ຕ້ອງ​ເບິ່ງ​ຄືນ! ໂຄງ​ການ​ຂົວ​ຂ້າມ​ນ້ຳ​ຂອງ​ກ້ອນ​ຕື່ນ-ຫ້ວຍ​ແກ້ວ​ບໍ່​ຄືບ​ໜ້າ

SA Game

ພາບ​: ໜັງສືພິມບໍ່ແກ້ວ

​ສ້າງ​ມາກວ່າ3ປີ​ແລ້ວ ຂົວຂ້າມນ້ຳຂອງກ້ອນຕື່ນ-ຫ້ວຍແກ້ວ ຄືບໜ້າພຽງແຕ່ 50%.

ຖື​ວ່າ​ເປັນ​ອີກ​ໜຶ່ງ​ໃນ​ຫລາຍໆໂຄງ​ການ​ທີ່ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່ສ້າງ ຫລັງ​ຈາກ​ໃຊ້​ເວ​ລາ​ມາກວ່າ 3ປີ​ແລ້ວ ແລະ ຫລາຍໆ​ພາກ​ສ່ວນ​ໂດຍ​ສະ​ເພາະ​ແມ່ນ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ນີ້​ເຂົາ​ກໍ​ຍັງ​ຄ້າງ​ຄາ​ໃຈ​ຢູ່​ເນື່ອງ​ຈາກ​ຄວາມ​ລ້າ​ຊ້າ ແລະ ຍັງ​ບໍ່​ເຫັນ​ຄວາມ​ຄືບ​ໜ້າ​ຫຍັງ​ເລີຍ​ຫລັງ​ຈາກ​ສ້າງ​ມາ​ໄດ້​ໄລ​ຍະ​ໜຶ່ງ​ແລ້ວ.

ລ້າ​ສຸດ​ຕາມ​ລາຍ​ງານ​ຈາກ ໜັງສືພິມບໍ່ແກ້ວໃຫ້​ຮູ້​ວ່າ: ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງກ້ອນຕື່ນ – ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວ ເປັນໂຄງການທີ່ນອນຢູ່ໃນເສັ້ນທາງຫຼວງຂອງແຂວງບໍ່ແກ້ວ ໝາຍເລກ 2243 ສ້າງຂຶ້ນ, ເພື່ອເຊື່ອມຈອດລະຫວ່າງບ້ານກ້ອນຕື່ນ – ຫ້ວຍແອ່ນ ແລະ ເຊື່ອມຈອດຕິດຊາຍແດນເມືອງຄອບ ແຂວງໄຊຍະບູລີ ເຊິ່ງເປັນເສັ້ນທາງທີ່ມີໄລຍະສັ້ນທີ່ສຸດຈາກແຂວງບໍ່ແກ້ວໄປສູ່ນະຄອນຫຼວງວຽງຈັນ ໂດຍຜ່ານແຂວງໄຊຍະບູລີ ມາຮອດປັດຈຸບັນ ສໍາເລັດແລ້ວກວ່າ 50%.

SA Game
ພາບ​: ໜັງສືພິມບໍ່ແກ້ວ

 

ທ່ານ ສຸຂັງ ບຸນນາວົງ ຮອງຜູ້ອຳນວຍການລັດວິສາຫະກິດກໍ່ສ້າງຄົມມະນາຄົມ ຜູ້ຈັດການພາກສະໜາມການກໍ່ສ້າງຂົວຂ້າມນ້ຳຂອງກ້ອນຕື່ນ-ຫ້ວຍແກ້ວ ໄດ້ກ່າວວ່າ: ໂຄງການດັ່ງກ່າວແມ່ນໄດ້ເລີມຕົ້ນປະຕິບັດມາ 3 ປີຄືນຫຼັງ, ມາຮອດປັດຈຸບັນ ແມ່ນໄດ້ສຳເລັດພຽງແຕ່ 50%ກວ່າ, ເຊິ່ງມີຄວາມຍາວຂອງຂົວທັງໝົດ 503 ແມັດ, ຄວາມກ້ວາງທາງລົດແລ່ນປະມານ 8 ແມັດ, ທາງຄົນຍ່າງກວ້າງເບື້ອງລະ 1,8 ແມັດ, ພາກສ່ວນເທິງເປັນໂຄງສ້າງຕາໜ່າງເຫຼັກລວມມີ 7 ຊ່ວງ, ຊ່ວງໜຶ່ງມີຄວາມຍາວ 65 ແມັດ, ສ່ວນຊ່ວງກາງນໍ້າມີຄວາມຍາວ 110 ແມັດ, ມີໂຄງສ້າງເຊິ່ງອອກແບບເປັນຂົວປະສົມພາກສ່ວນລຸ່ມເປັນເບຕົງເສີມເຫຼັກ, ມີ 8 ເສົາ.

 

ໃນນີ້ ເສົາກາງນໍ້າມີ 6 ເສົາ; ຂົວປູດ້ວຍເບຕົງເສີມເຫຼັກ ແລະປູທັບດ້ວຍຢາງຂົວອັດສະຟານໜາ 5 ຊັງຕີແມັດ, ຜ່ານການປະຕິບັດການກໍ່ສ້າງມາຮອດປັດຈຸບັນແມ່ນພວມກໍ່ສ້າງພາກສ່ວນລຸ່ມໄດ້ສຳເລັດແລ້ວເສົາ p1, p2, p3, p6 ແລະ ສ່ວນເສົາ p4, p5 ແມ່ນກຳລັງກໍ່ສ້າງ, ຄາດວ່າຈະໃຫ້ສຳເລັດພາກສ່ວນລຸ່ມໃນທ້າຍປີນີ້ ແລະ ຈະໃຫ້ໄດ້ປະກອບຄານຂົວຢູ່ພາກສ່ວນເທິງ.

 

ທ່ານໃຫ້ຮູ້ຕື່ມວ່າ: ການກໍ່ສ້າງແມ່ນບໍ່ໄດ້ບັນລຸຕາມແຜນທີ່ໄດ້ກຳນົດໄວ້ ສາເຫດຫຼັກກໍ່ຍ້ອນໂຄງການຕັ້ງຢູ່ຫ່າງໄກຊອກຫຼີກ, ການຂົນສົ່ງວັດສະດຸກໍ່ສ້າງກໍ່ຫຍຸ້ງຫຍາກ, ລະດັບແມ່ນນ້ຳຂອງບໍ່ປົກກະຕິ ແລະ ດ້ານງົບປະ ມານການກໍ່ສ້າງ ຍັງບໍ່ທັນຕອບສະໜອງໄດ້ດີເທົ່າທີຄວນ, ສຳລັບມູນຄ່າການກໍ່ສ້າງຂົວທັງໝົດ 180 ຕື້ກວ່າກີບ ໂດຍແມ່ນການລົງທຶນຂອງລັດຖະບານ ແລະ ຮັບເໝົາກໍ່ສ້າງ ໂດຍລັດວິສາຫະກິດກໍ່ສ້າງຄົມມະນາຄົມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo.

ຂໍ້ມູນຈາກ: ໜັງສືພິມບໍ່ແກ້ວ