ດ່ວນ! ນະຄອນຫຼວງວຽງຈັນຫ້າມ​ປະ​ຊາ​ຊົນ​ອອກຈາກ​ບ້ານຕົນ​ເອງ

SA Game

ພາບ: CIT

​ປ້ອງ​ກັນ​ເຂັ້ມ​ງວດ ນະຄອນຫຼວງວຽງຈັນຫ້າມປະ​ຊາ​ຊົນອອກຈາກເຮືອນ ແລະ ທີ່ພັກອາໄສ.

ປະ​ຈຸ​ບັນ​ສະ​ຖາ​ນະ​ການ​ຂອງ​ການ​ລະ​ບາດ​ພະ​ຍາດ​ໂຄວິດ-19 ໃນ ສ​ປ​ປ ລາວ ຍັງ​ຄົງ​ເພີ່ມ​ຂື້ນ​ທ​ຸກ​ມື້, ຫລັງ​ຈາກ​ມີ​ມາດ​ຕະ​ການ​ຕ່າງໆ​ອອກ​ມາ ທັງ​ຜ່ອນ​ຜັນ ແລະ ເຂັ້ມ​ງວດ​ກໍ​ມີ​ມາ​ແລ້ວ, ປະ​ຈຸ​ບັນ​ນີ້​ການ​ລະ​ບາດ​ເລີມ​ມາ​ອີກ​ຮອບ​ໃຫຍ່​ໜ​ຶ່ງ​ອີກ​ແລ້ວ ແລະ ການ​ລະ​ບາດ​ຮອບ​ນີ້​ຖື​ວ່າ​ເປັນ​ການ​ລະ​ບາດ​ໃນ​ຊຸມ​ຊົນ​ຈ່ຳ​ນວນ​ຫລາຍ ແລະ ຢູ່​ໃນ​ຕົວ​ເມືອງ​ຂອງ​ນະ​ຄອນ​ຫລວງວຽງ​ຈັນ.

ສະ​ນັ້ນ, ຈາກສະຖານະການທີ່ມີຜູ້ຕິດເຊື້ໂຄວິດໃນຊຸມຊົນ ເພີ່ມຂຶ້ນເລຶ້ອຍໆໃນນະຄອນຫຼວງວຽງຈັນ, ເຈົ້າຄອງນະຄອນຫຼວງວຽງຈັນຈຶ້ງໄດ້ມີຄຳສັ່ງລ໊ອກດາວ ນະຄອນຫຼວງວຽງຈັນ ໂດຍຫ້າມອອກຈາກເຮືອນ ຫລື ທີ່ພັກອາໄສ ເດີນທາງໄປມາ ຢູ່ພາຍໃນນະຄອນຫຼວງວຽງຈັນ ຍົກເວັ້ນກໍລະນີທີ່ຈໍາເປັນ; ຫ້າມບຸກຄົນຢູ່ແຂວງ ທີ່ມີການແຜ່ລະບາດໃນຊຸມຊົນ ເດີນທາງເຂົ້າມານະຄອນຫຼວງວຽງຈັນ , ຖ້າຈໍາເປັນຕ້ອງເຂົ້າມາ ຕ້ອງຈໍາກັດບໍລິເວນໃຫ້ຄົບ 14 ວັນ.

SA Game
ພາບ: CIT

ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຖະແຫຼງຂ່າວ ປະຈຳວັນທີ 19 ກັນຍາ2021 ວ່າ ໃນນາມຫົວຫນ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ ຂ້າພະເຈົ້າ ຂໍຖະແຫຼງຂ່າວດ່ວນ ກ່ຽວກັບການ ອອກຄໍາສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ເພື່ອຍົກລະດັບມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 20 – 30 ກັນຍາ 2021

ໂດຍໄດ້ຮັບການເຫັນດີຈາກລັດຖະບານ ກໍ່ຄືຄະນະສະເພາະກິດ ຂັ້ນສູນກາງ ຕາມທີ່ລະບຸໄວ້ ໃນແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1187/ຫສນຍ, ລົງວັນທີ 18 ກັນຍາ 2021 ສະນັ້ນ

ເຈົ້າຄອງນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກຄໍາສັ່ງ ດັ່ງນີ້:

1 ໃຫ້ພະແນກການ, ອົງການທຽບເທົ່າພະແນກ, ອົງການປົກຄອງເມືອງ ແລະ ບ້ານ ຈົ່ງເພີ່ມ ທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມ ໃຫ້ຮູ້ຈັກປ້ອງກັນພະຍາດນີ້ ດ້ວຍຕົນເອງຢ່າງຖືກຕ້ອງ ແລະ ເຂັ້ມງວດ.
2 ໃຫ້ພະນັກງານ – ລັດຖະກອນ, ວິສາຫະກິດ, ອົງການຈັດຕັ້ງສາກົນ ຢຸດການມາເຮັດວຽກຢູ່ ຫ້ອງການ ແຕ່ວັນທີ 20 ເຖິງ 30 ກັນຍາ 2021, ຍົກເວັ້ນທະຫານ, ຕໍາຫຼວດ, ເຈົ້າຫນ້າທີ່ດັບເພີງ, ແພດຫມໍ, ພະນັກງານ, ອາສາສະຫມັກ ຮັບຜິດຊອບລະບົບການບໍລິການໄຟຟ້າ, ນ້ໍາປະປາ, ການສື່ສານ ແລະ ເຮັດວຽກສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ.

3 ຫ້າມ ປະຊາຊົນ, ພະນັກງານ …. ທີ່ເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນ ອອກຈາກເຮືອນ ຫຼື ທີ່ພັກອາໄສ ເດີນທາງໄປ ມາ ຢູ່ພາຍໃນນະຄອນຫຼວງວຽງຈັນ, ຍົກເວັ້ນກໍລະນີທີ່ຈໍາເປັນ ເຊັ່ນ: ໄປຊື້ອາຫານ, ຢາປົວພະຍາດ, ໄປໂຮງຫມໍ…
4 ຫ້າມບຸກຄົນ ແລະ ພາຫະນະຂົນສົ່ງໂດຍສານ ຢູ່ນະຄອນຫຼວງວຽງຈັນ ເດີນທາງໄປຕ່າງ ແຂວງ ຫຼື ເຂດທີ່ມີການຕິດເຊື້ອ ຫຼື ເຂດທີ່ມີຄວາມສ່ຽງ
5 ຫ້າມບຸກຄົນຢູ່ແຂວງ ທີ່ມີການແຜ່ລະບາດໃນຊຸມຊົນ ເດີນທາງເຂົ້າມານະຄອນຫຼວງວຽງຈັນ, ຖ້າຈໍາເປັນຕ້ອງເຂົ້າມາ ຕ້ອງຈໍາກັດບໍລິເວນໃຫ້ຄົບ 14 ວັນ ຢູ່ສູນ ຫຼື ໂຮງແຮມຈໍາກັດບໍລິເວນ ແລະ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງຫມົດ ດ້ວຍຕົນເອງ

6 ຫ້າມຜູ້ທີ່ຕິດເຊື້ອ ແລະ ຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອພະຍາດ COVID-19 ປິດອໍາ ຫຼື ຕົວະປະຫວັດການເຄື່ອນໄຫວຂອງຕົນ ແລະ ຫຼົບຫນີການເຂົ້າປິ່ນປົວຢູ່ໂຮງຫມໍ ຫຼື ສູນຈໍາກັດບໍລິເວນ ຕາມຄໍາສັ່ງຂອງແພດຫມໍ ຫຼື ຄະນະສະເພາະກິດ ຢ່າງເດັດຂາດ
7 ຫ້າມການຈັດປະຊຸມ, ໂຮມຊຸມນຸມ ແລະ ກິດຈະກໍາຕ່າງໆ
8 ປິດດ່ານບ້ານໂດນ ເມືອງປາກງື່ມ, ດ່ານທ່າເດືອ ເມືອງຫາດຊາຍຟອງ, ດ່ານຫນອງດາ ເມືອງ ສີໂຄດຕະບອງ, ດ່ານໂຄກແຫ້ ເມືອງສັງທອງ ຢ່າງເຂັ້ມງວດ. ສໍາລັບ ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ແມ່ນປິດການອະນຸຍາດເດີນທາງ ເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ
9 ປິດຮ້ານຄາຣາໂອເກະ, ສະຖານບັນເທີງ, ກາຊີໂນ, ຮ້ານອິນເຕີເນັດຄາເຟ…

