ກຸ່ມນັກປະດິດສ້າງໄວໜຸ່ມ ໃນ ສປປ ລາວ ເຂົ້າຮ່ວມແຂ່ງຂັນນະວັດຕະກໍາໃໝ່

SA Gameອ

ຂປລ.

ສົ່ງເສີມບົດບາດ ແລະ ສຽງຂອງໄວໜຸ່ມຄົ້ນຫາທາງແກ້ໄຂໃນບັນ​ຫາ​ທີ່ພວມຜະເຊີນໜ້າໃນປັດຈຸບັນ

ຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດ ຮ່ວມ​ກັບ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ໂກລໂບ ຊາບເປີ ໄດ້ເຕົ້າໂຮມກຸ່ມນັກປະດິດສ້າງໄວໜຸ່ມ ໃນ ສປປ ລາວ ເຂົ້າຮ່ວມແຂ່ງຂັນນະວັດຕະກໍາໃໝ່ຂອງໄວໜຸ່ມ (Youth Innovation Challenge 2022) ເພື່ອນຳສະເໜີນະວັດຕະກໍາ, ແນວຄວາມຄິດທີ່ສ້າງຜົນກະທົບທາງບວກ ແລະ ສາມາດປະຕິບັດໄດ້ ພ້ອມທັງວິທີແກ້ໄຂແບບມີວິຊາການ ເພື່ອແກ້ໄຂສິ່ງທ້າທາຍຕົ້ນຕໍ ທີ່ເຍົາວະຊົນ ແລະ ໄວໜຸ່ມໃນ ສປປ ລາວ ພວມຜະ ເຊີນໜ້າໃນປັດຈຸບັນ ເຊິ່ງການແຂ່ງຂັນດັ່ງກ່າວ, ຈັດຂຶ້ນເພື່ອກໍານົດ, ສົ່ງເສີມບົດບາດ ແລະ ສຽງຂອງໄວໜຸ່ມ ໃນການຄົ້ນຫາທາງແກ້ໄຂສໍາລັບລະບົບນິເວດຂອງເຂົາເຈົ້າ.

ທ່ານ ວິຊຽນ ທອງທະວີ ຮອງຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວວ່າ: ການແຂ່ງຂັນນະວັດຕະກຳໃໝ່ຂອງໄວໜຸ່ມ ໄດ້ສະໜອງໂອກາດ, ເວທີ ແລະ ການໃຫ້ຄຳປຶກສາໃຫ້ແກ່ໄວໜຸ່ມ ເພື່ອໃຫ້ເຂົາເຈົ້າສາມາດສະແດງອອກແນວຄວາມຄິດສ້າງສັນ ພ້ອມທັງໄດ້ຮັບຄໍາແນະນຳເພື່ອປັບປຸງ ແລະ ຕໍ່ຍອດແນວຄວາມຄິດດັ່ງກ່າວໃຫ້ດີຂຶ້ນ. ຫລັງຈາກໄດ້ຄັດເລືອກທີມທີ່ຊະນະ ທາງມະຫາວິທະຍາໄລແຫ່ງຊາດ, ອົງການ UNFPA, ສູນກາງຊາວໜຸ່ມລາວ ແລະ ໂກລໂບ ຊາບເປີ ຈະຊ່ວຍຜູ້ຊະນະໃນການສ້າງເຄືອຂ່າຍກັບພາກສ່ວນກ່ຽວຂ້ອງ ທີ່ມາຈາກຂະແໜງການທີ່ຕິດພັນກັບຫົວຂໍ້ຂອງເຂົາເຈົ້າ.

SA Game
ຂປລ.

ການແຂ່ງຂັນຄັ້ງນີ້ ມີ 3 ຫົວຂໍ້ຄື: ການສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງເຍົາວະຊົນ ແລະ ໄວໜຸ່ມ ໂດຍແນໃສ່ການປ້ອງກັນການຖືພາກ່ອນໄວ ແລະ ການຖືພາທີ່ບໍ່ໄດ້ຕັ້ງໃຈ; ການສົ່ງເສີມສຸຂະພາບຈິດຂອງເຍົາວະຊົນ ແລະ ໄວໜຸ່ມ ແລະ ແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ເຊິ່ງທີມທີ່ໄດ້ຮັບການຕັດສິນວ່າມີແນວຄວາມຄິດ ແລະ ວິທີແກ້ໄຂທີ່ສ້າງສັນທີ່ສຸດ ຈະໄດ້ຮັບລາງວັນ ທີມລະ 1.000 ໂດລາສະຫະລັດ.

SA Gameອ
ຂປລ.

ທ່ານ ນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ໄດ້ກ່າວວ່າ: ໄວໜຸ່ມລາວທຸກວັນນີ້ ແມ່ນສ່ວນໜຶ່ງຂອງ ປະຊາກອນໃນໄວເຮັດວຽກ ເຊິ່ງເປັນກຸ່ມປະຊາກອນທີ່ໃຫຍ່ທີ່ສຸດໃນ ສປປ ລາວ,ໄວໜຸ່ມມີບົດບາດສໍາຄັນໃນການຊອກຫາວິທີແກ້ໄຂທີ່ມີຫົວຄິດປະດິດສ້າງ ເພື່ອແກ້ໄຂສິ່ງທ້າທາຍດ້ານສຸຂະພາບ, ສະຫວັດດີການ ແລະ ສິ່ງແວດລ້ອມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.