ໂຄງ​ການ​ກໍ່​ສ້າງ​ດ່ານ​ສາ​ກົນ​ວັງ​ເຕົ່າ​ເປັນ​ດ່ານ​ສາ​ກົນ​ທີ່ທັນ​ສະ​ໄໝ

SA Game

ພາບ​: laoedaily.com.

ປືກ​ສາແຜນສືບຕໍ່ປະຕິບັດໂຄງການດ່ານສາກົນທັນສະໄໝດ່ານສາກົນວັງເຕົ່າ.

ຕ້ອງຍອມ​ຮັບ​ວ່າ​ການ​ກໍ່​ສ້າງ​ດ່ານ​ສາ​ກົນ​ວັງ​ເຕົ່າ​ນີ້​ມີ​ບັນ​ຫາ​ຄ້າງ​ຄາ ແລະ ລ້າ​ຊ້າ​ມາ​ໄລ​ຍະ​ໜຶ່ງ​ແລ້ວ ແລະ ກໍ​ພະ​ຍາ​ຍາມ​ຫາ​ທາງ​ອອກ​ຢູ່ ລ້າ​ສຸດ​ນີ້, ຫຼາຍພາກສ່ວນຮ່ວມຫາລືແຜນສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເປັນດ່ານສາກົນທັນສະໄໝ ໂດຍເລີ່ມປະຕິບັດມາແຕ່ປີ 2013 ແລະ ໃນປີ 2018 ຄືບໜ້າແລ້ວລະ​ດັບ​ໜຶ່ງ​ປະ​ມານ 82,96% ຍ້ອນພົບຄວາມຫຍຸ້ງຍາກດ້ານງົບປະມານເລີຍ​ຕ້ອງ​ໄດ້​ຢຸດ​ໄປ​ກ່ອນ.

ທີ່ຫ້ອງວ່າການແຂວງຈຳປາສັກ, ມີກອງປະຊຸມປຶກສາຫາລື ແຜນທີ່ຈະສືບຕໍ່ການຈັດຕັ້ງປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໃຫ້ເປັນດ່ານສາກົນທີ່ທັນສະໄໝໃນ​ວັນທີ 24 ກຸມພາ 2021 ຜ່ານ​ມາ, ໂດຍການເປັນປະທານຮ່ວມຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

SA Game
ພາບ​: laoedaily.com.

 

ໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໃຫ້ເປັນດ່ານສາກົນທີ່ທັນສະໄໝ, ໄດ້ຮັບການຈັດຕັ້ງປະຕິບັດ ມາແຕ່ຕົ້ນປີ 2013, ມູນຄ່າກໍ່ສ້າງໂຄງການ 98,3 ຕື້ກີບ ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງແຂວງຈຳປາສັກ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ພົງຊັບ ທະວີ ເປັນຜູ້ຮັບເໝົາກໍ່ສ້າງ ໃນສັນຍາ 36 ເດືອນ ປະກອບມີ 7 ໜ້າວຽກໃຫຍ່ຄື: ວຽກກໍ່ສ້າງອາຄານດ່ານ; ວຽກກໍ່ສ້າງອາຄານຫໍພັກ; ວຽກກໍ່ສ້າງທາງເບຕົງ; ວຽກກໍ່ສ້າງຫ້ອງນ້ຳ; ວຽກກໍ່ສ້າງອາຄານສີດພົ່ນ-ຂ້າເຊື້ອ; ເຄື່ອງເຟີນິເຈີຄົບຊຸດ, ກ້ອງວົງຈອນ ແລະລະບົບ IT ແລະລະບົບດັບເພີງ ແລະນ້ຳປະປາຮັບໃຊ້ດ່ານ.

ໂຄງການດັ່ງກ່າວ ດຳເນີນມາຈົນຮອດ ປີ 2018, ຈາກການກວດກາປະເມີນ ຄວາມຄືບໜ້າຂອງໂຄງການຫຼ້າສຸດ ປະຕິບັດສຳເລັດ 82,96%, ຍ້ອນພົບຄວາມຫຍຸ້ງຍາກດ້ານງົບປະມານ ປັດຈຸບັນຈຶ່ງເຮັດໃຫ້ໂຄງການກໍ່ສ້າງດັ່ງກ່າວໄດ້ ຢຸດຕິການກໍ່ສ້າງ.

SA Game
ພາບ​: laoedaily.com.

ທັ້ງນີ້, ເພື່ອສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ໃຫ້ເປັນດ່ານສາກົນທີ່ທັນສະໄໝໃຫ້ສຳເລັດ ກອງປະຊຸມຈຶ່ງໄດ້ມີການຄົ້ນຄວ້າ ແລກປ່ຽນຄຳຄິດຄຳເຫັນຈາກຜູ້ຕາງໜ້າຈາກກະຊວງ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕົກລົງເຫັນດີໃຫ້ມີການກວດກາ, ປະເມີນຄືນໃໝ່ ຄວາມຄືບໜ້າຂອງໂຄງການ ແລະ ເປັນການຊຸກຍູ້ໃຫ້ໂຄງການໄດ້ສຳເລັດຕາມແຜນການກໍຄືການຊອກແຫຼ່ງທຶນຈາກບ້ວງໃດໜຶ່ງ, ຈັດສັນງົບປະມານ ຊ່ວຍໃນການຊຳລະສະສາງໂຄງການ ໃຫ້ເໝາະສົມກັບໜ້າວຽກທີ່ປະຕິບັດສຳເລັດຕາມແຜນການ ປະກອບສ່ວນເຂົ້າໃນແຜນພັດທະນາພື້ນຖານໂຄງລ່າງຂອງແຂວງຈຳປາສັກ, ຍຸດທະສາດການພັດທະນາພື້ນຖານໂຄງລ່າງ ໂຍທາທິການ ແລະຂົນສົ່ງ ເພື່ອການເຊື່ອມໂຍງ ແລະເຊື່ອມຈອດ ເປັນສູນກາງທາງຜ່ານ ຂອງບັນດາປະເທດໃນພາກພື້ນ ແລະສາກົນ ເປັນທ່າແຮງສຳຄັນຕໍ່ການເຊື່ອມໂຍງດ້ານການຄ້າ, ການລົງທຶນ ແລະການທ່ອງທ່ຽວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.la