SA Game
ພາບ: ວຽງ​ຈັນ​ທາຍ

10 ຫ້າມໄປອອກກໍາລັງກາຍຢູ່ກາງແຈ້ງ ຕາມສະຖານທີ່ສາທາລະນະຕ່າງໆເຊັ່ນ
11 ປິດໂຮງງານຕັດຫຍິບ, ໂຮງງານອື່ນໆ ແລະ ບັນດາໂຄງການໃຫຍ່ ເພື່ອປະເມີນຄວາມ ສ່ຽງ, ຖ້າຮັບປະກັນໄດ້ວ່າ ບໍ່ມີຄວາມສ່ຽງໃນການແຜ່ລະບາດພະຍາດ COVID-19 ຈິ່ງພິຈາລະນາ ອະນຸຍາດໃຫ້ເປີດໂຮງງານຄືນ.
12 ຫ້າມກັກຕຸນ ແລະ ຂຶ້ນລາຄາສິນຄ້າ ທີ່ຈໍາເປັນຕໍ່ ການກັນການລະບາດ, ການອຸປະໂພກ ແລະ ບໍລິໂພກ
13 ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃນຮູບແບບ ໃດຫນຶ່ງ ຜ່ານສື່ຕ່າງໆ
14 ອະນຸຍາດໃຫ້ເປີດການຊື້-ຂາຍ ເຄື່ອງອຸປະ ໂພກ-ບໍລິໂພກ ດ້ວຍການຈັດຊື້, ຈັດສົ່ງ ແລະ ຮັບເອົາ ທີ່ຮັບປະກັນການປ້ອງກັນການແຜ່ເຊື້ອພະຍາດໄດ້ ແລະ ອະນຸຍາດໃຫ້ເປີດກິດຈະການທີ່ ມີຄວາມຈໍາເປັນອື່ນໆ

15 ໃຫ້ຄະນະສະເພາະກິດ ນະຄອນຫຼວງວຽງຈັນ, ເມືອງ ເພີ່ມທະວີການປະຕິບັດບົດບາດ ສິດ ແລະ ຫນ້າທີ່ຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ເປັນໃຈກາງໃນການປະສານ ກັບທຸກພາກສ່ວນທີ່ກ່ຽວຂ້ອງ
16 ໃຫ້ກອງບັນຊາການ ປກຊ-ປກສ ນະຄອນຫຼວງວຽງຈັນ, ສົມທົບກັບອົງການປົກຄອງ ເມືອງ ຕິດຕາມກວດກາ, ຮັກສາຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຈັດຕັ້ງປະຕິບັດ ມາດຕະການທີ່ໄດ້ກໍານົດໄວ້ ໃນຄໍາສັ່ງສະບັບນີ້ ຢ່າງເຂັ້ມງວດ.

17 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ ຫຼື ນິຕິບຸກຄົນ ທີ່ລະເມີດມາດຕະການຂອງຄະນະ ສະເພາະກິດຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ຄໍາສັ່ງສະບັບນີ້ ຕ້ອງຖືກປັບໄຫມ ຢ່າງເຂັ້ມງວດ ແລະ ເດັດຂາດ ດັ່ງນີ້ ບຸກຄົນລະເມີດ: ໃຫ້ປັບໄຫມ 3.000.000 ກີບ/ຄົນ/ຄັ້ງ ນິຕິບຸກຄົນລະເມີດ ໃຫ້ປັບໄຫມ 10.000.000 ກີບ/ນິຕິບຸກຄົນ/ຄັ້ງ. ມອບໃຫ້ກໍາລັງ ປກສ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມກວດກາ ໂດຍເລີ່ມຈາກການ ປັບໄຫມ, ສັ່ງໂຈະ ຫຼື ສັ່ງປິດກິດຈະການ ແລະ ກ້າວໄປເຖິງດໍາເນີນຄະດີຕາມລະບຽບກົດຫມາຍ ຕາມ ກໍລະນີ ເເຕ່ເບົາ ຫາ ຫນັກ.

18 ຄໍາສັ່ງສະບັບນີ້ ມີຜົນບັງຄັບໃຊ້ ເລີ່ມແຕ່ເວລາ 12:00 ໂມງ ຂອງວັນທີ 19 ກັນຍາ ເຖິງເວລາ 24:00 ໂມງ ຂອງວັນທີ 30 ກັນຍາ 2021. ໃນກໍລະນີ ມີການປ່ຽນແປງນະຄອນຫຼວງວຽງຈັນ ຈະແຈ້ງ ໃຫ້ຊາບຕື່ມ ເປັນແຕ່ລະໄລຍະ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ: laoedaily.com.la