ສະບຽງອາຫານ ໄດ້​ຈັດ​ສົ່ງ​ເຖິງ​ແຂວງ​ເຊກອງ​ຊ່ວຍ​ເຫຼືອ​ໂດຍ ຝ​ຣັ່ງ

SA Game

ອົງການອາຫານໂລກ

ລັດຖະບານຝຣັ່ງຈັດ ສະບຽງອາຫານ ຊ່ວຍເຫລືອໃຫ້ແກ່ແຂວງເຊກອງ

ສະບຽງອາຫານ ເປັນ​ສິ່ງ​ທີ່​ປະ​ຊາ​ຊົນ​ຜູ້​ຂາດ​ແຄນ​ຍັງ​ຄົງ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ ຫລ້າ​ສຸດ ລັດຖະບານຝຣັ່ງ ໄດ້ໃຫ້ການຊ່ວຍເຫລືອທາງດ້ານສະບຽງອາຫານ ແກ່ແຂວງເຊກອງ ໂດຍຜ່ານອົງການອາຫານໂລກ ແຫ່ງ ສະຫະປະຊາຊາດ ປະຈຳ ສປປ ລາວ ມູນຄ່າ 545.852 ໂດລາສະ ຫະລັດ ໃນໂຄງການສະໜັບສະໜູນ ການເຂົ້າເຖິງແຫລ່ງອາຫານທີ່ຈຳເປັນ ແລະ ຍົກລະດັບການດໍາລົງຊີວິດ ທີ່ສາມາດຮັບມືກັບຜົນກະທົບຈາກໄພພິບັດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ໃຫ້ແກ່ປະຊາຊົນຫລາຍກວ່າ 10.600 ຄົນ ຢູ່ແຂວງເຊກອງ.

ພິທີລົງນາມລະຫວ່າງອໍານາດການປົກຄອງ ແຂວງເຊກອງ ແລະ ບັນດາກະຊວງ ຈາກຂັ້ນສູນກາງ ຮ່ວມກັບສະຖານທູດຝຣັ່ງ ແລະ ອົງການອາຫານໂລກ ແຫ່ງ ສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 12 ມິຖຸນາ 2023 ທີ່ເມືອງລະມາມ ແຂວງເຊກອງ.

ແຂວງເຊກອງ ເປັນແຂວງໜຶ່ງຢູ່ທາງພາກໃຕ້ ສປປ ລາວ ທີ່ກໍາລັງປະເຊີນຄວາມບໍ່ໝັ້ນຄົງ ທາງດ້ານສະບຽງອາຫານ ເຊິ່ງອັດຕາການຂາດແຄນອາຫານ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງນັບແຕ່ກາງປີ 2022 ເປັນຕົ້ນມາ, ເນື່ອງຈາກປະຊາຊົນໃນທົ່ວປະເທດ ກຳລັງພະຍາຍາມຮັບມືກັບການເພີ່ມຂຶ້ນຂອງລາຄາສິນ ຄ້າເຊັ່ນ: ອາຫານ, ນໍ້າມັນເຊື້ອໄຟ ແລະ ການນໍາເຂົ້າເຄື່ອງມືກະສິກໍາ.

SA Game
ອົງການອາຫານໂລກ

ນອກຈາກນີ້, ແຂວງເຊກອງ ຍັງມີອັດຕາການຂາດສານອາຫານ ໂດຍສະເພາະໃນເດັກນ້ອຍອາຍຸຕໍ່າກວ່າ 5 ປີ ແລະ ຍັງມີຄວາມສູງຕໍ່າກວ່າມາດຕະຖານ ສະເລ່ຍໃສ່ອາຍຸຂອງປະຊາກອນ ເຊິ່ງບັນຫາດັ່ງກ່າວອາດສ້າງຜົນກະທົບໃນໄລຍະຍາວ ຕໍ່ການພັດທະນາທາງດ້ານຮ່າງກາຍ ແລະ ມັນສະໝອງຂອງພວກເຂົາ. ແຂວງເຊກອງ ຍັງມີຄວາມສ່ຽງຈາກໄພພິບັດຕ່າງໆ ທີ່ກ່ຽວຂ້ອງກັບການປ່ຽນແປງຂອງສະພາບດິນຟ້າອາກາດ ເຊັ່ນ:

ໄພນໍ້າຖ້ວມຕາມລະດູການ ແລະ ໄພແຫ້ງແລ້ງ ທີ່ສົ່ງຜົນກະທົບຕໍ່ປະຊາຊົນພາຍໃນແຂວງ.

ໂຄງການດັ່ງກ່າວ ໄດ້ເລັງເຫັນເຖິງຄວາມສຳຄັນ ໃນການແກ້ໄຂບັນຫາລ່ວງໜ້າ ໂດຍການສະໜອງເງິນທຶນຊ່ວຍເຫລືອລ້າແກ່ 2.000 ຄອບຄົວ ໃນ 20 ບ້ານຂອງເມືອງທ່າແຕງ ທີ່ໄດ້ຖືກຄັດເລືອກໂດຍອີງໃສ່ລະດັບຄວາມທຸກຍາກ, ຄະແນນການບໍລິໂພກອາຫານທີ່ຕໍ່າ, ລະດັບຄວາມຮູ້ໜັງສື ແລະ ຈໍານວນຂອງໄພພິບັດທີ່ເກີດຂຶ້ນ ລວມເຖິງບັນດາປັດໄຈອື່ນໆ.

ເງິນຊ່ວຍເຫລືອດັ່ງກ່າວ ແມ່ນໃຫ້ພວກເຂົາສາມາດນຳໄປຊື້ອາຫານທີ່ຈຳເປັນໄດ້ໃນທັນທີ; ໃນຂະນະດຽວກັນ, ພວກເຂົາຍັງຈະໄດ້ຮັບການຝຶກອົບຮົມດ້ານໂພ ຊະນາການ ແລະ ຄວາມອາດສາມາດໃນການປັບຕົວ ຕໍ່ໄພພິບັດທີ່ກ່ຽວຂ້ອງກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດອື່ນໆ ເພື່ອລົງມືປະຕິບັດຕົວຈິງກ່ຽວກັບທັກສະ ແລະ ຄວາມຮູ້ ເຂົ້າໃນການນຳໃຊ້ທຶນກະສິກຳທີ່ພວກເຂົາໄດ້ຮັບ ນຳໄປລົງທຶນເຮັດສວນຄົວ ແລະ ລ້ຽງສັດຂະໜາດນ້ອຍເປັນຕົ້ນ.

ສະບຽງອາຫານ
ອົງການອາຫານໂລກ

ທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງທ່າແຕງ ກ່າວວ່າ: ແຂວງເຊກອງ ມີລັກສະນະພິເສດສະເພາະ ຄືມີຄວາມຫລາກຫລາຍທາງດ້ານເຊື້ອຊາດສູງ ລວມເຖິງຄວາມເຊື່ອ ແລະ ຂໍ້ຫ້າມຫລາຍຢ່າງທີ່ກ່ຽວຂ້ອງກັບການກິນອາຫານ. ອັດຕາຄວາມທຸກຍາກ ແລະ ຜົນກະທົບດ້ານໂພຊະນາການຍັງສູງ ໂດຍສະເພາະ ເດັກນ້ອຍ, ແມ່ລູກອ່ອນ, ຄອບຄົວທີ່ມີຫົວໜ້າຄອບຄົວເປັນແມ່ຍິງ ແລະ ບຸກຄົນທີ່ມີຄວາມບົກຜ່ອງທາງຮ່າງກາຍ. ການຊ່ວຍເຫລືອຄັ້ງນີ້ ແນໃສ່ຊ່ວຍເຫລືອຄອບຄົວທີ່ມີຄວາມສ່ຽງສູງໂດຍສະເພາະ.

ທ່ານ ຢານ ເດວບາເຣີ ຜູ້ອຳນວຍການ ແລະ ຜູ້ຕາງໜ້າຂອງອົງການອາຫານໂລກ ປະຈຳ ສປປ ລາວ ກ່າວວ່າ: ຈຸດປະສົງຫລັກ ເພື່ອໃຫ້ແນ່ໃຈວ່າປະຊາຊົນໃນແຂວງເຊກອງ ຈະໄດ້ຮັບເຄື່ອງມືທີ່ຖືກ ຕ້ອງເພື່ອຊ່ວຍໃຫ້ພວກເຂົາ ສາມາດຜະລິດອາຫານດ້ວຍຕົວຂອງພວກເຂົາເອງ ແລະ ຫລາຍກວ່ານັ້ນ ຊ່ວຍໃຫ້ພວກເຂົາຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ການຂາດສານອາຫານໄດ້ໃນທີ່ສຸດ, ສອດ ຄ່ອງກັບຈຸດປະສົງຍຸດທະສາດ ຂອງອົງການອາຫານໂລກ ໃນການຮັບປະກັນໃຫ້ປະຊາຊົນ ຜູ້ທີ່ມີຄວາມສ່ຽງຕໍ່ການຂາດສານອາຫານທຸກຮູບແບບ ໄດ້ມີອາຫານການກິນ ແລະ ສຸຂະພາບທີ່ດີຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອົງການອາຫານໂລກ