ຄໍາວ່າ “ສາບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສາບ” ມີຄວາມໝາຍແນວໃດ?

ຄໍາວ່າ “ສາບ” ໝາຍເຖິງແມງສາບ ຊຶ່ງເປັນແມງແນວນຶ່ງຕົວແພບສີແດງຊໍ້າມັກຢູ່ຕາມເຮືອນຄົນເປັນແມງ ທີ່ຄົນລັງກຽດ ເພາະມັນມັກເຂົ້າກິນຂອງກິນ ແລະ ສິ່ງເສດເຫຼືອສົກກະປົກ ນໍາເຊື້ອພະຍາດມາສູ້ຄົນ. ຄໍາວ່າ “ສາບ” ຍັງເປັນຊື່ຜັກເອີ້ນ ຜັກສາບ ເປັນເຄືອຮູບຮ່າງຄ້າຍຄືກັບຜັກຕໍານິນ ໃບຊາໆ ບາງເຂດເອີ້ນ ຜັກອີນູນ ຜັກສາບສາມາດກິນໄດ້ ໂດຍລວກກັບແຈ່ວ, ເຮັດເອາະເຮັດແກງ ໃສ່ຊີ້ນແຫ້ງ ປາແຫ້ງ ຫຼື ອື່ນໆ. ຜັກສາບມີຊັບພະຄຸນທາງການຢາ ເພາະມີຫຼາຍທ້ອງຖີ່ນນໍາໄປປົວແກ້ປັດສະວະເປັນໜອງ, ແກ້ໄຂ້ ອອກຕຸ່ມ, ບໍາລູງເລືອດ ເປັນຕົ້ນ.

ນອກຈາກນັ້ນ, “ສາບ” ຍັງໝາຍເຖິງກີ່ນເໝັນສາບ ເຊັ່ນ: ກີ່ນເໝັນສາບຂີ້ຕົມ, ກີ່ນເໝັນສາບໂຕຄວາຍ, ກີ່ນເໝັນສາບໂຕງົວ, ກີ່ນສາບໂຕໝາຂີ້ເຮື້ອນ, ກີ່ນສາບໂຕແບ້, ກີ່ນສາບໂຕເປັດ, ກີ່ນສາບໂຕໄກ່, ກີ່ນ ສາບແມງສາບ ແລະ ອື່ນໆ. ອີກຄວາມໝາຍນຶ່ງ “ສາບ” ຍັງໝາຍເຖິງການປ້ອຍ ຫຼື ສາບແຊ່ງ ຫຼື ຄໍາ ສາບແຊ່ງ ຊຶ່ງເປັນຄໍາທີ່ເວົ້າຫຍາຍຄາຍ ເວົ້າທາງບໍ່ດີ ໃຫ້ຄົນອື່ນທີ່ຄຽດແຄ້ນໃຫ້. “ສາບ” ໝາຍເຖິງການ ສາບໄມ້ ຫຼື ຕາບບ່ອນທີ່ຂາດ ຫຼື ວາກ. “ສາບ” ເມື່ອນໍາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍແຕກຕ່າງ ອອກໄປ ດັ່ງ: ສາບສູນ ໝາຍເຖິງຊອກບໍ່ເຫັນ ຫຼື ຫາຍຕົວໄປ, ທະເລສາບ ໝາຍເຖິງທະເລ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສາບ”.

“ສາບ” (1. ຄໍານາມ) ແມງແນວນຶ່ງຕົວແພບສີແດງຊໍ້າ ມັກຢູ່ຕາມເຮືອນຄົນ ເອີ້ນ ແມງສາບ. ຜັກແນວ ນຶ່ງ ໃບຊາໆ ເປັນເຄືອຄ້າຍຜັກຕໍານິນ. (2. ຄໍາກິລິຍາວິເສດ) ກີ່ນເໝັນຢ່າງນຶ່ງ ດັ່ງກິ່ນແມງສາບເປັນຕົ້ນ. (3. ຄໍາກິລິຍາ) ປ້ອຍ, ແຊ່ງ, ໄວ້ເວນ. ແປະເຂົ້າກັນໃຫ້ເຕັມບ່ອນຂາດ ຫຼື ວາກ (ສາບໄມ້).

ຕົວ­ຢ່າງ: 

  • ແມງສາບ ເປັນສັດທີ່ຫຼາຍຄົນຂີ້ດຽດ ແລະ ບໍ່ຢາກເຫັນ, ມັນເປັນແມງທີ່ສາມາດນໍາເຊື້ອໂລກມາສູ່ ມະນຸດໄດ້ອີກ.
  • ຜັກສາບເປັນອາຫານພື້ນບ້ານ ເກັບຍອດອ່ອນໆມາລວກກັບແຈ່ວປາແຊບດີ ແລະ ມີສັບພະຄຸນ ທາງຢາອີກດ້ວຍ.
  • ວານນີ້ໄປດໍານາ ແລະ ເອົາເຄື່ອງນຸ່ງໄປຊັກແລ້ວ ແຕ່ຍັງມີກິ່ນສາບຂີ້ຕົມຢູ່ ສົງໃສຕ້ອງໄດ້ຊັກອີກ ຮອບນຶ່ງ.
  • ແມ່ຕູ້ສາ ທັງປ້ອຍ ທັງດ່າ ທັງສາບແຊ່ງໂຈນທີ່ມາລັກໄກ່ລາວຈົນໝົດໂລກ ຈົ່ງແຕ່ຮອບເກີບໃຫ້ ລາວເບີ່ງດ້ວຍຄວາມຊໍ້າໃຈ.
  • ຄົນສະໄໝກ່ອນສາບເຮືອທີ່ຮົ່ວດ້ວຍຂີ້ຄັ່ງ ຊຶ່ງເປັນພູມປັນຍາທ້ອງຖີ່ນ ແລະ ຄັ່ງກໍມີຫຼາຍຫາໄດ້ ງ່າຍຈາກທໍາມະຊາດ ແຕກຕ່າງກັບປະຈຸບັນ.

ສະຫຼຸບ.

ຄໍາວ່າ “ສາບ” ໝາຍເຖິງແມງສາບ, ໝາຍເຖິງຜັກສາບ ຊຶ່ງເປັນຜັກເປັນເຄືອຄ້າຍຜັກຕໍານິນ, ໝາຍເຖິງກີ່ນເໝັນສາບ ທີ່ຫຼາຍຄົນບໍ່ມັນ. ໝາຍເຖິງການສາບແຊ່ງ ຫຼື ການແຊ່ງໃຫ້ຈິບຫາຍວາຍວອດ ມີສິ່ງບໍ່ດີ ເກີດຂຶ້ນ. ນອກຈາກນັ້ນ, ຍັງໝາຍເຖິງການຕາບ ຫຼື ຕິດແປະບ່ອນຂາດ ຫຼື ວາກໃຫ້ດີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo