ເອົາ​ໃຈ​ໃສ່ ແລະ ຖອດຖອນບົດຮຽນຈາກ​ປີ​ທີ່​ຜ່ານ​ມາ​ເພື່ອ​ປັບ​ປຸ່ງ

SA Game

ຂ​ປ​ລ

​ສ​ປ​ປ​ ລາວ ທັງພາກລັດ ແລະ ອົງການຈັດຕັ້ງສັງຄົມສ​ືກ​ສາ​ບົດ​ຮຽນ​ຈາກ​ປີ 2021

ໃນວັນທີ 6 ຕຸລາ ປີ 2022, ທາງກົມພັດທະນາ ການບໍລິຫານລັດ ກະຊວງພາຍໃນ ຈັດກອງປະຊຸມພົບປະລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມ ປະຈຳປີ 2021 ໂດຍການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ

ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເພື່ອສະຫລຸບຖອດຖອນບົດຮຽນ ກ່ຽວກັບວຽກງານອົງການຈັດຕັ້ງສັງຄົມ ໃນຂົງເຂດ, ຂະແໜງການຕ່າງໆ ໂດຍສະເພາະໃນດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການເຄື່ອນໄຫວໄລຍະຜ່ານມາ.

ທ່ານ ທອງຈັນ ມະນີໄຊ ໄດ້ໃຫ້ຮູ້ວ່າ: ການຈັດກອງປະຊຸມຄັ້ງນີ້, ໄດ້ເປີດໂອກາດໃຫ້ບັນດາອົງການຈັດຕັ້ງສັງຄົມ ໄດ້ສະເໜີຜົນງານ, ຄວາມສາມາດ ແລະ ບັນຫາຕ່າງໆ ໃນການເຄື່ອນໄຫວວຽກງານຂອງຕົນ ຕໍ່ຜູ້ຕາງໜ້າອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ໂດຍກົງ ເພື່ອເປັນຂໍ້ມູນພື້ນຖານ ໃນການສ້າງລະບຽບການ ຫລື ກຳນົດນະໂຍບາຍຂອງລັດ ແຕ່ລະຂະແໜງການ ຕໍ່ສະມາຄົມ ແລະ ມູນນິທິ

SA Game
ຂ​ປ​ລ

ບັນດາສະມາຄົມ ແລະ ມູນນິທິໄດ້ມີໂອກາດແລກປ່ຽນບົດຮຽນກັນ ແລະ ກັນ ລະຫວ່າງຜູ້ເຂົ້າຮ່ວມຈາກອົງການຈັດຕັ້ງລັດ ກັບອົງການຈັດຕັ້ງສັງຄົມ ແລະ ບັນດາອົງການຈັດຕັ້ງສັງຄົມດ້ວຍກັນ.

ໃນກອງປະຊຸມ,ໄດ້ຮັບຟັງການນໍາສະເໜີ ພາລະບົດບາດ ແລະ ການເຄື່ອນໄຫວວຽກງານຂອງຄະນະປະສານງານອົງການຈັດຕັ້ງສັງຄົມລາວ(LCCC), ດໍາລັດວ່າດ້ວຍສະມາ ຄົມ ແລະ ດໍາລັດວ່າດ້ວຍມູນນິທິ, ດໍາລັດວ່າດ້ວຍອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະ ບານ, ການສ້າງຕັ້ງສະຫະພັນຊາວໜຸ່ມ, ນໍາສະເໜີວຽກງານຕ້ານການຟອກເງິນ ແລະ ສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ, ການຈັດຕັ້ງປະຕິບັດທຶນຂະໜາດນ້ອຍຈາກແຜນງານເຊກາ, ການຈັດຕັ້ງປະຕິບັດວຽກງານ ອັນພົ້ນເດັ່ນໃນຂົງເຂດສັງຄົມສົງເຄາະ ແລະ ພັດທະ ນາສັງຄົມ.

ທັງ​ນີ້​ທັງ​ນັ້ນ​ກໍ​ເພື່ອ​ການ​ພັດ​ທະ​ນາ​ບໍ່​ວ່າ​ທາງ​ດ້ານ​ເສດ​ຖະ​ກິດ​ກໍ​ຄື​ດ້ານ​ອື່ນໆ​ໃຫ້​ມີ​ຄວາມ​ກ້າວ​ໜ້າ ແລະ ໄປ​ໄກ​ກວ່າ​ເກົ່າ​ຈິ່ງ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ສືກ​ສາ​ບັນ​ຫາ​ຕ່າງໆ​ເພື່ອ​ແກ້​ໄຂ​ປັນ​ຫາ​ທີ່​ຍັງ​ຄົງ​ຄ້າງ ແລະ ເພື່ອ​ການ​ແກ້​ໄຂ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງພາຍໃນ