ແມ່​ນ້ຳ​ຂອງ​ແຕ່​ເໜືອ​ເຖິງ​ໃຕ້​ກ່ຳ​ລັງ​ໄດ້​ຮັບ​ຜົນ​ກະ​ທົບ​ໜັກ​ໃນ​ຮອບ​ສິບ​ປີ

SA Game

ພາບ: ວຽງ​ຈັນ​ໃໝ່.

​ປະ​ຊາ​ຊົນ​ແຄມ​ຝັ່ງ​ແມ່​ນ້ຳ​ຂອງ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກລະດັບນໍ້າຂອງປ່ຽນແປງກະທັນຫັນ.

ອົງ​ການສາກົນສືບຕໍ່ສົ່ງຂ່າວກ່ຽວກັບການຫຼຸດລົງຂອງແມ່ນ້ຳ ຂອງຢ່າງຕໍ່ເນື່ອງ ໂດຍທັງໝົດລ້ວນແຕ່ແມ່ນແນເປົ້າໃສ່ການລະບາຍນ້ຳຂອງເຂື່ອນໄຟຟ້າຈິງຫົງ ປະເທດຈີນ, ທີ່ສົ່ງຜົນກະທົບຕໍ່ລະດັບແມ່ນໍ້າຂອງ ແລະ ເຮັດໃຫ້ຕະກອນຫຼຸດລົງ ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນໃນແຄມແມ່ນໍ້າຂອງ ຍ້ອນປະລິມານປາຫຼຸດລົງ ການກະສິກຳເຮັດໄດ້ບໍ່ຕໍ່ເນື່ອງ ແລະ ສະພາບແວດລ້ອມໄດ້ຮັບຄວາມເສຍຫາຍ

ແມ່ນໍ້າຂອງໄດ້ຮັບຜົນກະທົບຢ່າງໜັກໃນຮອບສິບປີ ຕັ້ງແຕ່ພາກເໜືອ ຂອງລາວຈົນຮອດກຳປູເຈຍ ເຮັດໃຫ້ນໍ້າຫຼຸດລົງ ຈົນມີບ່ອນຢ່າງຜ່ານໄດ້ຫຼາຍຂື້ນກວ່າເກົ່າ. ອະເມລິກາຊີ້ ຈີນຄວນເຮັດຕາມຄຳສັນຍາໃນການແບ່ງປັນນໍ້າໃຫ້ກັບພູມມິພາກອາຊີຕາເວັນອອກສຽງໃຕ້ ໃນຂະນະທີ່ປະເທດລາວຖືກພາດພິງຫຼັງເຂື່ອນໄຊຍະບຸລີເລິ່ມເປິດໃຊ້

SA Game
ພາບ: ວຽງ​ຈັນ​ໃໝ່.

ບົດລາຍງານການອ້າງອີງຂອງ MRC  ໃນສອງສະບັບທຳອິດໃນເດືອນມັງກອນ ແລະ ເດືອນກຸມພາ ສະແດງໃຫ້ເຫັນການຫຼຸດລົງຂອງລະດັບນໍ້າ ແລະ ຄວາມກັງວົນຂອງບັນດາປະເທດໃນເຂດອ່າງແມ່ນ້ຳຂອງ ຊຶ່ງໄດ້ຜ່ອນຄາຍຄວາມຕຶງຄຽດລົງໃນບົດລາຍງານສະບັບທີສາມ ໂດຍລະບຸວ່າ ເນື່ອງຈາກເຂື່ອນໄຟຟ້າຈິງຫົງ ໄດ້ເພີ່ມປະລິມານການລະບາຍນໍ້າຈາກ 786 ແມັດກ້ອນຕໍ່ວິນາທີເປັນ 1,020 ແມັດກ້ອນຕໍ່ວິນາທີແລ້ວ ເຮັດໃຫ້ລະດັບນໍ້ານັບແຕ່ສະຖານີວັດແທກລະດັບນໍ້າຂອງເມືອງຊຽງແສນ ປະເທດໄທ ຈົນຮອດ ສະຖານີນະຄອນຫລວງວຽງຈັນສູງຂື້ນ ໃນລະຫວ່າງວັນທີ 16-22 ກຸມພາ 2021 ທີ່ຜ່ານມາ.

ເຖິງຢ່າງໃດກໍ່ຕາມ, ການຂຶ້ນ-ລົງ ຂອງນໍ້າຂອງໄດ້ຜິດປົກກະຕິມາເປັນເວລາຫຼາຍປີແລ້ວ ໂດຍນັກວິຊາການເຊື່ອວ່າຈະສົ່ງຜົນກະທົບຕໍ່ປະຊາຊົນໃນເຂດອ່າງແມ່ນໍ້າຂອງໃນຫລາຍໆດ້ານ ບໍ່ພຽງແຕ່ຫາປາເທົ່ານັ້ນ ແຕ່ລວມໄປເຖິງການກະສິກຳ ທີ່ບໍ່ສາມາດຄາດເດົາປະລິມານນໍ້າສຳລັບການປູກຝັງຄືແຕ່ກ່ອນໄດ້.

