ເອກະສານ ເຜີຍແຜ່ ການດຳເນີນກອງປະຊຸມຄົບຄະນະ ຫສນຍ

SA Game

ກົມປະຊາສຳພັນ ຫສນຍ

ກອງປະຊຸມຄົບຄະນະກາງສະໄໝ ຫສນຍ ເຜີຍແຜ່ ເອກະສານ ກ່ຽວກັບການດຳເນີນການ

ເອກະສານ ຂອງ​ການ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ ອົງຄະນະພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ(ຫສນຍ) ໄດ້ເຜີຍແຜ່ເອກະສານຕ່າງໆຂອງພັກ ເພື່ອກະກຽມໃຫ້ແກ່ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝທີ V ໃນຕອນບ່າຍວັນທີ 14 ມິຖຸນາ 2023

ພາຍໃຕ້ການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ມີສະຫາຍກໍາມະການສູນກາງພັກ, ລັດຖະມົນຕີ ປະຈຳ ສນຍ, ບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກສົມບູນ ທີ່ຂຶ້ນກັບອົງຄະນະພັກ ຫສນຍ ເຂົ້າຮ່ວມ.

ພ້ອມທັງ ຮັບຟັງການປະກາດການຈັດຕັ້ງ ຕາມຂໍ້ຕົກລົງ ຂອງຫ້ອງວ່າການສູນກາງພັກ ກ່ຽວກັບການແຕ່ງຕັ້ງ 2 ສະຫາຍ ເປັນເລຂານຸການ ປະຈຳກົມການເມືອງສູນກາງພັກ.

ເອກະສານ ທີ່ນຳມາເຜີຍແຜ່ໃນຄັ້ງນີ້ ປະກອບມີ: ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023; ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023

ເອກະສານ
ກົມປະຊາສຳພັນ ຫສນຍ

ຄຳແນະນຳຂອງຄະນະກວດກາສູນກາງພັກ ສະບັບເລກທີ 74/ຄກສພ, ລົງວັນທີ 27 ມີນາ 2023; ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 51/ຄຈສພ, ລົງວັນທີ 24 ມີນາ 2023; ມາດຖານຂອງພະນັກງານນຳພາຄຸ້ມຄອງ ສະບັບເລກທີ 030/ຄຈສພ, ລົງວັນທີ 03 ມັງກອນ 2018 ແລະ ກົດລະບຽບຂອງພັກ ສະໄໝທີ XI ທີ່ຕິດພັນກັບເນື້ອໃນກອງປະຊຸມຄົບຄະນະກາງສະໄໝເປັນຕົ້ນ ມາດຕາ 1, 6, 29, ແລະ ຂໍ້ ກ, ຂ, ຄ ຂອງມາດຕາ 33).

ທັງນີ້, ກໍເພື່ອເຮັດໃຫ້ສະມາຊິກພັກສົມບູນ ທີ່ຂຶ້ນກັບອົງຄະນະພັກ ຫສນຍ ໄດ້ຮັບຮູ້ ແລະ ເຂົ້າໃຈ ເປັນເອກະພາບ ກ່ຽວກັບຈຸດປະສົງ, ລະດັບຄາດໝາຍ, ຄວາມໝາຍຄວາມສຳຄັນ, ຂັ້ນຕອນ, ວິທີການ, ແຜນການ, ເນື້ອໃນ ແລະ ເນື້ອແທ້ ຂອງການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ

ໂດຍສະເພາະ ການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ສະໄໝທີ V ຂອງ ຫສນຍ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ ໃຫ້ໄດ້ຮັບຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກຳນົດໄວ້.

ໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ເນັ້ນໃຫ້ຕໍ່ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະພັກຮາກຖານແຕ່ລະຂັ້ນ ພາຍໃນ ຫສນຍ ສົມທົບກັບຄະນະຮັບຜິດຊອບ ຮີບຮ້ອນກະກຽມ ແລະ ດຳເນີນກອງປະຊຸມກາງສະໄໝໃນຂັ້ນຂອງຕົນ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບການທີ່ກ່ຽວຂ້ອງ, ໃຫ້ສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກຳນົດໄວ້ ໂດຍລົງເລິກຊອກໃຫ້ເຫັນດ້ານດີ, ສາເຫດ, ດ້ານອ່ອນ ແລະ ມາດຕະການແກ້ໄຂ ໃຫ້ມີການຫັນປ່ຽນເກີດເປັນຮູບປະທຳຕົວຈິງ.

ພ້ອມທັງຮຽກຮ້ອງສະມາຊິກພັກ ທຸກສະຫາຍ ຈົ່ງເຊີດຊູຈິດໃຈຟົດຟື້ນປະຕິວັດ ເຂົ້າໃນການດຳເນີນກອງປະຊຸມກາງສະໄໝ ໃນຂັ້ນຂອງຕົນ ໂດຍໃຫ້ຖືເປັນບັ້ນປັບປຸງການຈັດຕັ້ງ, ປັບປຸງຕົນເອງ ແລະ ປັບປຸງປົວແປງພັກ ເຮັດໃຫ້ການຈັດຕັ້ງ ແລະ ສະມາຊິກພັກ ໃນໄລຍະທ້າຍສະໄໝ ສືບຕໍ່ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ ສົມກັບມະຫາຊົນມອບຄວາມຮັບຜິດຊອບ ແລະ ໃຫ້ຄວາມເຊື່ອໝັ້ນໄວ້ວາງໃຈ.

SA Game
ກົມປະຊາສຳພັນ ຫສນຍ

ສໍາລັບບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້, ສະຫາຍປະທານກອງປະຊຸມ ໄດ້ເນັ້ນໃຫ້ເອົາໃຈໃສ່ສືບຕໍ່ຮັດແໜ້ນຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເຄົາລົບຕໍ່ກົດໝາຍ ແລະ ລະບຽບການຕ່າງໆ ຢ່າງເຂັ້ມງວດ, ຮັບປະກັນເຮັດໃຫ້ການປະຕິບັດໜ້າທີ່ວຽກງານຂອງການນຳ ມີຜົນສຳເລັດ, ມີປະສິດທິພາບ ແລະ ປະສິດທິຜົນສູງ;

ເອົາໃຈໃສ່ກັ່ນຕອງບັນດາເອກະສານເຂົ້າ-ອອກ ເພື່ອເຮັດໃຫ້ການຕົກລົງ ແລະ ຊີ້ນຳຂອງຂັ້ນເທິງ ຖືກຕ້ອງ, ພາວະວິໄສ ແລະ ແທດເໝາະກັບຕົວຈິງ; ເອົາໃຈໃສ່ການປະສານງານ ໃຫ້ມີຄວາມໂລ່ງລ່ຽນ, ຄ່ອງແຄ່ວ ແລະ ມີປະສິດທິຜົນ ບົນພື້ນຖານ ສອດຄ່ອງກັບລະບຽບການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ IX ກໍຄື ລະບຽບການ ແລະ ກົນໄກການເຮັດວຽກ ຂອງ ຫສນຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມປະຊາສຳພັນ ຫສນຍ