ຮັດ​ແໜ້ນ​​ສາ​ມັກ​ຄີ​ຮ່ວມ​ສອງ​ຝ່າຍສູນກາງພັກ ລາວ-ຫວຽດນາມ

SA Game

ຂ​ປ​ລ

ຂະຫຍາຍຂໍ້ຕົກລົງ ຮ່ວມມືສອງຝ່າຍ 2021-2025 ໍສູນກາງພັກ ລາວ-ຫວຽດນາມ

ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ພ້ອມຄະນະ ໄດ້ເດີນທາງໄປ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ ໃນລະຫວ່າງວັນທີ 16-18 ກຸມພາ 2023 ຜ່ານມາ

ໂດຍມີ ສະຫາຍ ເລ ມິງ ຮຶງ ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃຫ້ກຽດຕ້ອນຮັບ.

ໃນພິທີພົບປະຢ່າງເປັນທາງການ ຫົວໜ້າຫ້ອງວ່າການສູນກາງພັກລາວ ແລະ ຫວຽດນາມ ໄດ້ແຈ້ງສະ ພາບການທີ່ພົ້ນເດັ່ນຂອງພັກ ແລະ ຂອງປະເທດຕົນ ກໍຄື ສະພາບການລວມຂອງສອງຫ້ອງວ່າການສູນກາງພັກ ໂດຍ ຫຍໍ້ ແລະ ພ້ອມກັນປຶກສາຫາລືແລກປ່ຽນບົດຮຽນ, ຕີລາຄາການຮ່ວມມືຂອງສອງຫ້ອງວ່າການສູນກາງພັກ ໃນໄລ ຍະຜ່ານມາ ແນໃສ່ຍົກລະດັບຄຸນນະພາບຂອງການເປັນເສນາທິການ ຮັບໃຊ້ການນໍາຂອງສອງພັກ ໃຫ້ມີບາດກ້າວ ໃໝ່.

SA Game
ຂ​ປ​ລ

ພ້ອມກັນນີ້, ຍັງໄດ້ມີການລົງນາມແຜນການຈັດຕັ້ງຜັນຂະຫຍາຍ ບົດບັນທຶກການຮ່ວມມື ສອງຫ້ອງວ່າການ ສູນກາງພັກ ໄລຍະ 2021-2025 ເພື່ອຫັນບົດບັນທຶກຮ່ວມມືດັ່ງກ່າວເປັນແຜນງານ, ໂຄງການ ແລະ ມາດຕະການ ຈັດຕັ້ງປະຕິບັດຕົວຈິງ, ເປັນບ່ອນອີງໃຫ້ບັນດາກົມກອງທີ່ຂຶ້ນກັບຫ້ອງວ່າການສູນກາງພັກ ນຳໄປຈັດຕັ້ງ ແລະ ຜັນ ຂະຫຍາຍເຂົ້າໃນໜ້າທີ່ຂອງຕົນ ໃຫ້ເກີດປະໂຫຍດສູງສຸດ.

ໃນຕອນບ່າຍວັນດຽວກັນ, ຄະນະຜູ້ແທນຂອງຫ້ອງວ່າການສູນກາງພັກ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງຽນ ຟູ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເພື່ອລາຍງານຜົນສຳເລັດການພົບປະຂອງສອງຫ້ອງວ່າ ການສູນກາງພັກ ແລະ ຝາກຄຳຢ້ຽມຢາມຖາມຂ່າວ, ຄໍາອວຍພອນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ພັກປະຊາຊົນປະຕິວັດລາວ ໃນໂອກາດທີ່ ສະຫາຍ ຫງຽນ ຟູ ຈ້ອງ, ໄດ້ຮັບຫລຽນກາລະນຶກສະມາຊິກພັກ ກອມມູນິດຫວຽດນາມ ຄົບຮອບ 55 ປີ.

ໃນໂອກາດດັ່ງກ່າວ ສະຫາຍເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ຊົມເຊີຍຜົນສຳເລັດໃນທຸກຂົງເຂດວຽກງານ ທີ່ ສປປ ລາວ ຍາດມາໄດ້ ພາຍຫລັງ 2 ປີກວ່າ ແຫ່ງການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

ແລະ ໄດ້ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືສຳຄັນສາຍພົວພັນພິເສດຜ່ອງໃສ, ທີ່ເປັນທັງສະຫາຍ ແລະ ເປັນທັງອ້າຍນ້ອງ, ອຸ້ມຊູຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່, ພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ.

SA Game
ຂ​ປ​ລ

ພ້ອມກັນນັ້ນ, ຍັງໄດ້ຕີລາຄາສູງຕໍ່ການພົວພັນຂອງສອງຫ້ອງວ່າການສູນກາງ ພັກ ໃນໄລຍະຜ່ານມາ ແລະ ເນັ້ນໜັກເຖິງພາລະບົດບາດ, ຄວາມສໍາຄັນຂອງວຽກງານຫ້ອງວ່າການ ໃນການເປັນເສ ນາທິການຄົ້ນຄວ້າຍຸດທະສາດຮັບໃຊ້ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງ ພັກ, ຜູ້ປະຈຳການຄະນະເລຂາ ແລະ ເລຂາທິການໃຫຍ່ ໃນການນໍາພາຊີ້ນໍາວຽກງານຂອງທົ່ວພັກ.

ໂອກາດນີ້, ຄະນະຜູ້ແທນຂອງຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ດິງ ຕຽນ ຢຸ໊ງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ເລຂາພັກນະຄອນຫລວງຮ່າ ໂນ້ຍ ແລະ ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດ ແລະ ເຂດພັດທະນາສະຖາບັນການສຶກສາ ຢູ່ນະຄອນຫລວງ ຮ່າໂນ້ຍ ກ່ອນຈະເດີນກັບປະເທດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.