ໃນ​ປີ 2023 ວິ​ທະ​ຍຸ ປກ​ສ ເນັ້ນ​ລາຍ​ງາ​ນ​ໃຫ້ຂ່າວ​ສານ​​ຖືກ​ຕ້ອງຊັດ​ເຈນ

SA Game

ຂ​ປ​ລ

ແຜນເຄື່ອນໄຫວປີ 2023 ຂອງວິທະຍຸ ປກສ ແມ່ນ​ເນັ້ນລາຍງານຂໍ້ມູນຂ່າວສານ ໃຫ້ສັງຄົມຢ່າງຖືກຕ້ອງຊັດເຈນ

ວິທະຍຸ ປກສວາງທິດທາງແຜນການ ຈະສືບຕໍ່ເອົາໃຈໃສ່ໃນການຊີ້ນຳ-ນຳພາພະນັກງານພາຍໃນກອງເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະ ໃນການຜະລິດບົດ-ຂ່າວອອກອາກາດທາງສະຖານີວິທະຍຸ ປກສ ໃນຄື້ນຄວາມຖີ່ 101,5 MHz ໃຫ້ສັງຄົມໄດ້ຮັບຮູ້ຢ່າງຖືກຕ້ອງ, ຊັດເຈນ ແລະ ທົ່ວເຖິງ.

ໃນວັນທີ 17 ກຸມພາ 2023 ທີ່ຜ່ານມາ, ກອງບັນນາທິການວິທະຍຸ ປກສ ຈັດກອງປະຊຸມສະຫລຸບການປະຕິບັດວຽກງານວິຊາສະເພາະ ປະຈຳປີ 2022 ແລະ ທິດທາງແຜນການປີ 2023  ໂດຍມີ ພັທ ວັນຄຳ ສາຍຕາແກ້ວ ຮອງຫົວໜ້າກົມສື່ມວນຊົນ ປກສ, ມີຄະນະກອງບັນນາທິການວິທະຍຸ, ພະນັກງານພາຍໃນກອງ ເຂົ້າຮ່ວມ

ທ່ານ ພັທ ນາງ ວົງສະຫວ່າງ ວົງນະຈັນ ຮອງຫົວໜ້າກອງບັນນາທິການວິທະຍຸ ປກສ ໄດ້ໃຫ້ຮູ້ວ່າ: ໃນປີນີ້, ຄະນະກອງບັນນາທິການວິທະຍຸ ປກສ ຈະສືບຕໍ່ຊີ້ນຳ-ນຳພາພະນັກງານເຄື່ອນໄຫວວິຊາສະເພາະ ໃນການສືບຕໍ່ເກັບກຳຂໍ້ມູນຢູ່ບັນດາກົມກອງທ້ອງຖິ່ນ ແລະ ເຄື່ອນໄຫວວຽກງານວາລະແຫ່ງຊາດແກ້ໄຂບັນຫາຢາເສບຕິດ

SA Game
ຂ​ປ​ລ

ເພື່ອຜະລິດບົດ-ຂ່າວອອກສູ່ສະຖານີໃຫ້ພຽງພໍ ແລະ ຮັບປະກັນຄຸນນະພາບ, ໂຄສະນາວັນສຳຄັນຕ່າງໆຂອງພັກຂອງຊາດ, ຄຽງຄູ່ກັບການຕິດຕາມສະພາບປະກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນ: ບັນຫາຢາເສບຕິດ, ອຸບັດເຫດ, ອັກຄີໄພ, ອາຊະຍາກຳທາງລະບົບຄອມພິວເຕີ, ປຸ້ນຈີ້-ຊິງຊັບ ແລະ ອາຊະຍາກຳອື່ນໆ ເພື່ອນຳມາອອກຂ່າວທາງຄື້ນວິທະຍຸ ປກສ ສູ່ສັງຄົມໄດ້ຮັບຮູ້ຢ່າງຖືກຕ້ອງ, ຊັດເຈນ ແລະ ທົ່ວເຖິງ.

SA Game
ຂ​ປ​ລ

ໃນປີ 2022 ຜ່ານມາ, ວິທະຍຸ ປກສ ໄດ້ຜະລິດລາຍການອອກອາກາດ 24 ລາຍການ, ລາຍການທີ່ຜະລິດເອງ 21 ລາຍການ, ລາຍການນອກ 3 ລາຍການ, ໃນນີ້ມີລາຍການເປົ້າໝາຍ 15 ລາຍການ, ລາຍການບັນເທີງ 9 ລາຍການ, ຜະລິດລາຍການອອກສູ່ສັງຄົມໄດ້ທັງໝົດ 8.640 ຄັ້ງ ແລະ ມີ 2 ລາຍການອອກອາກາດຢູ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດ, ປະຈຳການຫ້ອງສົ່ງຕະະຫຼອດ 24 ຊົ່ວໂມງ ມີ 365 ຄັ້ງ; ພ້ອມນີ້ຍັງສາມາດເກັບກຳຂໍ້ມູນ ແລະ ຂຽນຂ່າວໄດ້ 2.396 ຂ່າວ, ຂ່າວຢູ່ກົມກອງອ້ອມຂ້າງກະຊວງ 1.074 ຂ່າວ, ຂ່າວສຳພາດ 36 ຂ່າວ, ຮັບ ແລະ ຂຽນຂ່າວຕ່າງແຂວງ 1.286 ຂ່າວ, ເຄື່ອນໄຫວຕ່າງແຂວງ 5 ຄັ້ງ, ກວດແກ້ຂ່າວ 2.396 ຂ່າວ, ກວດບົດ 2.152 ບົດ, ດັດແປງບົດອອກອາກາດ ແລະ ຂຽນບົດໄດ້ 2.152 ບົດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.