ລາວ-ຫວຽດ​ນາມ ສື​ບ​ຕໍ່​ຮັດ​ແໜ້ນ ຮ່ວມ​ມື​ນຳ​ກັນ​ຢ່າງ​ຮອບ​ດ້ານ

SA Game ລາວ-ຫວຽດ​ນາມ

ຂປລ.

ເພີ່ມທະວີການຮ່ວມມືຮອບດ້ານ ຫົວພັນ-ແທັງຮວ່າ ​ແຂວງ​ລະ​ຫວ່າງ ລາວ-ຫວຽດ​ນາມ ທີ່ແຂວງແທັງຮວ່າ

ລາວ-ຫວຽດ​ນາມ ສອງ​ປະ​ເທດ​ທີ່​ມີ​ຄວາມ​ຮັດ​ແໜ້ນ ແລະ ຜູກ​ພັນ​ກັນ​ມາ​ແຕ່​ດົນ​ນານ​ມາ​ແລ້ວ ແລະ ຍັງ​ຄົງ​ຂະ​ຫຍາຍ​ການ​ຮ່ວມ​ມື​ກັນ​ຂື້ນ​ໄປ​ເລີື້ອຍໆ, ໃນວັນທີ 20 ມິຖຸນາ 2023 ທີ່ແຂວງແທັງຮວ່າ ລາວ-ຫວຽດ​ນາມ ໄດ້​ຈັດພິທີເຊັນສາລະບານເພີ່ມເຕີມ ໃນບົດບັນທຶກຮ່ວມມື ລະຫວ່າງສອງແຂວງ ຫົວພັນ-ແທັງຮວ່າ ໄລຍະແຕ່ປີ 2021-2025 ແລະ ບົດບັນທຶກຮ່ວມມືຂອງສອງແຂວງ ຫົວພັນ-ແທັງຮວ່າ ປະຈຳປີ 2023. ຕາງໜ້າລົງນາມໂດຍທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ແລະ ທ່ານ ໂດ່ ມິງ ຕວັນ ປະທານຄະນະກຳມະການປະຊາຊົນແຂວງແທັງຮວ່າ, ມີທ່ານ ໂດ່ ຈ້ອງ ຮຶງ ປະທານສະພາປະຊາຊົນແຂວງແທັງຮວ່າ ພ້ອມດ້ວຍຄະນະຜູ້ແທນທັງສອງແຂວງເຂົ້າຮ່ວມ.

ການພົບປະຄັ້ງນີ້, ທັງສອງຝ່າຍໄດ້ພັດປ່ຽນກັນລາຍງານ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະແຂວງໃນໄລຍະຜ່ານມາ, ສະພາບການຮ່ວມມືລະຫວ່າງສອງຝ່າຍ ບົນພື້ນຖານບົດບັນທຶກການຮ່ວມມື ຕ່າງຝ່າຍຕ່າງໄດ້ຮັບປະໂຫຍດຮ່ວມກັນ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານລະຫວ່າງ ສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ສອງແຂວງ ຫົວພັນ-ແທັງຮວ່າ, ເຊິ່ງສອງແຂວງໄດ້ເປັນເອກະພາບລົງນາມ ເຊັນສາລະບານເພີ່ມເຕີມ ໃນບົດບັນທຶກຮ່ວມມື ລະຫວ່າງສອງແຂວງ ຫົວພັນ-ແທັງຮວ່າ ໄລຍະປີ 2021-2025 ໂດຍແຂວງແທັງຮວ່າ ເຫັນດີຊ່ວຍເຫລືອແຂວງຫົວພັນ ກໍ່ສ້າງສຳນັກງານອົງການປົກຄອງ ເມືອງວຽງໄຊ ມູນຄ່າ 50 ຕື້ດົງ, ເປີດຊຸດຮຽນບຳລຸງຄວາມຮູ້ 1-2 ຊຸດໃຫ້ແກ່ເລຂາຄະນະພັກ, ນາຍບ້ານ ຂອງແຂວງຫົວພັນ ຈຳນວນ 45 ສະຫາຍຕໍ່ຊຸດຮຽນ ໄລຍະເວລາ 7 ວັນ.

