ປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຂອງ​ແຂວງ ຄຳ​ມ່ວນ

SA Game

ຂປລ

ມະຕິຕົກລົງຂອງກົມການເມືອງສູນກາງພັກເຊື່ອມຊຶມເອກະສານການປະເມີນໜ່ວຍພັກ

ແຂວງ ​ຄຳ​ມ່ວນ​ໄດ້​ຈັດ​ກອງ​ປະ​ຊຸມ​ເພື່ອເຊື່ອມຊຶມເອກະສານ ປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປິ 2022 ໃນວັນທີ 4 ມັງກອນ 2023,   ໂດຍການເຜີຍແຜ່ຂອງ ສະຫາຍ ສົມໃຈ ພານີຈັນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະໂຄສະນາອົບຮົມແຂວງ, ກວດກາພັກ-ລັດແຂວງ, ບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ຕະຫລອດຮອດສະມາຊິກພັກຈາກຂົງເຂດວັດທະນະທຳ-ສັງຄົມ ແລະ ຂົງເຂດເສດຖະກິດ ເຂົ້າຮ່ວມ.

ສຳລັບເອກະສານທີ່ນໍາມາເຊື່ອມຊຶມໃນຄັ້ງນີ້, ປະກອບມີເອກະສານກ່ຽວກັບ ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມະຕິຕົກລົງຂອງກົມການເມືອງສູນກາງພັກສະບັບເລກທີ 01/ກມສພ ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ບົດແນະນຳຂອງຄະນະປະຈຳພັກແຂວງຄຳມ່ວນ ສະບັບເລກທີ 07/ຄປຈ.ຄມ ກ່ຽວກັບການເພີ່ມທະວີວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

SA Game
ຂປລ

ເຊິ່ງເນື້ອໃນຂອງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ນັ້ນ, ຄະນະໜ່ວຍພັກ, ສະມາຊິກພັກ ຕ້ອງໄດ້ຮໍ່າຮຽນ, ເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງພັກຢ່າງທົ່ວເຖິງ ແລະ ຄົບຖ້ວນ, ກຳແໜ້ນສະພາວະຄວາມເປັນຈິງຂອງຮາກຖານຕົນ ເພື່ອຫັນແນວທາງ, ແຜນນະໂຍບາຍຂອງພັກ ແລະ ມະຕິຂອງຄະນະພັກຂັ້ນເທິງ ເປັນແຜນການຂອງໜ່ວຍພັກ ໃຫ້ສອດຄ່ອງກັບຄວາມຮັບຜິດຊອບ ແລະ ໜ້າທີ່ການເມືອງຂອງຕົນ, ສ້າງສະມາ ຊິກພັກໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດທີ່ຖືກຕ້ອງ, ຈົງຮັກພັກດີຕໍ່ອຸດົມການຂອງພັກ, ມີນໍ້າໃຈເສຍສະລະ, ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ, ສະມາຊິກພັກໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ດ້ວຍບາດກ້າວບຸກທະລຸ.

SA Game
ຂປລ

ພ້ອມກັນນີ້, ຍັງໄດ້ຜ່ານ 7 ໜ້າທີ່, 11 ຂໍ້ຫ້າມສະມາຊິກພັກ ແລະ ແນະນໍາການຂຽນໃບສໍາຫລວດຂອງບຸກຄົນໃນຄະນະພັກ ແລະ ບຸກຄົນໃນສະມາຊິກພັກ ເພື່ອຮັບປະກັນໃຫ້ຮາກຖານພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ດ້ວຍຄຸນນະພາບສູງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.