ສືກ​ສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ນຳ​ໃຊ້​ເທັກ​ໂນ​ໂລ​ຍີເຂົ້າໃນການສົ່ງເສີມກະສິກໍາ

SA Game

ວຽງ​ຈັນ​ໃໝ່.

ບາດ​ກ້າວ​ໃໝ່ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການສົ່ງເສີມກະສິກໍາ.

ຖື​ວ່າ​ເປັນ​ອີກ​ບາດ​ກ້າວ​ໜຶ່ງ​ຂອງ​ຂະ​ແໜງ​ການ​ກະ​ສິ​ກຳ​ທີ່​ຈະ​ໄດ້​ມີ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ດຳ​ເນີນ​ການ​ຕ່າງໆ​ບໍ່​ວ່າ​ຈະ​ເປັນ​ການ​ສົ່ງ​ເສີມ​ການ​ຊື້ ການ​ຂາຍ ລະ​ບົບ​ຜ​ລິດ​ຕະ​ພັນ​ທີ່​ມີ​ມາດ​ຕະ​ຖານ​ສາ​ກົນ​ເຊິງ​ໄດ້​ມີ ບໍລິສັດ ເຈແອວເອສ ໄອທີໂຊລູເຊີ້ນ ຈໍາກັດ ທະນາຄານ ມາຣູຮານ ເຈແປນລາວ ແລະ ເມືອງລາວຟາມ ຮ່ວມກັນສ້າງໂຄງການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການສົ່ງເສີມກະສິກຳລາວເປັນລະບົບນິເວດ.

ເຊິງໃຫ້ກຸ່ມຊາວກະສິກໍາ ຜູ້ຜະລິດ ຜູ້ໃຫ້ບໍລິການ ຜູ້ຈໍາໜ່າຍ ແລະ ຜູ້ບໍລິໂພກ ມາຮ່ວມຕົວກັນ ເພື່ອສ້າງຕະຫຼາດທີ່ມີຫຼາຍພາກສ່ວນເຂົ້າຮ່ວມ (Multisided Markets) ໃນລະບົບຕ່ອງໂສ້ອຸດສາຫະກຳ-ກະສິກໍາ ການສ້າງມາດຕະຖານກ່ຽວກັບຜະລິດຕະພັນກະສິກຳ ແລະ ຄວາມເຊື່ອໝັ້ນທີ່ສາມາດກວດກາໄດ້ໃນທຸກໆຂະບວນການ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ຈັດຂຶ້ນໃນອາທິດຜ່ານມາ 2021 ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ວົງພູທອນ ສີຈັນທະລາດ ປະທານບໍລິສັດ ເຈແອວເອສ ໄອທີໂຊລູເຊີ້ນ ຈໍາກັດ ກັບທ່ານ ແອນໂທນີ້ ປະທານທະນາຄານ ມາຣູຮານ ເຈແປນລາວ ແລະ ທ່ານ ບຸນທ່ຽງ ລັດຕະນະວົງ ປະທານເມືອງລາວຟາມ.

SA Game
ວຽງ​ຈັນ​ໃໝ່.

ທ່ານ ວົງພູທອນ ສີຈັນທະລາດ ກ່າວວ່າ: ການຮ່ວມມືກັນໃນຄັ້ງນີ້ ເພື່ອສຶກສາຄວາມເປັນໄປໄດ້ໃນ ການນຳໃຊ້ເຕັກໂນໂລຊີເຂົ້າໃນການສົ່ງເສີມກະສິກຳລາວ ຈະທົດລອງໃຊ້ປະມານ 6 ເດືອນ ໃນການນຳໃຊ້ລະບົບຟາມບຸກ (Farmbook) ເຊິ່ງເປັນລະບົບການຈັດການເພື່ອຊ່ວຍຄວບຄຸມລະບົບຂອງການຈັດການທຸກວຽກ ແລະ ຊ່ວຍແກ້ບັນຫາຕ່າງໆຢູ່ໃນຟາມ ເປັນຕົ້ນ ລະບົບການຈັດການເຄື່ອງຂອງການແປຮູບ ລະບົບບັນຊີຕິດຕາມກວດກາສິນຄ້າ ແລະ ລະບົບຂົນສົ່ງ ເຊັ່ນ:

ເຮົາຕ້ອງການຊື້ ຫຼືຕ້ອງການຂາຍ ຜະລິດຕະພັນກະສິກຳ ບັນຫາກໍຄື ຜູ້ຢາກຊື້ສິນຄ້າກະສິກຳ ບໍ່ຮູ້ຈະຊື້ຢູ່ໃສ ລາຄາກໍຈະແຕກຕ່າງກັນ. ສະນັ້ນ ຖ້າເຮົາມີລະບົບນີ້ເຂົ້າມາຊ່ວຍ ແນ່ນອນວ່າເວລາຈະຊື້ສິນຄ້າດັ່ງກ່າວ ເຮົາກໍສາມາດສັ່ງຊື້ໄດ້ ທາງອອນລາຍ. ພ້ອມນີ້, ຍັງສາມາດສັ່ງຊື້ກ່ອນລ່ວງໜ້າໄດ້ 3-6 ເດືອນ ແລະ ຜູ້ທີ່ຢູ່ໃນຟາມ ກໍຈະຮູ້ໂລດວ່າມີລາຍການສັ່ງຊື້ສິນຄ້າເຂົ້າມາ ເຊິ່ງລະບົບ Farmbook ກໍຈະເຮັດໜ້າທີ່ກະຈາຍລາຍການດັ່ງກ່າວ ໃຫ້ແຕ່ລະຟາມທີ່ຕິດຕັ້ງລະບົບ Farmbook.

ໂອກາດນີ້ ທ່ານ ບຸນທ່ຽງ ລັດຕະນະວົງ ໄດ້ກ່າວວ່າ: ລະບົບໄອຊີທີ ໄດ້ຫັນມາມີສ່ວນຮ່ວມໃນການຜະລິດກະສິກຳ ເຊິ່ງເປັນມິຕິໃໝ່ຂອງວົງການກະສິກຳ ທີ່ຫັນໄປສູ່ຄວາມທັນສະໄໝ ເນື່ອງຈາກວ່າຊາວກະສິກອນຢູ່ບ້ານເຮົາຍັງບໍ່ທັນເກັ່ງເລື່ອງຂອງໄອຊີທີ.

ໃນເມື່ອກ່ອນ ທຸກຄົນຈະບອກວ່າມີຄວາມສ່ຽງສູງໃນການຜະລິດກະສິກຳ ເພາະວ່າເຮົາບໍ່ຮູ້ຈັກການຈັດການທີ່ດີ ແຕ່ປັດຈຸບັນນີ້ ຖ້າເຮົາມີການເຮັດວຽກທີ່ເປັນລະບົບ (ແພລດຟອມ) ຮ່ວມກັນ ບໍ່ຕ່າງຫຍັງກັບເຮົາຢູ່ໃນທ່າມກາງແສງສະຫວ່າງ ເຮົາຮູ້ວ່າອັນໃດຢູ່ບ່ອນໃດ ດັ່ງນັ້ນ ລະບົບ Farmbook ຈະມີບົດບາດສໍາຄັນຫຼາຍ ທີ່ຈະມາຊ່ວຍວົງການກະສິກຳ ແລະ ການຜະລິດກະສິກໍາເປັນສິນຄ້າຢູ່ບ້ານເຮົາ ຖ້າເຮົາໄດ້ໃຊ້ລະບົບນີ້ ຖືວ່າຄົບສູດ ເປັນການແກ້ໄຂຜ່ານລະບົບປະຕູດຽວຂອງການຜະລິດກະສິກຳເປັນສິນຄ້າ.

ສະນັ້ນ ລະບົບດັ່ງກ່າວ ພວກເຮົາຕ້ອງໄດ້ສະໜອງໃຫ້ແກ່ຊາວ ກະສິກອນ ຜູ້ສະໜອງປັດໄຈ ຜູ້ໃຫ້ບໍລິການ ທະນາຄານ ຫຼືການຂົນສົ່ງ ແລະ ຕະຫຼາດຕ່າງໆໄດ້ເຂົ້າມາຮ່ວມນຳ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ: ວຽງ​ຈັນ​ໃໝ່.