດ້ນຶ່ງ ເຊັ່ນ: ຕໍ່ສູ້ເພື່ອ ແລະ ຕໍ່ຕ້ານ ເພື່ອອິດສະລະ, ຕໍ່ສູ້ເພື່ອສັກສີ, ຕໍ່ສູ້ ເພື່ອ ລູກຫຼານ. “ສູ້” ໝາຍເຖິງການເສັງ ຫຼື ແຂ່ງກັນ ເຊັ່ນ: ກິລາຕີໂມຍມີການຕໍ່ສູ້ກັນຢ່າງດຸເດືອດ, ເຕາະບານແຂ່ງ ກັນຢ່າງມ່ວນຊື່ນ. ພ້ອມນັ້ນ, “ສູ້” ຍັງໝາຍເຖິງຫ້າວ ຫຼື ດີໃຈ ຫຼື ມ່ວນຊື່ນໃຈຫຼາຍ ເຊັ່ນ: ການເຊຍບານເຕະ ເຊຍໂມຍ ຫຼື ກິລາ ຫຼື ອື່ນໆ ມັກຮ້ອງ “ສູ້ໆ” “ສູ້ຕາຍ”. ນອກຈາກນັ້ນ “ສູ້” ຍັງໃຊ້ປະສົມກັບຄໍາອື່ນ ດັ່ງ ສູ້ກັນຕົວຕໍ່ຕົວ, ສູ້ຄວາມ, ສູ້ຊົນ, ສູ້ຕາຍ, ສູ້ໜ້າ, ສູ້ຮົບ, ສູ້ຮົບຕົບຕີ, ສູ້ແດດສູ້ຝົນ ເອົາຫຼັງສູ້ຟ້າ ເອົາໜ້າສູ້ດິນ ແລະ ອື່ນໆ.

ຄໍາວ່າ “ຊູ້” ໝາຍເຖິງຄົນຮັກກັນໃນທາງປະເວນີ ເຊັ່ນ: ຊູ້ຮັກ, ຊູ້ແພງ ແມ່ນການຮັກກັນລະຫວ່າງບ່າວ-ສາວ, ຫຼີ້ນຊູ້ ແມ່ນການລັກຫຼີ້ນບ່າວ ຫຼີ້ນສາວຂອງຄົນທີ່ແຕ່ງງານແລ້ວ. ແຕ່ຖ້າເຈົ້າຊູ້ ແມ່ນໝາຍເຖິງຄົນຊາຍທີ່ມີຮູບ ໂສມງາມ ຫຼື ຄໍາເວົ້າສະໄໝນີ້ແມ່ນຫຼໍ່, ເຖ້. ເຈົ້າຊູ້ ອີກຄວາມໝາຍນຶ່ງແມ່ນຄົນຊາຍທີ່ມັກລົມຫຼາຍຄົນ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າສູ້”.

“ສູ້” (1. ຄໍານາມ) ສັດສີ່ຕີນແນວນຶ່ງຕົວຄືແຮດ ມີນໍຄືກັນແຕ່ມີນໍດຽວໜັງເປັນຕາໆ ຄືໜັງແຂ້. (2. ຄໍາກິລິຍາ) ຕໍ່ ຕ້ານ, ບໍ່ຢ້ານ, ເສັງ, ແຂ່ງ. (2. ຄໍາກິລິຍາວິເສດ) ຫ້າວ, ດີໃຈ, ມ່ວນຫຼາຍ, ຊື່ນໃຈ.

ຕົວ­ຢ່າງ: 

  • ຍ້ອນຄວາມທຸກຈົນຕ້ອງໄດ້ທໍາມາຫາກິນແບບ ເອົາຫຼັງສູ້ຟ້າ ເອົາໜ້າສູ້ດິນ ແດດກໍຕ້ອງທົນຝົນກໍຕ້ອງອົດ.
  • ເກມເຕະບານໂລກນັດຊິງຊະນະເລີດມ່ວນຫຼາຍ ແຕ່ລະທີມສູ້ຈົນນາທີສຸດທ້າຍ ແບບບໍ່ທໍ້ຖອຍ.
  • ການຕໍ່ສູ້ກູ້ຊາດ ເພື່ອປົດປ່ອຍປະເທດຂອງຫຼາຍຊາດແມ່ນໃຊ້ເວລາຍາວນານ ແລະ ເສຍສະລະ ຊີວິດ ເລືອດເນື້ອ.
  • ທະຫານຕໍ່ສູ້ຢ່າງບໍ່ຢ້ານກົວ ແລະ ເສັງກັນບືນເຂົ້າຫາສັດຕູຢ່າງອົງອາດ.

ຄວາມໝາຍຄຳວ່າຊູ້”.

“ຊູ້” (1. ຄໍານາມ) ຄົນຮັກກັນໃນທາງປະເວນີ. ຊູ້ຂີ່ນ ແມ່ນຊູ້ຮັກ, ຊູ້ແພງ.

ຕົວ­ຢ່າງ: 

  • ຜົວເມຍຄູ່ນັ້ນກ່ອນແຕ່ງງານ ກໍຄືຕອນເປັນບ່າວສາວແມ່ນເປັນຊູ້ຮັກກັນມາຫຼາຍປີ.
  • ສອງຄົນເຂົາເຈົ້າຫຼີ້ນຊູ້ກັນ ແລະ ຖືກຈັບໄດ້ຈິ່ງຖືກລົງໂທດ ແລະ ປັບໄໝ ຕາມກົດໝາຍ.
  • ຈັ່ງແມ່ນຊາຍໜຸ່ມຄົນນັ້ນເຈົ້າຊູ້ແທ້ ສາວໆພາກັນແນມເບີ່ງຈົນຕາຄ້າງ.

ສະຫຼຸບ.

ຄໍາວ່າ “ສູ້” ແມ່ນສັດສີ່ຕີນແນວນຶ່ງຄືແຮດ ມີນໍດຽວໜັງເປັນຕາໆ ຄືໜັງແຂ້. ໝາຍເຖິງຕໍ່ສູ້ ຕໍ່ຕ້ານ. ໝາຍເຖິງ ການເສັງກັນ, ການແຂ່ງກັນ. ໝາຍເຖິງຄວາມຫ້າວ ຫຼື ດີໃຈ ຫຼື ມ່ວນຊື່ນໃຈຫຼາຍ. ສ່ວນຄໍາວ່າ “ຊູ້” ໝາຍເຖິງ ຄົນຮັກ, ໝາຍເຖິງການລັກຫຼີ້ນບ່າວ ຫຼື ສາວ ຫຼື ຜົວ ຫຼື ເມຍ ຂອງຄົນທີ່ແຕ່ງງານແລ້ວ. ກັນໃນທາງປະເວນີ. ໝາຍເຖິງຄົນຊາຍເຈົ້າຊູ້ (ຮູບຮ່າງຫຼໍ່ ແລະ ອີກຄວາມໝາຍໜຶ່ງໝາຍເຖິງຜູ້ຊາຍຫຼາຍໃຈ).

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo