ອົບຮົມ ພະແນກເຕັກໂນໂລຊີ ແລະ ການສື່ສານ 8 ແຂວງພາກເໜືອ

SA Game

ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

8 ແຂວງພາກເໜືອໄດ້​ຮັບ​ການຝຶກ ອົບຮົມ ການຄຸ້ມຄອງລະບົບວຽກງານການບໍລິຫານ ແລະ ບໍລິການລັດດິຈິຕອນ

ອົບຮົມ ການຄຸ້ມຄອງລະບົບ ແລະ ການເປັນອາຈານສອນ ບັນດາລະບົບຕ່າງໆຂອງສູນບໍລິຫານລັດດິຈິຕອນ, ໂດຍສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມເຜີຍແຜ່ ວຽກການບໍລິຫານ ແລະ ບໍລິການລັດດິຈິຕອນ, ພ້ອມທັງຝຶກອົບຮົມ​ການ​ນຳ​ໃຊ້​ລະ​ບົບ​ຕ່າງໆ ເຊັ່ນ:

ລະບົບຫ້ອງການທັນສະໄໝ (e-Office), ລະບົບກອງປະຊຸມທາງໄກ (Video Conference), ລະບົບການສື່ສານພາກລັດ (G-Chat), ລະບົບການຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນ (G-Share/G-Drive), ລະບົບເຄືອຂ່າຍພາກລັດ (G-Net) ແລະ ລະບົບການຮຽນການສອນອອນລາຍ (L-MOOCs) ໃຫ້ແກ່ ພະແນກເຕັກໂນໂລຊີ ແລະ ການສື່ສານ 8 ແຂວງພາກເໜືອ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-14 ມິຖຸນາ 2023 ຜ່ານມານີ້, ທີ່ຫ້ອງປະຊຸມຂອງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຫຼວງນຳ້ທາ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ວັນທາ ພົມວິໄລ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຫຼວງນຳ້ທາ, ໂດຍມີຜູ້ເຂົ້າຮ່ວມຈາກ ພະແນກເຕັກໂນໂລຊີ ແລະ ການສື່ສານ ຈາກ 8 ແຂວງພາກເໜືອ, ມີບັນດາພະແນກການ ແລະ ອົງການຈັດຕັ້ງອ້ອມຂ້າງ ແຂວງ ຫຼວງນ້ຳທາ ເຂົ້າຮ່ວມທັງໝົດ 50 ກວ່າທ່ານ.

SA Game ອົບຮົມ
ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ໃຫ້ຮູ້ວ່າ: ເພື່ອກ້າວເຂົ້າສູ່ການຫັນເປັນລັດຖະບານທັນສະໄໝ ໃນຍຸກ 4.0, ລັດຖະບານ ໄດ້ມີການລິເລີ່ມການນໍາເອົາເຕັກໂນໂລຊີດິຈິຕອນ ເຂົ້າມາປະຍຸກໃຊ້ໃນບັນດາຂົງເຂດວຽກງານຕ່າງໆ ເພື່ອຊ່ວຍໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ກໍຄືການພັດທະນາປະເທດຊາດໃນໄລຍະໃໝ່.

ລັດຖະບານ ໄດ້ໃຫ້ຄວາມສໍາຄັນໃນການຫັນເປັນດິຈິຕອນ ໂດຍໄດ້ມີການກຳນົດຍຸດທະສາດໃນການຫັນເປັນດິຈິຕອນ ຄື: ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021- 2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX.

ທ່ານກ່າວຕື່ມວ່າ: ພັກ ແລະ ລັດຖະບານ ໄດ້ວ່າງເປົ້າໝາຍການຫັນເປັນດິຈິຕອນແຫ່ງຊາດ ຊຶ່ງປະກອບມີ 03 ເສົ້າຄໍ້າຫຼັກຄື:

1) ການຫັນເປັນສັງຄົມດິຈິຕອນ,

2) ການຫັນເປັນເສດຖະກິດດິຈິຕອນ

3) ການຫັນເປັນລັດຖະບານດິຈິຕອນ ຊຶ່ງເປັນວຽກງານບູລິມະສິດທີ່ສໍາຄັນ ແລະ ຕອບຮັບຕໍ່ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງພັກ-ລັດ ວ່າງອອກ.

ໃນກອງປະຊຸມເຜີຍແຜ່, ທ່ານ ນາງ ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ນໍາສະເໜີເຖິງພາບລວມການຫັນເປັນລັດຖະບານດິຈິຕອນ ຊຶ່ງປະກອບມີ:

ສະພາບການພັດທະນາໃນໄລຍະຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ, ເຜີຍແຜ່ດຳລັດວ່າດ້ວຍການບໍລິຫານ ແລະ ບໍລິການລັດແບບດິຈິຕອນ ຜົນການປະເມີນຄວາມພ້ອມ ຫຼື Digital Maturity Assessment-DMA, ຮ່າງແຜນແມ່ບົດລັດຖະບານດິຈິຕອນ (Digital Government Master Plan), ແຜນພັດທະນາລັດຖະບານດິຈິຕອນ (DGC Roadmap), ການແລກປ່ຽນຂໍ້ມູນພາກລັດ (Government Data Exchange) ແລະ ການຢັ້ງຢືນຕົວຕົນທາງດິຈິຕອນ (Digital ID).

SA Game
ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

ພ້ອມນັ້ນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນໍາສະເໜີຈາກນັກວິທະຍາກອນ ຂອງ ສູນບໍລິຫານລັດດິຈິຕອນ ຊຶ່ງໄດ້ນໍາສະເໜີໃຫ້ຮູ້ກ່ຽວກັບ ພາບລວມບັນດາລະບົບຂອງສູນບໍລິຫານລັດດິຈິຕອນ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ບັນດາຜູ້ເຂົ້າຮ່ວມ.

ພາຍຫຼັງສໍາເລັດການນໍາສະເໜີ ກໍໄດ້ລົງເລິກຝຶກອົບຮົມການຄຸ້ມຄອງ ແລະ ເປັນອາຈານສອນ ລະບົບຫ້ອງການທັນສະໄໝ, ລະບົບການສື່ສານພາກລັດ ແລະ ລະບົບກອງປະຊຸມທາງໄກ ເພື່ອສ້າງຄວາມເຂັ້ມແຂງໃຫ້ພະແນກເຕັກໂນໂລຊີ ແລະ ການສື່ສານ 8 ແຂວງພາກເໜືອ ໃຫ້ສາມາດຄຸ້ມຄອງ ແລະ ເປັນອາຈານສອນ ເພື່ອ ສືບຕໍ່ສອນໃຫ້ແກ່ຫ້ອງວ່າການແຂວງ, ບັນດາພະແນກການ ແລະ ພາກສ່ວນຕ່າງໆຂອງແຂວງຕົນໄດ້.

ພາຍຫຼັງການຝຶກອົບຮົມ, ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນຢ່າງກົງໄປກົງມາ ດ້ວຍບັນຍາກາດຟົດຟື້ນ ແລະ ມີເນື້ອໃນອັນເປັນປະໂຫຍດໃຫ້ແກ່ການລິເລິ່ມວຽກງານດັ່ງກ່າວເພື່ອເປັນການບໍລິການ ແລະ ເຊື່ອມຕໍ່ຂໍ້ມູນຂອງພາກລັດຫັນເປັນທັນສະໄໝໃນຕໍ່ໜ້າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ສູນບໍລິຫານລັດດິຈິຕອນ