ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວຄົນໃໝ່

SA Game

ພາບ​: laoedaily.com.

ຮັບຮອງແລ້ວທ່ານ ທອງລຸນ ສີສຸລິດ ເປັນປະທານປະເທດແຫ່ງ ສປປ ລາວ.

ຈາກ​ການ​ເຮັດ​ພາ​ລະ​ໜ້າ​ທີ່​ອັນ​ຍິງ​ໃຫຍ່​ໃຫ້​ແກ່​ປະ​ເທດ​ລາວ​ມາ​ໄດ້​ວະ​ລະ​ໜຶ່ງ​ກັບ​ຄວາມ​ຮັບ​ພິ​ຊອບ ແລະ ຜົນ​ງານ​ອັນ​ໂດດ​ເດັ່ນ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ເຊິງ​ເປັນ​ທີ່​ຮູ້​ຈັກ​ໃນ​ປະ​ຊາ​ຊົນ​ລາວ​ທົວ​ປະ​ເທດ ແລະ ດ້ວຍ​ຜົນ​ງານ ແລະ ຄຸນ​ງາມ​ຄວາມ​ດີ​ທີ່​ໄດ້​ສ້າງ​ໄວ້​ໃຫ້​ແກ່​ປະ​ເທດ​ລາວ ກໍ ຄືປະ​ຊາ​ຊົນ​ລາວ​ທົວ​ປະ​ເທດ ແລະ ໃນ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ນີ້​ກໍ​ໄດ້​ຮອງ​ຮັບ​ເອົາ​ທ່ານ​ເປັນ​ປະ​ທານ​ປະ​ເທດ​ຄົນ​ທີ່ 8.

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ຄັ້ງ​ນີ້​ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ່ 22 ມີນາ 2021  ກອງປະຊຸມ ໄດ້ສະເໜີ ແລະ ຮັບຮອງເອົາ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເປັນປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດ້ວຍຄະແນນສຽງເປັນສ່ວນຫຼາຍ ຈາກຜູ້ເຂົ້າຮ່ວມທັງໝົດ 163 ທ່ານ ເຫັນດີ 161 ທ່ານ ກວມເອົາ 98.77%; ບໍ່ເຫັນດີ 1 ທ່ານ ກວມເອົາ 0,61%; ບໍ່ອອກສຽງ 1 ທ່ານ ກວມ 0,61%.

SA Game
ພາບ​: laoedaily.com.

ທ່ານທອງລຸນ ສີສຸລິດ ເກີດເມື່ອວັນທີ 10 ພະຈິກປີ 1945 ທີ່ແຂວງຫົວພັນ, ທ່ານຈົບການສຶກສາຈາກສະຫະພາບໂຊວຽດ(ຣັດເຊຍໃນປະຈຸບັນ) ກ່ອນຈະມາດຳລົງຕຳແໜ່ງເປັນປະທານປະເທດແມ່ນໄດ້ຮັບຫຼາຍຕຳແໜງໜ້າທີ່

1985 – 1986 – ຫົວໜ້າກົມຄົ້ນຄວ້າ,ສຳນັກງານ ນາຍົກລັດຖະມົນຕີ.
1987 – 1992 – ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ.
1993 – 1996 – ລັດຖະມົນຕີວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

1997 – 2001 – ສະມາຊິກຄະນະປະຈຳ ສະພາແຫ່ງຊາດ, ປະທານຄະນະ ກຳມາທິການຕ່າງປະເທດ ຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ.
2001 – 2006 – ຮອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການແຜນການ ແລະ ການລົງທຶນ.( ປະທານຄະນະກຳມະການຄຸ້ມຄອງການລົງທຶນ,ປະທານຄະນະກຳມະການແຫ່ງຊາດດ້ານພະລັງງານ, ສະມາຊິກສະພາແຫ່ງຊາດ).
2006 – 2016 – ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດ.

ມາຮອດວັນທີ 20 ເມສາປີ 2016 ທ່ານຈິ່ງໄດ້ຮັບເລືອກໃຫ້ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຊິ່ງເປັນນາຍົກລັດຖະມົນຕີຄົນທີ7 ຂອງ ສປປ ລາວ ນັບແຕ່ສະຖາປະນາເປັນສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ

ດ້ວຍຜົນງານ ແລະຄວາມຮູ້ຄວາມສາມາດໃນການເຮັດວຽກຢ່າງມີແບບແຜນຂອງທ່ານນັບແຕ່ເຂົ້າດຳລົງຕຳແໜ່ງນາຍົກລັດຖະມົນຕີ ທ່ານໄດ້ນຳພາຄະນະລັດຖະບານປະຕິຮູບຫຼາຍຢ່າງ ບໍ່ພຽງເທົ່ານັ້ນ ທ່ານຍັງເປັນຫົວໜ້າລັດຖະບານຄົນໜຶ່ງທີ່ເອົາໃຈໃສ່ເບິ່ງແຍງຄວາມທຸກສຸກຂອງປະຊາຊົນລົງຢ້ຽມຢາມຜູ້ຕົກທຸກໄດ້ຍາກ ຮອດທ້ອງຖິ່ນຮາກຖານ ຈົນທ່ານໄດ້ສາຍານາມວ່າເປັນນາຍົກຂອງປະຊາຊົນ.

ດ້ວຍຜົນງານການທຸ່ມເທເຮັດວຽກຢ່າງເອົາຈີງເອົາຈັງ ເຮັດໃຫ້ກອງປະຊຸມຂອງພັກປະຊາຊົນປະຕິວັດລາວຄັ້ງທີ XI ໄດ້ເລືອກທ່ານມາເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກໃນວັນທີ 15 ມັງກອນປີ 2021 ຜ່ານມານີ້ເອງ. ມາໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ທີ່ເປີດຂຶ້ນມື້ນີ້ (22 ມີນາ 2021)

ແລະກອງປະຊຸມສະພາແຫ່ງຊາດ ບັນດາສະມາຊິກສະພາແຫ່ງຊາດທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນຈິິ່ງໄດ້ລົງຄະແນນສຽງຮັບຮອງເອົາທ່ານ ເປັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄົນໃໝ່ ເຊິ່ງເປັນປະທານປະເທດຄົນທີ 7 ຂອງ ສປປ ລາວເຮົາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.