ຈາກການໃຫ້ສຳພາດຂອງພົນລະເມືອງຢູ່ເມືອງປາກຊົມ ຈັງຫວັດເລີຍ, ປະເທດໄທ, ເຊິ່ງຢູ່ກົງກັນຂ້າມກັບແຂວງໄຊຍະບູລີ ຜ່ານສຳນັກຂ່າວແນວໜ້າ ຂອງປະເທດໄທລະບຸວ່າ ລະດັບແມ່ນ້ຳຂອງ ໄດ້ເລີ່ມຫຼຸດລົງຕັ້ງແຕ່ປີໃໝ່ສາກົນທີ່ຜ່ານມາ ຮອດປະຈຸບັນ ໃນບາງຈຸດເຫັນ ມີດອນຊາຍ ແລະ ຫີນໄດ້ຊັດເຈນ ຍາວເປັນກິໂລແມັດ, ແຕ່ວ່າບາງມື້ ນໍ້າຂອງຈະເພີ່ມຂື້ນຢ່າງກະທັນຫັນປະມານ 1-2 ແມັດ ແລະ ຫຼັງຈາກນັ້ນກໍ່ຈະກັບຄືນໄປແຫ້ງອີກໃນມື້ຕໍ່ມາ ຈົນປະຊາຊົນບໍ່ສາມາດອີງໃສ່ກັບແມ່ນໍ້າຂອງເປັນຫຼັກ ໄດ້ຄືເກົ່າ.

ລ່າສຸດ, ສະຫະລັດໄດ້ຮຽກຮ້ອງໃຫ້ຈີນຍຶດໝັ້ນຄຳສັນຍາ ທີ່ເຄີຍກ່າວຈະປ່ອຍນ້ຳອອກຈາກເຂື່ອນຢ່າງສະໝໍ່ສະເໝີ ເຊິ່ງຈີນກໍ່ໄດ້ຕອບວ່າ ບໍ່ເຄີຍປ່ອຍນໍ້າລົງຕໍ່າກວ່າ 1,000 ແມັດກ້ອນຕໍ່ວິນາທີເລິີຍ ຕັ້ງແຕ່ເດືອນມັງກອນທີ່ຜ່ານມາ, ແລະການວັດແທກການປ່ອຍນໍ້າຂອງ MRC ນັ້ນ ກໍ່ອາດຈະມີຂໍ້ຜິດພາດບາງຢ່າງ.

SA Game
ພາບ: Chanchai Tachan

ນອກຈາກເຂື່ອນຈິງຫົງ ໃນປະເທດຈີນແລ້ວ ເຂື່ອນໄຊຍະບູລີ ກໍ່ເປັນອີກໜຶ່ງປັດໃຈ ທີ່ເຮັດໃຫ້ນານາປະເທດຕ້ອງໄດ້ເລັ່ງສຶກສາ ຜົນກະທົບຂອງການນຳໃຊ້ນ້ຳ ທີ່ເຊື່ອມຕໍ່ກັບແມ່ນ້ຳຂອງ ຕອນກາງ ຢ່າງຮີບດ່ວນ. ລວມເຖິງການອອກມາຄັດຄ້ານການສ້າງເຂື່ອນໃນອະນາຄົດອີກຫຼາຍແຫ່ງຂອງທຸກປະເທດ ຕະຫຼອດເສັ້ນທາງນ້ຳຂອງແມ່ນ້ຳຂອງ.

ເພື່ອໃຫ້ຄວາມຊັດເຈນກ່ຽວກັບການບໍລິຫານຈັດການນໍ້າ ຂອງແມ່ນໍ້າຂອງ ກະຊວງການຕ່າງປະເທດສະຫະລັດອາເມລິກາ ໄດ້ປະກາດໃນວັນທີ 22 ກຸມພາ 2021 ທີ່ຜ່ານມາວ່າ ສະຫະລັດອາເມລິກາ ເຊິ່ງເປັນຄູ່ຮ່ວມມືກັບບັນດາປະເທດທີ່ຢຸ່ເຂດອ່າງແມ່ນໍ້າຂອງ (Mekong-U.S. Partnership) ຈະໃຫ້ການສະໜັບສະໜູນ ເຄື່ອງມືເກັບກຳຂໍ້ມູນສະຖິຕິ ຂອງເຂື່ອນໄຟຟ້າແມ່ນໍ້າຂອງ ແລະ ຮຽກຮ້ອງໃຫ້ຈີນແບ່ງປັນຂໍ້ມູນກ່ຽວກັບການຄຸ້ມຄອງແມ່ນໍ້າຂອງ ຮ່ວມປະເທດອື່ນໆ ທີ່ກ່ຽວຂ້ອງດ້ວຍ ເພື່ອບັນລຸການຄຸ້ມຄອງຊັບພະຍາກອນຊາຍແດນທີ່ໂປ່ງໃສ ເພື່ອສົ່ງເສີມດ້ານຄວາມອຸດົມສົມບູນແບບຍືນຍົງ ຂອງເຂດອ່າງແມ່ນ້ຳ ຂອງ ຊຶ່ງຫຼໍ່ລ້ຽງປະຊາຊົນຫຼາຍກ່ວາ 70 ລ້ານຄົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: ວຽງ​ຈັນ​ໃໝ່.