ແຈ້ງ​ປິດ​​ສາຍ​ການ​ບິນ​ລາວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ທຸກ​ເສັ້ນ​ທາງ

SA Game

laoedaily.com

ລັດວິສາຫະກິດການບິນລາວແຈ້ງປິດເສັ້ນທາງການບິນພາຍໃນປະເທດຊົວ​ຄາວ.

ຈາກ​ສະ​ຖາ​ນະ​ການ​ໂຄວິດ-19 ໃນ ສ​ປ​ປ ລາວ ທີ່​ກ່ຳ​ລັງ​ລະ​ບາດ​ໜັກ​ຊ່ວງ​ນີ້ ໂດຍ​ສະ​ເພາະ​ໃນ​ຊ່ວງ​ອາ​ທິດ​ນີ້​ໄດ້​ມີ​ການ​ລະ​ບາດ​ພາຍ​ໃນ​ຊຸມ​ຊົນ​ຈ່ຳ​ນວນ​ຫລວງ​ຫລາຍ​ດັ່ງ​ທີ່​ເຫັນ​ກັນ​ໃນ​ຂ່າວ​ສື່​ສັງ​ຄົມ​ອອນ​ລາຍ, ຈົນ​ເຮັດ​ໃຫ້​ນາ​ຍົກ​ຕ້ອງ​ໄດ້​ມີ​ຄຳ​ສັ່ງ​ປິດ​ເມືອງ​ຈົນ​ຮອດ​ວັນ​ທີ່ 30/09/2021, ​ໂດຍ​ບໍ່​ໃຫ້​ມີ​ການ​ເດີນ​ທາງ​ອອກ​ຈາກ​ບ້ານ ຫລື ສະ​ຖານ​ທີ່​ຕ່າງໆ, ສະ​ນັ້ນ​ທາງ​ລັດ​ວິ​ສາ​ຫະ​ກິດ​ການ​ບິນ​ລາວ​ຈິງ​ຕ້ອງ​ໄດ້​ເຮັດ​ຕາມ​ມາດ​ຕະ​ການ ແລະ ເຟົ້າ​ລະ​ວັງ​ເຊັ່ນ​ກັນ.

ອີງຕາມຄໍາສັ່ງຂອງທາງເຈົ້າຂອງນະຄອນຫຼວງວຽງຈັນ ແລະ ສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ທຸກຄົນຕ້ອງໄດ້ພ້ອມກັນປະຕິບັດມາດຕະການ ບໍ່ຈໍາເປັນບໍ່ໃຫ້ອອກຈາກບ້ານເຮືອນ, ໃຫ້ເຮັດວຽກຢູ່ເຮືອນ ແລະ ຫ້າມເດີນທາງໄປຕ່າງແຂວງ, ຕ່າງປະເທດ ລວມທັງຫ້າມບໍ່ໃຫ້ເດີນທາງເຂົ້າມາປະເທດ ແລະ ນະຄອນຫຼວງວຽງຈັນ, ນອກ​ຈາກວຽກ​ງານ​ທີ່​ຈຳ​ເປັນ​ຈ່ຳ​ນວນ​ໜຶ່ງ ແລະ ຫາກ​ຕ້ອງ​ໄດ້​ເດີນ​ທາງ​ແທ້ໆ ກໍ​ຕ້ອງ​ໄດ້​ມີ​ໃບ​ອະ​ນຸ​ຍາດ​ມາ​ພ້ອມ.

SA Game
laoedaily.com

ດັ່ງນັ້ນ, ທາງລັດວິສາຫະກິດການບິນລາວຈຶ່ງໄດ້ແຈ້ງປິດສາຍການການບິນທຸກສາຍ ເປັນການຊົ່ວຄາວເພື່ອ​ເປັນ​ການ​ຮ່ວມ​ມືໃນ​ການ​ສະ​ກັດ​ກັ້ນ ແລະ ປ້ອງ​ກັນ​ການ​ແພ​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ບໍ່​ໃຫ້​ຂະ​ຫຍາຍ​ເປັນ​ວົງ​ກ້​ວາງ​ອອກ​ໄປ, ໃນ​ແຈ້ງ​ການ​ຂອງ​ທາງວິ​ສະ​ຫະ​ກິດ​ການ​ບິນ​ລາວ​ໄດ້​ລະບຸວ່າ:

ເພື່ອເປັນການປະຕິບັດຕາມແຈ້ງການເລກທີ 1187/ຫສນຍ ລົງວັນທີ່ 18 ກັນຍາ 2021 ວ່າດ້ວຍທິດຊີ້ນຳຕໍ່ກັບສະພາບການລະບາດຂອງພະຍາດ Covid-19 ຢູ່ນະຄອນຫຼວງວຽງຈັນ ແລະ ມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດ ພວກເຮົາຈຳເປັນຕ້ອງ ໄດ້ ຢຸດໃຫ້ບໍລິການ ເສັ້ນທາງບິນພາຍໃນປະເທດທຸກໆເສັ້ນທາງ ເປັນການຊົ່ວຄາວ ຕັ້ງແຕ່ວັນທີ່ 20 ກັນຍາ 2021 ເປັນຕົ້ນໄປ ຈົນກ່ວາຈະມີການແຈ້ງປ່ຽນແປງໃໝ່

SA Game
laoedaily.com

ຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ

ທັງນີ້ກໍເພື່ອປ້ອງກັນ ການລະບາດ ແລະ ແຜ່ລາມເຊື້ອໄປຫຼາຍກວ່ານີ້ ເພາະນະຄອນຫຼວງວຽງຈັນ ມີກໍລະນີຜູ້ຕິດເຊື້ອໃນຊຸມຊົນສູງ ຈໍາເປັນຕ້ອງເຝົ້າລະວັງ ແລະ ລ໊ອກດາວເພື່ອຄວາມປອດໄພ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ: laoedaily.com.la