ຄໍາວ່າ “ພໍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພໍ” ມີຄວາມໝາຍແນວໃດ?

ຄໍາວ່າ “ພໍ” ໝາຍເຖິງໝາຍເຖິງເຕັມຈໍານວນ ຫຼື ເປັນໄປຕາມຢາກໄດ້ ຫຼື ສິ່ງຕ້ອງການ. ໝາຍເຖິງພຽງພໍ ຫຼື ພໍພຽງຕາມຄວາມຕ້ອງການ ເຊັ່ນ: ມີນໍ້າພຽງພໍສໍາລັບທຸກຄົນດື່ມ, ມີອາຫານພໍກິນສໍາລັບນຶ່ງອາທິດ, ມີ ເງິນພໍສໍາລັບຈ່າຍຄ່າອາຫານ, ມີນໍ້າມັນພໍສໍາລັບເດີນທາງໄປແຂວງຫຼວງພະບາງ, ມີກໍາມະກອນພຽງພໍສໍາລັບ ເຮັດໂຄງການ ເປັນຕົ້ນ. ພ້ອມນັ້ນ, “ພໍ” ຍັງໝາຍເຖິງພໍເໝາະ ຫຼື ເໝາະສົມ ເປັນຕົ້ນ ຂະໜາດຂອງເສື້ອ ແມ່ນພໍເໝາະດີກັບໂຕ, ເກີບກິລາພໍເໝາະກັບຕີນໃສ່ແລ້ວງາມເໝາະສົມ. ເຮັດໃນສິ່ງທີ່ພໍເໝາະສົມຢ່າງສະ ແດງອອກຫຼາຍເກີນໄປ.

ນອກຈາກນີ້, “ພໍ” ຍັງໝາຍເຖິງພໍເມື່ອ ຫຼື ພໍຍາມ ເຊັ່ນ: ພໍເມື່ອຕາເວັນລັບຂອບຟ້າ ຄວາມມຶດມາແທນ, ພໍຍາມຝົນຕົກໃຫ້ອັດປ່ອງຢ້ຽມ, ພໍຍາມຂ້ອນແຈ້ງໄກ່ຂັນສຽງດັງ. “ພໍ” ເມື່ອນໍາໄປບວກກັບຄໍາອື່ນຍັງໃຫ້ ຄວາມໝາຍອີກເຊັ່ນ: ພໍໃຈ ໄດ້ດັ່ງໃຈປາດຖະໜາ. ພໍໃຊ້ ແມ່ນມີບໍ່ຂາດ ຫຼື ຝຶດເຄືອງປານໃດ. ພໍດີພໍຮ້າຍ ແມ່ນກາງໆ. “ພໍ” ສະແດງເຖິງເວລາ ເຊັ່ນ: ພໍເມື່ອ, ພໍຍາມ, ພໍຍາມເມື່ອ. ພໍວ່າແມ່ນເມື່ອວ່າ. ພໍປະມານ ແມ່ນປານກາງ. ພໍແຮງ ແມ່ນເຕັມແຮງ. ສົມພໍ ຫຼື ສົມພໍວ່າ ແມ່ນການ ສະແດງອາການທັກທ້ວງຢ່າງທີ່ ເປັນຕາມຄາດຄະເນໄວ້. ສົ້ມພໍດີ ແມ່ນຊື່ພືດທີ່ສົ້ມແນວນຶ່ງ. ພໍດີ ແມ່ນ ຄວາມເໝາະສົມ. ພໍຄວນ ແມ່ນ ສົມຄວນ. ພໍຄາວ ແມ່ນນ້ອຍນຶ່ງ. ພໍດ້າມພໍດີ ແມ່ນເປັນໄປຕາມຢາກໄດ້. ພໍກິນພໍໃຊ້ ແມ່ນມີຢູ່ມີກິນບໍ່ອົດ ຢາກ. ພຽງພໍ ແມ່ນມີພໍສໍາລັບຄວາມຕ້ອງການ. ພໍໆ ແມ່ນການບອກໃຫ້ຢຸດ ຫຼື ເຊົາໆ, ເຊົາບໍ່ເຮັດ ບໍ່ເອົາ ອີກແລ້ວ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພໍ”.

