ແຂວງບໍລິຄຳໄຊ ກະກຽມປັດໄຈການຜະລິດກະ​ສິ​ກຳ​ລະ​ດູ​ແລ້ງ

SA Game

ຂ​ປ​ລ

ລະ​ດູ​ການ​ຜະ​ລິດ​ມາ​ຮອດ​ແລ້ວ ກະສິກອນແຂວງບໍລິຄຳໄຊ ສຸມໃສ່ການຜະລິດລະດູແລ້ງ

ໃນວັນທີ 20 ກຸມພາ 2023 ຜ່ານ​ມາ​ນີ້, ຕາມການໃຫ້​ຂໍ້​ມູນ​ຂອງ ທ່ານ ດາລາພອນ ພົນສະຫັວດດີ ຮອງຫົວໜ້າພະແນກກະສິກໍາ ແລະ ປາໄມ້ ແຂວງບໍລິຄຳໄຊ ນີ້ວ່າ: ປັດຈຸບັນ, ແຂວງບໍລິຄຳໄຊ ກຳລັງສຸມໃສ່ການຜະລິດເຂົ້ານາແຊງ, ພືດສະບຽງອາຫານ ໃຫ້ໄດ້ພຽງພໍກັບຄວາມຕ້ອງການບໍລິໂພກພາຍໃນແຂວງ ແລະ ສົ່ງອອກຕ່າງແຂວງ ແລະ ຕ່າງປະເທດໃຫ້ຫລາຍຂຶ້ນ.

ສຳລັບການຜະລິດລະດູແລ້ງ ສົກປີ 2022-2023 ຂອງກະສິກອນທົ່ວແຂວງ ໄດ້ກະກຽມປັດໄຈການຜະລິດ ເຊັ່ນ:

ກະກຽມແນວພັນເຂົ້າ, ແນວພັນພືດ, ຝຸ່ນ-ປຸ໋ຍ, ອະນາໄມຄອງເໝືອງ, ສ້ອມແປງຈັກສູບນໍ້າ ບ່ອນທີ່ມີເງື່ອນໄຂ ແລະ ຈຳເປັນ ຊຶ່ງມາຮອດປັດຈຸບັນ ການຕົກກ້າ, ກຽມດິນ ແລະ ການປັກດຳ ເກືອບຈະສຳເລັດແລ້ວ ໂດຍສາມາດປະຕິບັດໄດ້ແລ້ວ 1.582 ເຮັກຕາ ເທົ່າກັບ 83,66%, ຄາດວ່າຈະໃຫ້ສຳເລັດ 100% ໃນເດືອນກຸມພານີ້.

SA Game
ຂ​ປ​ລ

ສ່ວນການຜະລິດພືດລະດູແລ້ງ ປະຕິບັດໄດ້ 5.966 ເຮັກຕາ ເທົ່າກັບ 51,71% ໃນນັ້ນ ຜະລິດພືດສະບຽບອາຫານ ເປັນຕົ້ນ ພືດຜັກ, ສາລີຫວານ, ມັນດ້າງ, ມັນເພົາ ແລະ ພືດອື່ນໆ ໄດ້ 2.793 ກວ່າເຮັກຕາ ເທົ່າກັບ 65,40% ແລະ ພືດເປັນສິນຄ້າ ເຊັ່ນ:

ພືດຜັກ, ສາລີອາຫານສັດ, ອ້ອຍ, ຢາສູບ, ກ້ວຍ ແລະ ອື່ນໆ ປະຕິບັດໄດ້ 3.172 ກວ່າເຮັກຕາ ເທົ່າກັບ 43,67%.

ທ່ານ ດາລາພອນ ພົນສະຫວັດດີ ຍັງໃຫ້ຮູ້ອີກວ່າ: ນອກຈາກໄດ້ສຸມໃສ່ການຜະລິດລະດູແລ້ງແລ້ວ, ຍັງສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ, ສຸມໃສ່ການຜະລິດພືດຜັກໃນເຮືອນຮົ່ມ ເພື່ອບໍລິໂພກພາຍໃນທົດແທນການນໍາເຂົ້າ

ໃນ 7 ເມືອງພາຍໃນແຂວງມີ 499 ເຮືອນຮົ່ມ, ມີ 286 ຄອບຄົວ, ມີເນື້ອທີ່ 5,76 ເຮັກຕາ, ສຸມໃສ່ຜະ ລິດຕາມມາດຕະຖານກະສິກຳສະອາດໃນສອງມາດຕະຖານ ຄື: ມາດຕະຖານກະສິກຳອິນຊີ ແລະ ມາດ ຕະຖານກະສິກໍາທີ່ດີ ໃຫ້ເປັນສິນຄ້າຂອງແຂວງທີ່ມີທ່າແຮງ ມີຕະຫລາດ(ຫັນປ່ຽນໄປສູ່ສັງຄົມການຜະລິດຢ່າງແຂງແຮງ).

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.