ແຂວງພາກໃຕ້ 2 ແຂວງ​ ໄດ້​ຮັບ​ການ​ຊີ້​ນຳ​ວຽກ​ງານ​ຈາກ ອອ​ປ​ສ

SA Game ແຂວງພາກໃຕ້

ຂປລ.

ອົງການ ໄອຍະການປະຊາຊົນສູງສຸດ ລົງຊີ້ນຳວຽກງານຢູ່ 2 ແຂວງພາກໃຕ້ ລະ​ຫວ່າງ 19-20 ມິຖຸນາ 2023

ແຂວງພາກໃຕ້ ເປັນ​ແຂວງ​ທີ່​ມີ​ການ​ພັດ​ທະ​ນາ​ໄປ​ໄວ​ຫລາຍ, ແຕ່​ແນວ​ໃດ​ກໍ​ດີ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຕ່າງໆ​ກໍ​ຕ້ອງ​ໄດ້​ປະ​ຕິ​ບັດ​ໄປ​ຢ່າງ​ຖືກ​ຕ້ອງ ແລະ ຊັດ​ເຈນ​ໂດຍ​ສະ​ເພາະ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູ​ງ​ສຸດ, ໃນວັນທີ 19-20 ມິຖຸນາ 2023 ຜ່ານມາ, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ (ອອປສ) ພ້ອມຄະນະ ລົງເຄື່ອນໄຫວພົບປະໂອ້ລົມ ສະມາຊິກພັກ, ພະນັກງານ-ລັດຖະກອນ ອົງການໄອຍະການປະຊາຊົນ ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ, ພ້ອມທັງ ເຂົ້າຮ່ວມເປັນ ປະທານ ການປະກາດການຈັດຕັ້ງໂຄງປະກອບບຸກຄະລາກອນຂອງ ອົງການໄອຍະການປະຊາຊົນ ຢູ່ສອງແຂວງດັ່ງກ່າວ.

ໂອກາດນີ້, ທ່ານ ບຸນທັນ ບຸນທະວິໄລ ໄດ້ເນັ້ນໜັກຫລາຍບັນຫາສຳຄັນ ແລະ ໃຫ້ທິດຊີ້ນໍາ ຕໍ່ສະມາຊິກ ພັກ, ພະນັກງານ-ລັດຖະກອນ ອົງການໄອຍະການປະຊາຊົນຢູ່ 2 ແຂວງ ໂດຍສະເພາະ ວຽກງານສຶກສາອົບຮົມ ການເມືອງແນວຄິດ, ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ປັບປຸງແບບແຜນວິທີ ເຮັດວຽກມີຫລັກການສູນລວມປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ

SA Game
ຂປລ.

ສືບຕໍ່ປັບປຸງວຽກງານວິຊາສະເພາະໃຫ້ມີບາດ ກ້າວອັນໃໝ່, ວຽກງານກວດກາສະມາຊິກພັກ-ພະນັກງານ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເຂົ້າສູ່ວຽກງານໄອຍະການປະຊາຊົນ

ການຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ V, ການປະຕິບັດ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກ ອົງການໄອຍະການ ປະຊາຊົນ ໃນການປະຕິບັດສິດ ແລະ ໜ້າທີ່ ຂອງພະນັກງານໄອຍະການປະຊາຊົນ ໃຫ້ປະຕິບັດຕາມກົດໝາຍ ແລະ ລັດຖະທໍາມະນູນ ຢ່າງເຂັ້ມງວດ

ເປັນຕົ້ນ ແມ່ນການຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາ ເສບຕິດ, ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການຕິດຕາມກວດກາການປະຕິບັດ ກົດໝາຍທົ່ວໄປ; ສ້າງກົນໄກປະສານງານໃຫ້ຄ່ອງຕົວດີຂຶ້ນ ໂດຍສະເພາະ ກົນໄກການປະສານງານ ລະຫວ່າງ ອົງການໄອຍະການປະຊາຊົນ ກັບອົງການສືບສວນ-ສອບສວນເຈົ້າໜ້າທີ່ຕຳຫລວດ, ເຈົ້າໜ້າທີ່ພາສີ, ປ່າໄມ້ ແລະ ອົງການສືບສວນ-ສອບສວນອື່ນໆ ຢ່າງກົມກຽວ ດ້ວຍການສ້າງບົດບັນທຶກຮ່ວມ.

SA Game
ຂປລ.

ພ້ອມນີ້, ທ່ານ ບຸນທັນ ບຸນທະວິໄລ ພ້ອມຄະນະ ຍັງໄດ້ເຂົ້າພົບປະກັບ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ວຽກງານພັກ-ພະນັກງານ ແຂວງສະວັນນະເຂດ ເພື່ອແຈ້ງຈຸດປະສົງ ຂອງການລົງເຄື່ອນໄຫວວຽກ ງານໃນຄັ້ງນີ້

ພ້ອມທັງ ເຄື່ອນໄຫວວຽກງານ ຢູ່ຫ້ອງການອົງການໄອຍະການປະຊາຊົນເຂດ I ປະຈຳເມືອງ ຫີນບູນ ແຂວງ ຄໍາມ່ວນ ແລະ ອົງການໄອຍະການປະຊາຊົນເຂດ I ປະຈຳເມືອງໄຊບູລີ ແຂວງ ສະຫວັນນະເຂດ ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.