ເປີດແລ້ວ! ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ
ພິທີເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ.
ໄດ້ມີພິທີເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ ກະຊວງສາທາລະນະສຸກຂຶ້ນໃນວັນ 16 ມີນາ 2021, ທີ່ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ບັນດາຜູ້ຕາງໜ້າ ຈາກ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຕົ້ນຕໍແມ່ນ ເພື່ອສະໜອງການບໍລິການກວດສຸຂະພາບໃຫ້ຜູ້ອອກແຮງງານປະ ຈໍາປີໃຫ້ໄດ້ມາດຕະຖານ ແລະ ຮັບປະກັນການປ້ອງກັນສຸຂະພາບຂອງຜູ້ອອກແຮງງານສອດຄ່ອງກັບສິດທິ ຂອງຕົນຕາມກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການກ່ຽວຂ້ອງກໍານົດໄວ້, ເພື່ອອໍານວຍ ຄວາມສະດວກໃຫ້ຜູ້ອອກແຮງງານກວດເຊັກສຸຂະພາບຂອງຕົນຢູ່ໃນສະຖານທີ່ເຮັດວຽກ.
ສ້າງຖານ ເກັບກໍາຂໍ້ມູນດ້ານສຸຂະພາບຂອງຜູ້ອອກແຮງງານໃນການເຮັດວຽກ, ປ້ອງກັນ ແລະ ຮັກສາໃຫ້ທັນຕໍ່ພະຍາດ ຕ່າງໆທີ່ອາດຈະເກີດຂຶ້ນຈາກການເຮັດວຽກ ເພື່ອປ້ອງກັນ ແລະ ປິ່ນປົວໃຫ້ທັນເວລາ.
ສູນແຫ່ງນີ້ ແມ່ນໄດ້ຮັບການສະໜັບສະໜູນ ແລະ ເອື້ອອໍານວຍຄວາມສະດວກຈາກພາກລັດຖະບານ ພາຍໃຕ້ເງື່ອນໄຂ ແລະ ສະພາບແຫ່ງຄວາມຮຽກຮ້ອງຕ້ອງການຂອງວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ອອກແຮງງານ ທາງດ້ານວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານຕາມທີ່ໄດ້ກໍານົດໄວ້ໃນນະ ໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ກ່ຽວກັບການປ້ອງກັນການເກີດພະຍາດຕ່າງໆຈາກການເຮັດ ວຽກຂອງຊາວຜູ້ອອກແຮງງານ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ການຊີ້ນຳຈາກການນຳຂັ້ນສູງ ຂອງກະຊວງສາ ທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍການຮ່ວມມືກັນກັບກົມຄຸ້ມຄອງແຮງງານ.
ສູນແຫ່ງນີ້ ແມ່ນເຮັດໜ້າທີ່ຕົ້ນຕໍກ່ຽວກັບການກວດສຸຂະພາບແຮງງານປະຈຳປີແບບເປັນລະບົບຄົບຊຸດ ແລະ ທັນສະໄໝອີກແຫ່ງໜຶ່ງ ຢູ່ ສປປ ລາວ ໂດຍສະເພາະກ່ຽວກັບດ້ານສຸຂະພາບ ເພາະສະນັ້ນການເຮັດໜ້າທີ່ບໍລິ ການກວດສຸຂະພາບປະຈໍາປີຂອງຜູ້ອອກແຮງງານ ກໍເປັນສິ່ງໜຶ່ງທີ່ສໍາຄັນ ແລະ ເປັນກຽດອັນສູງສົ່ງສໍາລັບ ສູນກວດສຸຂະພາບແຫ່ງນີ້ແມ່ນຈະເປັນຖານຂໍ້ມູນຂ່າວສານດ້ານສຸຂະພາບຂອງຜູ້ອອກແຮງງານໃນທົ່ວປະເທດ.
ໃນຕ້ອນທ້າຍຂອງພິທີ ທ່ານ ຄຳແພງ ໄຊສົມແພງ, ທ່ານ ນາງ ວຽງສະຫວັນ ຊາມົນຕີ ແລະ ທ່ານ ນາງ ບົວເພຍ ພູມິນ ຮອງຫົວໜ້າກົມປິ່ນປົວ ກໍໄດ້ໃຫ້ກຽດຂຶ້ນຕັດແຖບຜ້າເພື່ອເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ ຢ່າງເປັນທາງການ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ແຫລ່ງທີ່ມາ: ຂ່າວສານຮສສ, laoedaily.com.