ຮສສ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກໃນ ສປປ ລາວ

SA Game

ຂ​ປ​ລ

ເລີ່ມຈັດຕັ້ງປະຕິບັດໃນໄລຍະແຕ່ປີ 2022-2026 ແຜນດຳເນີນງານລະບົບປົກປ້ອງເດັກ ໃນ ສ​ປ​ປ ລາວ

ໃນວັນທີ 27 ມັງກອນ 2023 ນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດກອງປະຊຸມ ແນະນຳແຜນດຳເນີນງານງານແຫ່ງຊາດ 2022-2026 ສະບັບທຳອິດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກໃນ ສປປ ລາວ

ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ມີ ທ່ານ ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນີເຊບ ປະຈໍາ ລາວ, ທ່ານຈອງ ຢອງ ຊູ ເອກອັກຄະລັດຖະທູດ ສ ເກົາຫລີ ປະຈຳລາວ, ທ່ານ ແດນ ເຮລເດີນ (Dan Heldon)ຮອງເອກອັກຄະລັດຖະທູດ ປະເທດອົດສະຕຣາລີ ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ກ່າວວ່າ: ແຜນດໍາເນີນງານແຫ່ງຊາດສະບັບນີ້ ເລີ່ມຈັດຕັ້ງປະຕິບັດໃນໄລຍະແຕ່ປີ 2022-2026, ຢັ້ງຢືນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ແຫ່ງ ສປປ ລາວ ຕໍ່ການປົກປ້ອງ ແລະ ສົ່ງເສີມສິດທິຂອງເດັກທຸກຄົນໃນປະເທດລາວ ຊຶ່ງເປັນສິ່ງສຳຄັນທີ່ສຸດຕໍ່ການຢູ່ລອດ ແລະ ການເຕີບໂຕຂອງເຂົາເຈົ້າ

SA Game
ຂ​ປ​ລ

ການສະໜັບສະໜູນຈາກ ອົງການອຸຍນີເຊບ, ສ ເກົາຫລີ ແລະ ລັດຖະບານປະເທດອົດສະຕຣາລີ ມີຄວາມສຳຄັນຫລາຍຕໍ່ການພັດທະນາແຜນດຳເນີນງານແຫ່ງຊາດສະບັບນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກໃນ ສປປ ລາວ ເຊິ່ງລະບົບປົກປ້ອງເດັກ ປະກອບດ້ວຍບັນດາກົດໝາຍ, ນະໂຍບາຍ, ລະບຽບການ ແລະ ການບໍລິການທີ່ຈໍາເປັນໃນທຸກຂະແໜງການຂອງສັງຄົມ ເພື່ອສະໜັບສະໜູນການປ້ອງກັນ ແລະ ການແກ້ໄຂບັນຫາຄວາມສ່ຽງທີ່ກ່ຽວ ຂ້ອງກັບການປົກປ້ອງເດັກ.

ພ້ອມນີ້, ຍັງປະກອບດ້ວຍການພົວພັນປະສານງານລະຫວ່າງອົງປະກອບຕ່າງໆ ແລະ ພາກສ່ວນທີ່ຢູ່ໃນລະບົບປົກປ້ອງເດັກເຊັ່ນ: ເດັກນ້ອຍ, ຄອບຄົວ ແລະ ຊຸມຊົນ ເຊິ່ງບຸລິມະສິດໃນການຈັດຕັ້ງປະຕິ ບັດແຜນດໍາເນີນງານແຫ່ງຊາດນີ້ ລວມມີການສ້າງຄວາມເຂັ້ມແຂງດ້ານກອບກົດໝາຍ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບເດັກ, ການພັດທະນາບຸກຄະລາກອນສັງຄົມສົງເຄາະ ແລະ ການສ້າງຄວາມອາດສາມາດຂອງຜູ້ໃຫ້ບໍລິການ, ການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ຜູ້ເບິ່ງແຍງເດັກ ແລະ ສ້າງໂອກາດໃຫ້ເດັກມີສ່ວນຮ່ວມໃນການຕັດສິນໃຈກ່ຽວກັບບັນຫາທີ່ມີຜົນກະທົບໂດຍກົງຕໍ່ເຂົາເຈົ້າ.

ໃນຊຸມປີທີ່ຜ່ານມາ, ສປປ ລາວ ໄດ້ສຸມຄວາມພະຍາຍາມເປັນພິເສດຕໍ່ການພັດທະນາ ແລະ ເສີມສ້າງລະບົບປົກປ້ອງເດັກ.

ໃນເດືອນມັງກອນ 2022, ກະຊວງ ຮສສ ກໍໄດ້ອອກ “ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການປົກປ້ອງ ແລະ ຊ່ວຍເຫລືອເດັກ” ເຊິ່ງໄດ້ກໍານົດບົດບາດ, ຄວາມຮັບຜິດ ຊອບ ແລະ ຂັ້ນຕອນການເຮັດວຽກຂອງຄະນະກຳມະການປົກປ້ອງ ແລະ ຊ່ວຍເຫລືອເດັກໃນຂັ້ນຕ່າງໆ ເພື່ອເປັນພື້ນຖານໃຫ້ແກ່ການປະຕິບັດວຽກງານການປົກປ້ອງ ແລະ ການຊ່ວຍເຫລືອເດັກໃນທົ່ວປະເທດຢ່າງມີປະສິດທິຜົນ.

SA Game
champameuanglao.com

ນອກນັ້ນ, ກະຊວງ ຮສສ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການອຸຍນີເຊບ ແລະ ທຶນຊ່ວຍເຫລືອຈາກ ລັດຖະບານປະເທດອົດສະຕຣາລີ ໂດຍຜ່ານກະຊວງການຕ່າງປະເທດ ແລະ ການຄ້າຂອງປະເທດອົດສະຕຣາລີ (DFAT) ແລະ KOICA, ກໍໄດ້ຈັດຕັ້ງປະຕິບັດການທົດລອງຕົວແບບໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກຢູ່ແຂວງ ອັດຕະປື ແລະ ຊຽງຂວາງ ເຊິ່ງຕົວແບບດັ່ງກ່າວ ຍັງມີໂອກາດຖືກຜັນຂະຫຍາຍໄປສູ່ເເຂວງອື່ນໆ ອີກເຊັ່ນດຽວກັນ.

ທ່ານ ນາງ ເພຍ ເຣເບລໂລ ບຣິດໂຕ ໄດ້ກ່າວວ່າ: ແຜນດັ່ງກ່າວ, ຈະຮັບປະກັນວ່າບັນຫາຕ່າງໆກ່ຽວກັບການປົກປ້ອງເດັກນັ້ນ ຈະໄດ້ຮັບການແກ້ໄຂ ເເລະ ມັນຍັງເປັນຂີດໝາຍອັນສຳຄັນສຳລັບລັດຖະບານແຫ່ງ ສປປ ລາວ ໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງ ທີ່ກ່ຽວຂ້ອງກັບສິດທິເດັກ ແລະ ການຈັດຕັ້ງປະຕິບັດບັນດາຂໍ້ສະເໜີແນະຂອງຄະນະກໍາມະການສິດທິເດັກຂອງ ສປຊ ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກຂອງລາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.