ຫົວເຫວີຍລາວຮັບລາງວັນການຊ່ວຍເຫລືອສັງຄົມ-ພັດທະນາເສດຖະກິດ

SA Game

ຂ​ປ​ລ

ຫົວເຫວີຍ ໄດ້ຮັບລາງວັນຜູ້ນໍາທຸລະກິດປີ 2022 ໃນການຊ່ວຍເຫລືອສັງຄົມ ແລະ ການພັດທະນາເສດຖະກິດ

ໃນວັນທີ 23 ມັງກອນ 2023 ຜ່ານມາ, ບໍລິສັດຫົວເຫວີຍລາວ ໄດ້ຮັບລາງວັນຜູ້ນໍາທຸລະກິດປີ 2022  ທີ່ຈັດໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ກະຊວງອຸດສາຫະກຳ ແລະ ການຄ້າ, ເຊິ່ງມີຫລາຍບໍລິສັດທຸລະກິດໄດ້ຮັບລາງວັນດັ່ງກ່າວ.

ໃນນັ້ນ, ສັດຫົວເຫວີຍລາວ ໄດ້ຮັບລາງວັນຊັ້ນນໍາສຳລັບ ການຊ່ວຍເຫລືອສັງຄົມ ແລະ ການພັດທະນາເສດຖະກິດ ເຊິ່ງເປັນການຢັ້ງຢືນ ເຖິງການປະກອບສ່ວນຂອງຕົນ ຕໍ່ວຽກງານດັ່ງກ່າວ, ຕາງໜ້າມອບລາງວັນໂດຍ ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາສະມາຊິກສະພາ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້ານັກທຸລະກິດ ເຂົ້າຮ່ວມ.

ບໍລິສັດ ຫົວເຫວີຍ ເທັກໂນໂລຊີລາວ (Huawei Technologies Lao Sole Co Ltd) ໄດ້ຮັບການຍອມຮັບໃນວຽກງານດ້ານໂທລະຄົມມະນາຄົມ, ເຊິ່ງມັນໄດ້ສະແດງໃຫ້ເຫັນເຖິງ ການບໍລິຫານທີ່ມີປະສິດທິພາບ ແລະ ປະກອບສ່ວນເຂົ້າໃນການເສີມສ້າງຄວາມເຂັ້ມແຂງຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ.

SA Game
ຂ​ປ​ລ

ລາງວັນດັ່ງກ່າວ ເປັນການຍ້ອງຍໍບັນດາການນຳຂອງຕົນ ທີ່ໄດ້ນຳພາວິສາຫະກິດຜ່ານຜ່າວິກິດການ ແລະ ສະພາບການເສດຖະກິດທີ່ຫຍຸ້ງຍາກໃນຊຸມປີມໍ່ໆມານີ້.

ປີນີ້ເປັນຄັ້ງທີ 6 ນັບແຕ່ປີ 2016 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດພິທີມອບລາງວັນທຸລະກິດ ໃຫ້ແກ່ບັນດາວິສາຫະກິດທີ່ເປັນສະມາຊິກສະພາການຄ້າ ຢູ່ສູນກາງ, ແຂວງ ແລະ ນະຄອນຫລວງ ໂດຍມີຈຸດປະສົງເພື່ອລະນຶກເຖິງບັນດາຜົນງານ ແລະ ຄວາມກ້າວໜ້າຂອງບັນດາວິສາຫະກິດທີ່ນຳພາວິສາຫະກິດຜ່ານຜ່າວິກິດການຕ່າງໆ.

ພ້ອມທັງແນໃສ່ຮັບຮູ້ບັນດາວິສາຫະກິດທີ່ມີຄວາມສາມາດບົ່ມຊ້ອນດ້ານທຶນຮອນ, ວັດຖຸອຸປະກອນ ແລະ ບັນດາປັດໄຈອື່ນໆໃຫ້ລັດຖະບານ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມຢູ່ ສປປ ລາວ.

ໃນງານດັ່ງກ່າວ, ໄດ້ມີການຈັດວາງສະແດງສິນຄ້າ ແລະ ຜົນງານຂອງ ບັນດາຫົວໜ່ວຍທຸລະກິດ ຈາກຂະແໜງການຕ່າງໆ ເປັນຕົ້ນ ຂົງເຂດກະສິກຳ, ອຸດສາຫະກຳ, ການຄ້າ, ເຕັກໂນໂລຊີ, ໂທລະຄົມມານາຄົມ ແລະ ສື່ສານ, ການບໍລິການ ແລະ ການທ່ອງທ່ຽວ.

ໃນນີ້, ຫົວເຫວີຍ ໄດ້ນຳສະເໜີໃນພາກທຸລະກິດກ່ຽວກັບພະລັງງານດີຈິຕອນ ໂດຍເນັ້ນໃຫ້ເຫັນທ່າອ່ຽງຂອງການຫັນເປັນດີຈິຕອນ ແລະ ການພັດທະນາແບບຍືນຍົງ ໂດຍໃຊ້ພະລັງງານສະອາດດ້ວຍ Huawei Digital Power solutions ທີ່ສາມາດຕອບສະໜອງທຸກການນຳໃຊ້ໄອຊີທີ, ເຊິ່ງເປັນວິທີແກ້ໄຂຂອງ Huawei ທີ່ຈະມີບົດບາດສຳຄັນ ໃນນະໂຍບາຍການຫັນເປັນດີຈິຕອນ ແລະ ການສົ່ງເສີມພະລັງງານສະອາດແບບຍືນຍົງ ພາຍໃຕ້ຂອບຂອງລັດຖະບານລາວ.

SA Game
ຂ​ປ​ລ

ໃນປີ 2021 ຜ່ານມາ, ບໍລິສັດຫົວເຫວີຍ ໄດ້ຊ່ວຍລູກຄ້າທົ່ວໂລກສ້າງພະລັງງານສີຂຽວ 482,9 ຕື້ກິໂລວັດໂມງ, ປະຢັດໄຟຟ້າໄດ້ 14,2 ຕື້ກິໂລວັດໂມງ ແລະ ຫລຸດຜ່ອນການປ່ອຍອາຍຄາບອນໄດ້ 230 ລ້ານໂຕນ, ເທົ່າກັບ 320 ລ້ານຕົ້ນ. ປັດຈຸບັນນີ້, ຫົວເຫວີຍ ກຳລັງຮ່ວມມື ແລະ ຊ່ວຍເຫລືອບັນດາອົງການຂອງລັດຖະບານ ໃຫ້ສອດ ຄ່ອງກັບທ່າອ່ຽງຂອງການນໍາປະເທດລາວເຂົ້າສູ່ຍຸກດີຈິຕອນ, ຍຸກອຸດສາຫະກຳ 4.0 ແລະ ການນຳໃຊ້ພະລັງງານແບບຍືນຍົງ ເພື່ອບັນລຸເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.