SA Game
ຂປລ.

ສຳລັບບົດບັນທຶກຮ່ວມມື ລະຫວ່າງສອງແຂວງ ຫົວພັນ-ແທັງຮວ່າ ປະຈຳປີ 2023 ທັງສອງຝ່າຍເຫັນດີຕົກລົງ ໃນການຮ່ວມມືດ້ານການເມືອງ-ການຕ່າງປະເທດ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ດ້ານການສຶກສາ-ກໍ່ສ້າງ ແລະ ຮ່ວມມືດ້ານວັດທະນະທຳ-ສັງຄົມ, ເຊິ່ງແຂວງແທັງຮວ່າເຫັນດີ ໃຫ້ການຊ່ວຍເຫລືອລົງທຶນກໍ່ສ້າງ ພື້ນຖານໂຄງລ່າງ ໃຫ້ແກ່ແຂວງຫົວພັນ ເປັນມູນຄ່າ 45 ຕື້ດົງ ປະກອບມີ:

ໂຄງການກໍ່ສ້າງສຳນັກງານອົງການປົກຄອງເມືອງຊໍາເໜືອ ແລະ ເມືອງຊໍາໃຕ້ ມູນຄ່າ 32 ຕື້ດົງ, ໂຄງການກໍ່ສ້າງເສັ້ນທາງປູຢາງແຕ່ບ້ານກ້າງໂຄ້ງ ເມືອງວຽງໄຊ ໄປຫາດ່ານບ້ານບໍ່ ເມືອງລາດ ມູນຄ່າ 9 ຕື້ດົງ, ໂຄງການກໍ່ສ້າງ ປັບປຸງ ຍົກລະດັບເຂດອານຸສາວະລີ ຈາລຶກບຸນຄຸນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດຢູ່ລາວ ທີ່ແຂວງຫົວພັນ ມູນຄ່າ 4 ຕື້ດົງ.

ນອກນີ້, ຍັງຊ່ວຍທຶນການສຶກສາແກ່ນັກສຶກສາແຂວງຫົວພັນ ຢູ່ແຂວງແທັງຮວ່າ ມູນຄ່າ 16.238 ຕື້ດົງ, ຊ່ວຍກວດ ປິ່ນປົວພະຍາດໃຫ້ແກ່ພະນັກງານ ແລະ ປະຊາຊົນແຂວງຫົວພັນ ເປັນມູນຄ່າ 3,8 ຕື້ດົງ.

SA Game
ຂປລ.

ພ້ອມກັນນີ້, ສອງຝ່າຍເປັນເອກະພາບ ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດ ໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ-ຫວຽດນາມ ຢູ່ແຂວງຫົວພັນ ພາຍໃຕ້ທຶນຊ່ວຍເຫລືອລ້າ ຈາກລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ຕາມແຜນການຮ່ວມມືຂອງສອງປະເທດ.

ການພົວພັນຮ່ວມມືລະຫວ່າງ ຫົວພັນ-ແທັງຮວ່າ ໃນຄັ້ງນີ້ ເປັນການຢັ້ງຢືນເຖິງສາຍພົວພັນມິດຕະພາບຢ່າງສະໜິດແໜ້ນ ລະຫວ່າງສອງພັກ, ສອງລັດ ສປປ ລາວ ແລະ ສສ ຫວຽດນາມ ເວົ້າລວມ, ສະເພາະແມ່ນອຳນາດການປົກຄອງ ແລະ ປະຊາຊົນສອງແຂວງຫົວພັນ-ແທັງຮວ່າ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ງອກງາມຂຶ້ນເລື້ອຍໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.