ເຜີຍແຜ່ຜົນຮ້າຍຂອງຢາເສບຕິດແກ່​ບັນ​ດາ​ພະ​ນັກ​ງານ ຖວ​ທ

SA Game

ຂ​ປ​ລ

ກະຊວງປ້ອງກັນຄວາມສະຫງົບລົງ​ເຜີຍແຜ່ຜົນຮ້າຍຂອງຢາເສບຕິດ.

ໃນວັນທີ 24 ກຸມພາ 2023 ນີ້, ພະແນກໂຄສະນາ, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ກົດໝາຍທີ່ກ່ຽວກັບຢາເສບຕິດ ໃຫ້ພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ)  ເພື່ອນຳເອົາເນື້ອໃນຈິດໃຈ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມາເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ແກ່ອົງກອນທີ່ກ່ຽວຂ້ອງ

ໂດຍສະເພາະ ແມ່ນຂົງເຂດວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອເຮັດໜ້າທີ່ເປັນກະບອກສຽງ ໃນການໂຄສະນາເຜີຍແຜ່, ອອກຂ່າວ ແລະ ປູກຈິດສຳນຶກໃນທົ່ວສັງຄົມ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ພ້ອມກັນນຳເອົາເນື້ອໃນດັ່ງກ່າວໄປເຜີຍແຜ່ ຕໍ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ຢ່າງທົ່ວເຖິງ. ພ້ອມນີ້, ກໍເພື່ອເປັນການປ້ອງກັນບໍ່ໃຫ້ພະນັກງານ-ລັດຖະກອນ ໄປຫຍຸ້ງກ່ຽວ ຫລື ພົວພັນກັບຢາເສບຕິດ.

SA Game
ຂ​ປ​ລ

ທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການ ກະຊວງ ຖວທ ໄດ້ກ່າວວ່າ: ວຽກງານການໂຄສະນາ, ປາບປາມ ແລະ ຄວບຄຸມຢາເສບຕິດ ເປັນວຽກອັນດັບໜຶ່ງທີ່ສຳຄັນທີ່ສຸດ ເພາະວ່າບັນຫາຢາເສບຕິດ ຢູ່ ສປປ ລາວ ມີລັກສະນະຄ້າຍຄືກັນ ກັບບັນດາປະເທດໃນຂົງເຂດພາກພື້ນລຸ່ມແມ່ນ້ຳຂອງ, ອີກບັນຫາໜຶ່ງລາວເຮົາກໍໄດ້ເປີດກວ້າງການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ຕາມທິດເຊື່ອມໂຍງ, ເຊື່ອມ ຈອດກັບບັນດາປະເທດ

ເຊິ່ງເປັນເງື່ອນໄຂໃຫ້ປະເທດເຮົາ ກາຍເປັນທາງຜ່ານໃນການລັກລອບ, ຄ້າຂາຍ, ຂົນສົ່ງຢາເສບຕິດ ແລະ ສານເຄມີ ເຊິ່ງເປັນສາເຫດເຮັດໃຫ້ສະພາບບັນຫາຢາເສບຕິດໄດ້ແຜ່ລະບາດເປັນວົງກວ້າງ ຈາກຕົວເມືອງໃຫຍ່ ໄປສູ່ເຂດຊົນນະບົດຫ່າງໄກສອກຫລີກ ພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ຂຶ້ນໃນສັງຄົມຢ່າງຫລວງຫລາຍ.

ສະນັ້ນ, ພັກ ແລະ ລັດຖະບານ, ອຳນາດການປົກຄອງທ້ອງຖິ່ນ ໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກງານບຸລິມະສິດໜຶ່ງທີ່ສຳຄັນ ໂດຍສະເພາະ ແມ່ນຂົງເຂດວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອງໄດ້ເຮັດໜ້າທີ່ເປັນກະບອກສຽງ ໃນການໂຄສະນາເຜີຍແຜ່, ອອກຂ່າວ ແລະ ປູກຈິດສຳນຶກໃນທົ່ວສັງຄົມ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ

ນຳເອົາແນວທາງນະໂຍບາຍຕໍ່ກັບການສະກັດກັ້ນ ແລະ ປາບປາມ ຢາເສບຕິດ ຫັນລົງສູ່ຊຸມຊົນທ້ອງຖິ່ນ ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າ ຕ້ອງມີສະຕິລະວັງຕົວ ຕໍ່ກັບຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ.

ທ່ານ ພັອ ວົງເພັດ ແສນວົງສາ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງ ປກສ ໄດ້ກ່າວວ່າ: ການເຜີຍແຜ່ ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ແລະ ກົດໝາຍ ວ່າດ້ວຍຢາເສບຕິດ ຢູ່ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນຄັ້ງນີ້, ເປັນການຈັດຕັ້ງ ຜັນຂະຫຍາຍເນື້ອໃນຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ຂອງລັດຖະບານ ກໍຄື ກະຊວງປ້ອງກັນຄວາມສະຫງົບ

ເພື່ອໃຫ້ບັນດາສຳນັກງານ, ອົງການ, ສະຖາບັນການສຶກສາຕ່າງໆ ເປັນກະບອກສຽງ ເປັນຂົວຕໍ່ໃນການໂຄສະນາໃຫ້ແກ່ລູກຫລານ, ສະມາຊິກພາຍໃນຄອບຄົວຂອງຕົນ ແລະ ເປັນຂົວຕໍ່ໂຄສະນາໃຫ້ສະມາຊິກພະນັກງານ-ລັດຖະກອນ ທີ່ຢູ່ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະພັກ-ຄະນະນຳ ການຈັດຕັ້ງຂອງຕົນ ໃຫ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ.

SA Game
ຂ​ປ​ລ

ພ້ອມກັນນີ້, ກໍເພື່ອແນໃສ່ປຸກລະດົມ, ຂົນຂວາຍ ທຸກກຳລັງແຮງ ເຂົ້າໃນການແກ້ໄຂບັນຫາຢາເສບຕິດ ທີ່ກຳລັງແຜ່ລະບາດເປັນວົງກວ້າງ ແລະ ຮຸນແຮງ ໃຫ້ຫລຸດໜ້ອຍຖອຍລົງຢ່າງຈະແຈ້ງ ໃນກຳນົດເວລາແຕ່ 2021-2023 ຂອງວາລະແຫ່ງຊາດ

ເພື່ອແກ້ໄຂສາເຫດ ແລະ ເງື່ອນໄຂພາໃຫ້ເກີດບັນຫາຢາເສບຕິດ ຢູ່ໃນ ສປປ ລາວ ແນໃສ່ສ້າງໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ, ສ້າງເງື່ອນໄຂໃຫ້ການສ້າງສາພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ກ້າວໄປສູ່ສ້າງໃຫ້ສັງຄົມລາວ ປອດຢາເສບຕິດໃນອະນາຄົດ.

ນອກຈາກນີ້, ຍັງເປັນການເພີ່ມທະວີໂຄສະນາ-ສຶກສາອົບຮົບ, ເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຈາກຢາເສບຕິດ ດ້ວຍຫລາຍຮູບ ຫລາຍສີ ແລະ ຫລາຍວິທີການ ຢ່າງກວ້າງຂວາງ ໂດຍສະເພາະ ລົງໂຄສະນາເຜີຍແຜ່ ຢູ່ບັນດາສຳນັກງານ, ອົງການ, ສະຖາບັນການສຶກສາ ເພື່ອອອກຂ່າວທາງໂທລະພາບ, ວິທະຍຸ, ໜັງສືພິມ ໃຫ້ສັງຄົມຮັບຮູ້ຢ່າງທົ່ວເຖິງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.