ຮົວເຫວີຍ ຮ່ວມ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ດິ​ຈິ​ຕອນ​ກັບ ສ​ປ​ປ ລາວ

SA Game

ຂປລ.

ສະຖາບັນເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ​ຮ່ວມ​ກັບ ຮົວເຫວີຍ ພັດທະນາຊັບພະຍາກອນ ດີຈິຕອນ

ຮົວເຫວີຍ ບໍ​ລິ​ສັດ​ທີ່​ມີ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ລະ​ບົບ​ທັນ​ສະ​ໄໝ​ທີ່​ຮູ້​ຈັກ​ກັນ​ທົ່ວ​ໂລກ ໄດ້​ຮ່ວມ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ດິ​ຈິ​ຕອນ ຢູ່​ລາວ, ໂດຍສະຖາບັນເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ(ສຕສ), ກະຊວງເຕັກໂນໂລຊີ ແລະ ການ ສື່ສານ(ກຕສ) ຮ່ວມກັບ ບໍລິສັດຫົວເຫວີຍ ເທັກໂນໂລຢີ(ລາວ) ຈຳກັດຜູ້ດຽວ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເປັນການສະໜັບສະໜູນ ແລະ ພັດທະນາຊັບພະຍາກອນດີຈິຕອນ ຮ່ວມກັນ ໂດຍມີຈຸດປະສົງ ເພື່ອສະແດງໃຫ້ເຫັນເຖິງບູລິມະສິດອັນຮີບດ່ວນຂອງລັດຖະບານ ໃນການຫັນເປັນ ທັນສະໄໝ

ເປັນຕົ້ນ ການຮ່ວມມືສົ່ງເສີມດ້ານການພັດທະນາຫລັກສູດ Huawei ICT Academy, ຮ່ວມກັນສ້າງຫລັກ ສູດການຮຽນ-ການສອນທາງດ້ານໄອຊີທີ(ICT), ຝຶກອົບຮົມໃຫ້ບັນດານັກຮຽນ, ຢັ້ງຢືນມາດ ຕະຖານຂອງຄູສອນ, ສະໜັບສະໜູນການຝຶກງານ, ການຈັດສຳມະນາ, ການນຳໃຊ້ platforms online

ເຂົ້າ ຮ່ວມການແຂ່ງຂັນທາງດ້ານໄອຊີທີ, ມອບທຶນການສຶກສາ, ຮ່ວມມືກັນຄົ້ນຄວ້າທາງດ້ານວິຊາການ, ຝຶກອົບຮົມໃຫ້ ແກ່ພະນັກງານພາກລັດ ທີ່ຮັບຜິດຊອບທາງດ້ານວຽກງານບໍລິການ ການສຶກສາ ແລະ ສົ່ງເສີມພັດທະນາພະນັກງານ ທ້ອງຖິ່ນ ທີ່ມີພອນສະຫວັນທາງດ້ານໄອຊີທີ.

SA Game
ຂປລ.

ຮ່ວມລົງນາມໃນຄັ້ງນີ້, ມີ ທ່ານ ປະດັບໄຊ ໄຊຍະໂຄດ ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຮົວ ຈື່ເໝິງ ຜູ້ບໍລິຫານສູງສຸດ ບໍລິສັດ ຫົວ ເຫວີຍເທັກໂນໂລຢີ(ລາວ) ຈໍາກັດຜູ້ດຽວ ໂດຍມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.

ທ່ານ ປະດັບໄຊ ໄຊຍະໂຄດ ໄດ້ໃຫ້ຮູ້ວ່າ:

ວຽກງານການຫັນເປັນທັນສະໄໝ ແມ່ນວຽກງານໜຶ່ງທີ່ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນ ແລະ ໄດ້ກາຍເປັນຂະແໜງການປາຍແຫລມທີ່ປິ່ນອ້ອມໃຫ້ ແກ່ວຽກງານ ໃນທຸກຂະແໜງການ ຊຶ່ງສະແດງອອກໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຂອງສະພາ ແຫ່ງຊາດ ແລະ ລັດຖະບານ ທີ່ໄດ້ຮັບຮອງ ແລະ ປະກາດໃຊ້ ວິໄສທັດການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040)

ຍຸດທະສາດການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 10 ປີ(2021-2030) ແລະ ແຜນພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025) ຊຶ່ງວຽກ ງານການພັດທະນາບຸກຄະລາກອນດີຈິຕອນ ກໍເປັນວຽກໜຶ່ງທີ່ນອນໃນ 8 ຍຸດທະສາດ ແລະ 14 ແຜນງານ ຂອງແຜນການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ.

ໄລຍະຜ່ານມາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ຮ່ວມມືກັບຫລາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ເພື່ອຊຸກຍູ້ສົ່ງເສີມການພັດທະນາວຽກງານດັ່ງກ່າວ, ລວມທັງການຮ່ວມມືກັບ ບໍລິສັດຫົວເຫວີຍ ເທັກໂນໂລຢີ(ລາວ)ຈໍາກັດຜູ້ດຽວ

ໃນການຫັນເປັນລັດຖະບານ ດີຈິ ຕອນ ແລະ ພັດທະນາຊັບພະຍາກອນມະນຸດທາງດ້ານດີຈິຕອນ ຊຶ່ງຖືໄດ້ວ່າເປັນວຽກບູລິມະສິດໜຶ່ງ ຂອງການຫັນ ເປັນທັນສະໄໝຂອງລັດຖະບານ ແລະ ການບໍລິການຂອງຄວາມຮູ້ທາງດ້ານວິຊາການ ແກ່ສັງຄົມ.

ທ່ານ ຮົວ ຈື່ເໝິງ ຜູ້ບໍລິຫານສູງສຸດບໍລິສັດຫົວເຫວີຍເທັກໂນໂລຢີ (ລາວ) ຈໍາກັດຜູ້ດຽວ ໄດ້ກ່າວອີກວ່າ:

ຫົວເຫວີຍ ໄດ້ດຳເນີນທຸລະກິດຢູ່ປະເທດລາວເປັນເວລາ 25 ປີແລ້ວ, ວິໄສທັດຂອງພວກເຮົາແມ່ນ  ຢູ່ລາວເພື່ອ ປະເທດລາວ, ນໍາເອົາເຕັກໂນໂລຊີທີ່ທັນສະໄໝມາສູ່ທຸກຄົນ, ທຸກຄອບຄົວ, ທຸກອົງກອນ, ເປັນຄູ່ຮ່ວມງານທີ່ໄວ້ວາງ ໃຈທີ່ສຸດ, ເພື່ອຊີວິດ ແລະ ກ້າວໄປສູ່ອະນາຄົດດີຈິຕອນສີຂຽວ”.

SA Game
ຂປລ.

ໃນຖານະທີ່ເປັນບໍລິສັດຊັ້ນນຳທາງດ້ານໄອຊີທີ (ICT), ຫົວເຫວີຍ ໄດ້ນໍາໃຊ້ຍຸດທະສາດການພັດທະນາ ແລະ ໃຫ້ຄວາມສໍາຄັນກັບການປັບໃຫ້ເຂົ້າກັບບັນດາທ້ອງ ຖິ່ນ ໃນປະເທດ ແລະ ພາກພື້ນ ທີ່ພວກເຮົາດຳເນີນທຸລະກິດຢູ່ ເພື່ອໃຫ້ເກີດການຂະຫຍາຍຕົວແບບຍືນຍົງ ພວກ ເຮົາຈຶ່ງໃຫ້ຄວາມສຳຄັນເປັນຢ່າງຍິ່ງຕໍ່ກັບ ການພັດທະນາຄວາມສາມາດທາງດ້ານໄອຊີທີ.

ສະນັ້ນ, ການລົງນາມ MOU ໃນຄັ້ງນີ້, ຈຶ່ງໄດ້ສະແດງໃຫ້ເຫັນເຖິງບາດກ້າວອັນສຳຄັນຫລາຍຂອງ ຫົວເຫວີຍລາວ ເນື່ອງຈາກພວກເຮົາ ກຳລັງສ້າງ “Huawei ICT Academy” ແຫ່ງທຳອິດໃນ ສປປ ລາວ ເຊິ່ງເປັນໂຄງການຝຶກອົບຮົມດ້ານ ໄອຊີທີ ລະຫວ່າງ ນັກສຶກສາວິທະຍາໄລ ແລະ ມະຫາວິທະຍາໄລໃນທົ່ວໂລກ ເພື່ອອຳນວຍຄວາມສະດວກໃຫ້ແກ່ການພັດ ທະນາ ແລະ ການແລກປ່ຽນຄວາມຮູ້, ຄວາມສາມາດ ລະຫວ່າງປະເທດອີກດ້ວຍ.

ການສ້າງຕັ້ງ ICT Academy ຄັ້ງນີ້ ຫົວເຫວີຍ ຈະສາມາດແບ່ງປັນຄວາມຮູ້ໃນດ້ານອຸດສາຫະກໍາຂອງຕົນ ລວມທັງທັກສະທີ່ມີຄວາມຕ້ອງການ ສູງໃຫ້ກັບບັນດານັກຮຽນ ແລະ ຄູອາຈານໃນສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ຊ່ວຍຝຶກ ອົບຮົມບຸກຄະລາກອນທີ່ຈໍາເປັນ ເພື່ອສະໜັບສະໜູນການພັດທະນາດ້ານດີຈິຕອນ ຂອງປະເທດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.