​ຊ່ວຍ GDP ແຜນ​ການ​ປີ 2021 ​ຂອງຂະ​ແໜງ​ກະ​ສິ​ກຳ ແລະ ປ່າ​ໄມ້.

SA Game

ພາບ​: laoedaily.com.

ຂະແໜງກະສິກຳ ແລະ ປ່າໄມ້ ຕັ້ງເປົ້າຊ່ວຍ GDP ໃຫ້ໄດ້ 15 – 17% ຕໍ່ປີ.

ຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຍາມ​ໃດ​ກໍ​ຕັ້ງ​ໃຈ​ພັດ​ທະ​ນາ​ປັບ​ປຸງ​ທຸກ​ຢ່າງ​ເພື່ອ​ໃຫ້​ວຽກ​ງານ​ດີ​ຂື້ນ​ໄປ​ເລື້ອຍໆ, ແລະ ຍັງ​ມີ​ແຜນ​ການ​ຕ່າງໆ​ໃນ​ແຕ່​ລະ​ປີ​ເພື່ອ​ຊ່ວຍ​ໃຫ້​ປະ​ເທດ​ລາວ​ກ້າວ​ໄປ​ໜ້າ​ຢ່າງ​ຕໍ່​ເນືອງ ແລະ ໃນ​ປີ 2021 ນີ້​ໄດ້ຕັ້ງເປົ້າສູ້ຊົນປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນພາຍໃນ ( GDP ) ໃຫ້ໄດ້ 15 – 17% ຕໍ່ປີ.

ແຜນວຽກງານໂພຊະນາການຂອງຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2020 ແລະ ທິດທາງແຜນການປີ 2021 ​ມີເປົ້າໝາຍລວມໃນປີ 2021 ແມ່ນຈະສຸມທຸກກໍາລັງແຮງ ເພື່ອຊຸກຍູ້ການຜະລິດກະສິກໍາໃຫ້ເປັນສິນຄ້າທີ່ຫຼາກຫຼາຍ, ມີຄຸນນະພາບ ແລະ ປະຊາຊົນມີລາຍຮັບຕົວຈິງ, ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ມີໂພຊະນາການເປັນກ້າວໆ, ຄວາມທຸກຍາກ ແລະ ຊີວິດການເປັນຢູ່ຂອງປະຊາຊົນເຂດຊົນນະບົດ ຈະໄດ້ຮັບການປັບປຸງດີຂຶ້ນ, ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໄດ້ຮັບການປົກປັກຮັກສາ, ພັດທະນາສ້າງມູນຄ່າ ແລະ ລາຍຮັບເຂົ້າໃນເສດຖະກິດແຫ່ງຊາດ.

SA Game
ພາບ​: laoedaily.com.

ຄາດໝາຍລວມການຜະລິດສະບຽງອາຫານ ແລະ ການຜະລິດສິນຄ້າກະສິກຳທີ່ມີທ່າແຮງ ມີການຂະຫຍາຍຕົວຫຼາກຫຼາຍ, ສະອາດ, ປອດໄພ, ປະຊາຊົນມີລາຍຮັບທັງຮັບປະກັນລະບົບນິເວດກະສິກຳຂອງທ້ອງຖິ່ນໃຫ້ມີຄວາມຂຽວງາມ ແລະ ຍືນຍົງ ໂດຍຮັກສາລະດັບການເຕີບໂຕຂອງກະສິກຳ 2,3 – 2,5% ຕໍ່ປີ ແລະ ປະກອບສ່ວນໃນ GDP ຂອງຜະລິດຕະພັນພາຍໃນໃຫ້ໄດ້ 15 – 17%.

ໃນນັ້ນ, ການເຕີບໂຕຂອງການປູກຝັງ 1,2 – 1,4% ຕໍ່ປີ ປະກອບສ່ວນສະເລ່ຍໃນລວມຍອດຜະລິດຕະພັນກະສິກຳ 11,5 – 11,7%, ການຂະຫຍາຍຝູງສັດຢູ່ໃນລະດັບ 3 – 4% ຕໍ່ປີ ( ຄວາຍ 1%, ງົວ 3%, ໝູ 4%, ແກະ/ແບ້ 5% ແລະ ສັດປີກ 5% ) ປະກອບສ່ວນສະເລ່ຍລວມຍອດຜະລິດຕະພັນກະສິກຳ 2,2 – 2,3%, ການລ້ຽງປາ ແລະ ສັດນ້ຳ ຂະຫຍາຍຕົວ 3 – 4% ຕໍ່ປີ

ປະກອບສ່ວນສະເລ່ຍໃນລວມຍອດຜະລິດຕະພັນກະສິກຳ 2,3 – 2,4% ແລະ ການຂະຫຍາຍຕົວຂອງຂະແໜງປ່າໄມ້ 1,5%, ສູ້ຊົນເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ ກວມ 70% ຂອງເນື້ອທີ່ດິນໃນທົ່ວປະເທດ, ອັດຕາສ່ວນຄອບຄົວທຸກຍາກໃຫ້ເຫຼືອບໍ່ເກີນ 5% ໃນປີ 2025, ສ້າງຄອບຄົວພັດທະນາ ແລະ ສ້າງບ້ານພັດທະນາໃຫ້ໄດ້ 70% ຂອງຈຳນວນຄອບຄົວທັງໝົດ.

SA Game
ພາບ​: laoedaily.com.

ທັງນີ້, ໃນປີ 2020 ຜ່ານມາ ການຂະຫຍາຍຕົວຂອງການລວມຍອດຂອງຜະລິດຕະພັນກະສິກຳ ແລະ ປ່າໄມ້ ຂະຫຍາຍຕົວຢູ່ໃນລະດັບ 2,7% ຂຶ້ນໄປ, ກວມເອົາປະມານ 15,20% ຂອງໂຄງປະກອບດ້ານເສດຖະກິດແຫ່ງຊາດ, ຕາມການຄາດໝາຍສູ້ຊົນຜະລິດເຂົ້າ ໃຫ້ໄດ້ 3,5 ລ້ານໂຕນ, ກາເຟ ໃຫ້ໄດ້ 160.000 ໂຕນ, ສາລີອາຫານສັດ 1,3 ລ້ານໂຕນ, ອ້ອຍ 1,25 ລ້ານໂຕນ,

ສືບຕໍ່ສ້າງຄອບຄົວໃຫ້ມີເງື່ອນໄຂມາດຕະຖານພົ້ນທຸກ 3.234 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 100 ບ້ານ, ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມຢ່າງຕັ້ງໜ້າ ການຂະຫຍາຍຕົວຂອງຂະແໜງກະສິກຳ ແລະ ປ່າໄມ້ ຈະຢູ່ໃນລະດັບ 2,3% ກວມເອົາປະມານ 15,1% ຂອງລວມຍອດຜະລິດຕະພັນພາຍໃນ GDP.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.la