ຂ່າວ​ດີ! ຫລັກ​ສູດ ປ 4 ສະ​ບັບ​ປັບ​ປຸງ​ໃໝ່ ກຽມ​ນຳ​ໃຊ້​ແລ້ວ

SA Game

ຂ​ປ​ລ

ສະຫລອງການເລີ່ມຕົ້ນນຳ​ໃຊ້​ການສອນຫລັກສູດຂັ້ນ ປ4 ສະບັບປັບປຸງໃໝ່

ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ແດນ ເຮວເດິນ ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ລົງຢ້ຽມຢາມໂຮງຮຽນປະຖົມສົມບູນນາໄຮ່ດຽວ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ

ເນື່ອງໃນໂອກາດວັນຄູແຫ່ງຊາດ ແລະ ເພື່ອເປັນການສະເຫລີມສະຫລອງ ການຈັດຕັ້ງປະຕິບັດການສອນຫລັກສູດສະບັບປັບປຸງໃໝ່ຂອງ ຂັ້ນປ4 ແລະ ຮັບຮູ້ບົດບາດສໍາຄັນຂອງຄູ ໃນຜົນສຳເລັດຂອງຫລັກສູດດັ່ງກ່າວ ໃນ ສປປ ລາວ.

ທ່ານ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: ຄຸນນະພາບການສອນເປັນກະແຈສຳຄັນ ໃນການປັບປຸງຜົນການຮຽນຂອງເດັກນ້ອຍທຸກຄົນ ໃນ ສປປ ລາວ ຊຶ່ງການລົງມາຢ້ຽມ ຢາມໂຮງຮຽນດັ່ງກ່າວ ກໍເພື່ອມາເບິ່ງການສອນໃນຫ້ອງຮຽນຕົວຈິງ ທີ່ນຳໃຊ້ຫລັກສູດຂັ້ນ ປ4 ສະບັບປັບປຸງໃໝ່ ໂດຍເນັ້ນການປະຕິບັດຕົວຈິງ ແລະ ການສອນທີ່ຖືເອົານັກຮຽນເປັນໃຈກາງ ພ້ອມທັງມອບອຸປະກອນການຮຽນ-ການສອນໃຫ້ແກ່ຄູໃນໂຮງຮຽນດັ່ງກ່າວ ຕື່ມອີກ.

SA Game
ຂ​ປ​ລ

ສຳລັບປຶ້ມແບບຮຽນຂັ້ນ ປ4 ຈໍານວນ 546.000 ຫົວ ເຊິ່ງປະກອບມີ 3 ວິຊາ ທີ່ສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ເຊັ່ນ: ວິຊາພາສາລາວ, ພາສາອັງກິດ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ.

ພ້ອມນີ້, ຍັງມີປື້ມຄູ່ມືຄູ 42.600 ຫົວ, ແຜ່ນຮູບພາບຫລາຍເຫດການ ຈຳນວນ 28.400 ແຜ່ນ ແລະ ຊຸດອຸປະກອນການສອນສໍາລັບຄູ 14.300 ຊຸດ ໄດ້ຖືກແຈກຢາຍໃຫ້ແກ່ບັນດາໂຮງຮຽນປະຖົມ 7.671 ແຫ່ງໃນທົ່ວປະເທດ ເພື່ອເລີ່ມນຳໃຊ້ເມື່ອເປີດສົກຮຽນໃໝ່ໃນເດືອນກັນຍາຜ່ານມານີ້.

ບັນດາສື່ການຮຽນ-ການສອນໃໝ່ທັງໝົດ, ໄດ້ຖືກອອກແບບຢ່າງລະອຽດ ເພື່ອສົ່ງ ເສີມການຮຽນຮູ້ໃນຮູບແບບການປະຕິບັດຕົວຈິງ ແລະ ຮັບປະກັນວ່າຫລັກສູດມີຄວາມ ເໝາະສົມ ແລະ ແທດເໝາະກັບເດັກນ້ອຍທຸກຄົນ, ເຊິ່ງລັດຖະບານລາວ ແລະ ລັດຖະ ບານອົດສະຕຣາລີ ໄດ້ມີອຸດົມການອັນດຽວກັນ ໃນການໃຫ້ໂອກາດແກ່ເດັກນ້ອຍທຸກຄົນ ໂດຍສະເພາະຜູ້ທີ່ປະສົບກັບຄວາມດ້ອຍໂອກາດ ໃຫ້ໄດ້ມີໂອກາດເຂົ້າເຖິງການສຶກສາທີ່ດີ.

SA Game
ຂ​ປ​ລ

ທ່ານ ແດນ ເຮວເດິນ ໄດ້ກ່າວວ່າ: ຫລັກສູດສະບັບປັບປຸງໃໝ່ ໄດ້ນຳເອົາການສອນແບບໃໝ່ ໂດຍເນັ້ນໃສ່ການຮຽນຮູ້ດ້ວຍການປະຕິບັດຕົວຈິງ. ມື້ນີ້, ຂ້າພະເຈົ້າໄດ້ເຫັນຄູມີສ່ວນຮ່ວມກັບນັກຮຽນໃນການເຮັດກິດຈະກໍາ, ການລົງມືປະຕິບັດຕົວຈິງ ແລະ ການນຳໃຊ້ຄວາມຮູ້ເຂົ້າໃນການໃຊ້ຊີວິດຈິງຂອງພວກເຂົາ ແລະ ຫວັງວ່າຈະສືບຕໍ່ການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄລຍະ 2 ທີ່ເນັ້ນໜັກໃສ່ການພັດທະນາວິຊາຊີບຄູ ແລະ ການເຊື່ອມສານຂອງຫລັກການການສຶກສາ ທີ່ເໝາະສົມສຳລັບເດັກນ້ອຍທຸກຄົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.