ໂຮງຮຽນມັດທະຍົມ 4 ເມືອງຢູ່ແຂວງຄໍາມ່ວນໄດ້ຮັບທຶນການສຶກສາຈາກ SCG

SA Game

ຂປລ.

ເອັສຊີຈີ (SCG) ມອບທຶນການສຶກສາໃຫ້ນັກຮຽນ ຢູ່ 4 ເມືອງຢູ່ແຂວງຄໍາມ່ວນ

ພິທີມອບ-ຮັບທຶນການສຶກສາຈັດຂຶ້ນໃນວັນທີ 20 ທັນວາ 2022, ໃນສົກຮຽນປີ 2022-2023 ພາຍໃຕ້ໂຄງການມອບທຶນການສຶກສາແບ່ງປັນຄວາມຝັນກັບ “SCG Sharing The Dream”,  ຈາກແຫລ່ງຂ່າວ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ເອັສຊີຈີ (SCG) ມອບທຶນການສຶກສາ ໃຫ້ນັກຮຽນໂຮງຮຽນມັດທະຍົມ 110 ທຶນ ໃນ 4 ເມືອງແຂວງຄໍາມ່ວນປະກອບມີ: ເມືອງທ່າແຂກ, ໜອງບົກ, ມະຫາໄຊ ແລະ ເມືອງຍົມມະລາດ.

ໂຄງການມອບທຶນການສຶກສາ ແບ່ງປັນຄວາມຝັນກັບ ເປັນໜຶ່ງໃນໂຄງການມອບທຶນ ຊຸກຍູ້ການສຶກສາໃຫ້ແກ່ນັກຮຽນ ຂັ້ນມັດທະຍົມສຶກສາຕອນປາຍ ໃນຂົງເຂດອາຊຽນ ໄດ້ປະຕິບັດມາຢ່າງຕໍ່ເນື່ອງມາຫລາຍປີ ເພື່ອສົ່ງເສີມທິນການສຶກສາ ໃຫ້ນັກຮຽນຜູ້ທີ່ມີຄວາມຫຍຸ້ງຍາກ ທາງດ້ານເສດຖະ ກິດ ແຕ່ມີຈຸດປະສົງຢາກຮຽນໃຫ້ຈົບຂັ້ນມັດທະຍົມສຶກສາຕອນປາຍ ແລະ ສືບຕໍ່ຮຽນໃນລະດັບສູງຂຶ້ນໄປ

SA Game
ຂປລ.

ເຊິ່ງນັກຮຽນທີ່ຈະໄດ້ຮັບທຶນ ຕ້ອງເປັນຜູ້ທີ່ມີຄວາມກະຕັນຍູຮູ້ຄຸນຕໍ່ພໍ່ແມ່, ຄູ-ອາຈານ ແລະ ເປັນຄົນດີຂອງສັງຄົມ, ມີຄວາມກະຕືລືລົ້ນທີ່ຈະສຶກສາຮໍ່າຮຽນ, ມີຜົນການຮຽນໃນລະດັບກາງຂຶ້ນໄປ.

ໂຄງ ການນີ້ ໄດ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ເລີ່ມແຕ່ປີ 2012-2013 ມີ ນະຄອນຫລວງວຽງຈັນ ແລະ ແຂວງຄໍາມ່ວນ. ສໍາລັບແຂວງຄໍາມ່ວນເລີ່ມແຕ່ປີ 2014-2020 ແລະ ສືບຕໍ່ເປັນປິທີ 7

SA Game
ຂປລ.

ໂອກາດນີ້, ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ໄດ້ສະແດງຄວາມຂອບໃຈມາຍັງຜູ້ບໍລິຫານງານ SCG ທີ່ໄດ້ມອບໂອກາດ ແລະ ທຶນຮອນໃນຊຸກຍູ້ສົ່ງເສີມການສຶກສາ ໃຫ້ແກ່ນ້ອງນັກຮຽນໃນຄັ້ງນີ້ ເຊິ່ງເປັນປະກອບສ່ວນເຂົ້າໃນການພັດທະນາການສຶກສາ ກໍຄື ພັດທະນາຊັບພະຍາ ກອນມະນຸດ ໃຫ້ກາຍເປັນຜູ້ມີຄວາມຮູ້ຄວາມສາມາດ ແລະ ສະແດງຄວາມຫວັງວ່າ ແຂວງຄຳມ່ວນ ສືບຕໍ່ໄດ້ຮັບການຊ່ວຍເຫລືອຂະຫຍາຍໄປ ສູ່ບັນດາເມືອງຂອງແຂວງ ໃນສົກຮຽນປີຕໍ່ໄປ.

ນອກນັ້ນ ທ່ານຍັງໄດ້ເນັ້ນ ໃຫ້ນ້ອງນັກຮຽນຈົ່ງເອົາໃຈໃສ່ ໃນການສຶກສາຮໍ່າຮຽນ ໃຫ້ເປັນນັກຮຽນທີ່ດີເດັ່ນ ເພື່ອພັດທະນາຕົນເອງ ໃຫ້ກາຍເປັນຄົນດີຂອງສັງຄົມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.