ແຂວງຄຳມ່ວນ ຈັດກອງປະຊຸມ ປະເມີນໜ່ວຍພັກ ເຂັ້ມແຂງ ປະຈຳປິ 2022

SA Game

ຂ​ປ​ລ

ພະແນກ ຖວທ ແຂວງຄຳມ່ວນປະເມີນປະຈຳປິ 2022 ສຳ​ລັບໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ໃນວັນທີ 25 ມັງກອນ 2023 ແຫລ່ງຂ່າວຈາກ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ຄະນະພັກຮາກຖານ ພະແນກຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຄຳມ່ວນ ຈັດກອງປະຊຸມ ປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປິ 2022, ພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊສົມບູນ ສຸວັນດາລາ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຖວທ ແຂວງຄຳມ່ວນ, ມີຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນພາຍໃນຮາກຖານ ເຂົ້າຮ່ວມ.

ສະຫາຍ ໄຊສົມບູນ ສຸວັນດາລາ ໄດ້ກ່າວວ່າ:

ການປະເມີນໜ່ວຍພັກໃນຄັ້ງນີ້ ສະແດງອອກໃຫ້ເຫັນເຖິງການເຄື່ອນໄຫວທີ່ມີທິດທາງແຜນການ ຖືກຕ້ອງ ແລະ ໄປຕາມແນວທາງນະໂຍບາຍຂອງພັກ ໃນການປັບປຸງປົວ ແປງ, ສ້າງຄວາມເຂັ້ມແຂງພາຍໃນໜ່ວຍພັກ, ກອງປະຊຸມຍັງໄດ້ມີການແບ່ງໜ່ວຍ ແລະ ຮັບຟັງການຜ່ານບົດສະ ຫລຸບປະເມີນຜົນວຽກງານກໍ່ສ້າງໜ່ວຍພັກປອດ ເຂັ້ມແຂງ ໜັກແໜ້ນ ຂອງແຕ່ລະໜ່ວຍພັກທີ່ຂຶ້ນກັບ, ການຜ່ານໃບສຳຫລວດຂອງບຸກຄົນໃນຄະນະໜ່ວຍພັກ ແລະ ບຸກຄົນສະມາຊິກພັກ

SA Game
ຂ​ປ​ລ

ຕີລາຄາຈຸດດີ-ຈຸດອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະ ໄດ້ປະກອບຄຳຄິດຄຳເຫັນ ກໍ່ສ້າງຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງເປັນຂະບວນຟົດຟື້ນ ມີລັກສະນະສ້າງສັນ ແລະ ກົງໄປກົງມາ ເຂັ້ມງວດຕາມລະບຽບການຂອງພັກ ເຊິ່ງມັນສະແດງເຖິງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃນລະດັບສູງ ເປັນເຈົ້າການຮັບຜິດຊອບຮ່ວມກັນ ເພື່ອຜົນປະໂຫຍດລວມຂອງພັກ ພ້ອມນີ້ກໍ່ໄດ້ລົງຄະແນນສຽງແບບປີດລັບ ໂດຍການໃຫ້ຄະແນນສະມາຊິກພັກເຊິ່ງກັນ ແລະ ກັນ ຕາມ 5 ເນື້ອໃນມາດຖານເງື່ອນໄຂຂອງພັກ.

ພັກປະຊາຊົນ ປະຕິວັດລາວ ແມ່ນກອງນຳໜ້າທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກຳມະກອນ ແລະ ຂອງລະບອບປະຊາທິປະໄຕປະຊາຊົນ, ເປັນຕົວແທນທີ່ຈົງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ແລະ ຊາວລາວທັງຊາດ.

SA Game
ຂ​ປ​ລ

ພັກປະຊາຊົນ ປະຕິວັດລາວ ກໍ່ສ້າງ ແລະ ປັບປຸງຕົນເອງໄປຕາມ 5 ຫລັກການ 3 ທິດນຳ ຢ່າງກົງໄປກົງມາ, ໃນນັ້ນບັນຫາສຳຄັນກໍຄື ການຍຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ, ທິດສະດີຂອງພັກ, ເສີມຂະຫຍາຍລັກສະນະນຳໜ້າ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ຊົນຊັ້ນກຳມະກອນ, ຈັດຕັ້ງຕາມຫລັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ຖືເອົາຄວາມສາມັກຄີເປັນປຶກແຜ່ນ, ຖືເອົາປະຊາຊົນເປັນກົກ ແລະ ເອົາການຕິຊົມເປັນກົດເກນການຄົງຄົວ ແລະ ຂະຫຍາຍຕົວຂອງພັກ.

ການກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແມ່ນເລັ່ງໃສ່ດ້ານການເມືອງ, ແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນການນຳພາຂອງພັກ, ຖືເອົາຄຸນນະພາບເປັນກົກ, ສົມທົບແໜ້ນການນຳພາຂອງພັກ ກັບການເຊີດຊູຄວາມສັກສິດຂອງລັດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.