ງານແຂ່ງຂັນ ພິທີກອນ-ໂຄສົກຂ່າວໄວໜຸ່ມດີເດັ່ນ ປີ 2022

SA Game

ຂ​ປ​ລ

ໂທລະພາບແຫ່ງຊາດປະ​ກາດ​ຜົນການແຂ່ງຂັນພິທີກອນ-ໂຄສົກຂ່າວໄວໜຸ່ມດີເດັ່ນ

ສຳ​ລັບ​ປີ 2022 ນີ້, ການ​ແຂ່ງ​ຂັນ​ໂຄ​ສົກ​ໄວ​ໜຸ່ມ​ໄດ້​ຮູ້​ຜົນ​ຮຽບ​ຮ້ອຍ​ແລ້ວ, ເຊິ່ງ​ທາງ ສະຖານີໂທລະພາບແຫ່ງຊາດລາວ ສຳເລັດການແຂ່ງຂັນ ພິທີກອນ, ໂຄສົກຂ່າວໄວໜຸ່ມດີເດັ່ນ ປະຈຳປີ 2022 ໃນວັນທີ 1 ຕຸລາ 2022 ເຊິ່ງສາມາດເລືອກໄດ້ຜູ້ຊະນະເລີດ ອັນດັບ 1 ແມ່ນ ທ້າວ ພຸດທະສິນ ກອງເເພງ, ອັນດັບ 2 ນາງ ອໍລະນີ ທະນູສິນ, ອັບດັບທີ 3 ທ້າວ ສຸກສະຫວາດ ເທບພະວົງ.

ທ່ານ ອຳຄາ ວົງໝື່ນກ້າ ຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ:

ການຈັດງານແຂ່ງຂັນຄັ້ງນີ້ ເປັນກິດຈະກໍາໜຶ່ງ ທີ່ນອນຢູ່ໃນຫລາຍກິດຈະກໍາ ຂອງໂທລະພາບແຫ່ງຊາດລາວ ຈັດຂຶ້ນເພື່ອສ້າງຂະບວນການວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 72 ປີ ແລະ ວັນສ້າງຕັ້ງໂທລະພາບແຫ່ງຊາດລາວ ຄົບຮອບ 39 ປີ ກິດຈະກຳໃນຄັ້ງນີ້, ຍັງເນັ້ນໃສ່ສ້າງຜູ້ສືບທອດພິທີກອນ, ໂຄສົກຂ່າວ ໃຫ້ໄດ້ຄຸນນະພາບ ແລະ ມີຈຳນວນຫລາຍຂຶ້ນ

SA Game
ຂ​ປ​ລ

ພ້ອມທັງເປັນການເປີດເວທີ ໃນການສະແດງຄວາມຮູ້ຄວາມສາມາດ ໃຫ້ແກ່ໄວໜຸ່ມທີ່ມີຄວາມມັກຮັກໃນດ້ານການເວົ້າ, ການເປັນພິທີກອນ ແລະ ເປັນໂຄສົກຂ່າວ ໃຫ້ກວ້າງຂວາງຍິ່ງຂຶ້ນ.

ການແຂ່ງຂັນຄັ້ງນີ້, ຈະເປັນໂອກາດອັນດີໃຫ້ແກ່ຜູ້ເຂົ້າແຂ່ງຂັນທຸກທ່ານ ໄດ້ຮ່ວມແລກປ່ຽນ ແລະ ພ້ອມກັນພັດທະນາວຽກງານສື່ ໂດຍສະເພາະວຽກງານພິທີກອນ, ໂຄສົກຂ່າວ ໃຫ້ມີທັງປະລິມານ ແລະ ຄຸນນະພາບຫລາຍຂຶ້ນ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ສື່ໂທລະພາບ, ສື່ວິທະຍຸ ແລະ ການເຮັດຂ່າວອອນລາຍ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການແຫ່ງການພັດທະນາ ສື່ໃນຍຸກປັດຈຸບັນ ໃຫ້ເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ.

SA Game
ຂ​ປ​ລ

ການແຂ່ງຂັນດັ່ງກ່າວ, ໄດ້ເລີ່ມມາແຕ່ຕົ້ນເດືອນມີນາ 2021 ໂດຍມີຜູ້ສະໜັກຈາກນະຄອນຫລວງວຽງຈັນ ແລະ ຕ່າງແຂວງເຂົ້າຮ່ວມ ເກືອບ 200 ຄົນ, ກ່ອນທີ່ຈະມາເຖິງຮອບຊິງຊະນະເລີດ ຜູ້ເຂົ້າແຂ່ງຂັນແມ່ນໄດ້ຮັບການຝຶກອົບຮົມ, ມີການພົບປະແລກປ່ຽນປະສົບການການເປັນພິທີກອນ ແລະ ໂຄສົກ ຈາກບັນດາໂຄສົກສາຍອາຊີບ, ເຂົ້າທົດລອງການອ່ານຂ່າວ ແລະ ຮ່ວມກິດຈະກຳອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.