“ພໍ” (1. ຄໍາກິລິຍາ) ເຕັມ. ເຕັມຕາມຢາກໄດ້. ສົມຄວນກັບຄວາມຕ້ອງການຄວນ. ເໝາະ. (2. ຄໍາກິລິຍາວິເສດ) ເມື່ອ. ຍາມ. ພໍໃຈ ແມ່ນສົມດັ່ງໃຈ, ເຕັມໃຈ. ພໍໃຊ້ ແມ່ນມີຈັບຈ່າຍບໍ່ຂັດຝຶດປານໃດ. ພໍດີ ແມ່ນ ເໝາະສົມ. ພໍດີພໍຮ້າຍ ແມ່ນປານໃດປານນຶ່ງ, ກາງໆ. ພໍໄດ້ ແມ່ນຄວນຫາໄດ້. ພໍເມື່ອ ແມ່ນຍາມເມື່ອ. ພໍວ່າ ແມ່ນເມື່ອວ່າ. ພໍປະມານ ແມ່ນປານກາງ. ພໍແຮງ ແມ່ນເຕັມແຮງ.

 

ຕົວ­ຢ່າງ: 

  • ລາວຫາປາຈົນເດີກ ແຕ່ໄດ້ພໍແລ້ວ ຈີ່ງຕ່າວກັບເຮືອນ ເຮັດໃຫ້ຫຼາຍຄົນຄອງຄອຍໃຈຈົດໃຈຈໍ່.
  • ໃນງານລ້ຽງລາວຟ້າວກິນຈົນອີ່ມພໍ ແລ້ວຟ້າວຄອບໝູ່ກັບເຮືອນ ເພາະເສັ້ນທາງໄກ ຊຶ່ງຕ້ອງໃຊ້ ເວລາໃນການເດີນທາງ.
  • ແມ່ຊື້ເສື້ອມາຕ້ອນຂະໝາດພໍດີເໝາະກັບໂຕ ບໍ່ໃຫຍ່ບໍ່ນ້ອຍ ບໍ່ມີການດັດແປງເລີຍ ສີກໍງາມແພ ກໍດີ.
  • ພໍເມື່ອຍາມຄໍ່າຄ້ອຍ ຕາເວັນຕໍ່າຕົກດິນ ຝູງສາລິກາບີນກັບຮັງ ເຫັນແລ້ວເປັນຕາອອນຊອນ.
  • ໃນກອງປະຊຸມໝູ່ຂ້ອຍຄອບອອກໄປນອກດົນພໍຄາວ ຈິ່ງຕ່າວກັບມາເຮັດໃຫ້ຫຼາຍຄົນຖາມຫາ.

ສະຫຼຸບ.

ຄໍາວ່າ “ພໍ” ໝາຍເຖິງພໍແລ້ວບໍ່ເອົາອີກ ຫຼື​ ເປັນໄປຕາມທີ່ຕ້ອງການ ຫຼື ຢາກໄດ້. ໝາຍເຖິງພໍເໝາະ ພໍສົມ ຫຼື ສົມຄວນຕາມຕ້ອງການ. ນອກຈາກນັ້ນ, “ພໍ” ຍັງສະແດງເຖິງເວລາອີກ ເຊັ່ນ: ພໍເມື່ອ ຫຼື ຍາມ ເມື່ອ. ພໍຍາມ ຫຼື ຍາມເມື່ອ. ພ້ອມນັ້ນ, ຍັງໝາຍເຖິງພໍໃຈ ຫຼທເຕັມໃຈ, ພໍໃຊ້, ພໍດີພໍງາມ, ພໍໄດ້ ພໍແຮງ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo